ສະວີເດນປະກາດຍົກເລີກກົດຄຸມໂຄວິດ ເຜີຍສິ້ນສຸດການລະບາດໃຫຍ່ແລ້ວ ບໍ່ເປັນອັນຕະລາຍຕໍ່ສັງຄົມອີກຕໍ່ໄປ

ສະວີເດນປະກາດຍົກເລີກກົດຄຸມໂຄວິດ ເຜີຍສິ້ນສຸດການລະບາດໃຫຍ່ແລ້ວ ບໍ່ເປັນອັນຕະລາຍຕໍ່ສັງຄົມອີກຕໍ່ໄປ - h 57459856 - ສະວີເດນປະກາດຍົກເລີກກົດຄຸມໂຄວິດ ເຜີຍສິ້ນສຸດການລະບາດໃຫຍ່ແລ້ວ ບໍ່ເປັນອັນຕະລາຍຕໍ່ສັງຄົມອີກຕໍ່ໄປ
ສະວີເດນປະກາດຍົກເລີກກົດຄຸມໂຄວິດ ເຜີຍສິ້ນສຸດການລະບາດໃຫຍ່ແລ້ວ ບໍ່ເປັນອັນຕະລາຍຕໍ່ສັງຄົມອີກຕໍ່ໄປ - kitchen vibe - ສະວີເດນປະກາດຍົກເລີກກົດຄຸມໂຄວິດ ເຜີຍສິ້ນສຸດການລະບາດໃຫຍ່ແລ້ວ ບໍ່ເປັນອັນຕະລາຍຕໍ່ສັງຄົມອີກຕໍ່ໄປ

ລັດຖະມົນຕີສາທາລະນະສຸກສະວີເດນເຜີຍການລະບາດໃຫຍ່ຂອງໂຄວິດສິ້ນສຸດລົງແລ້ວ ພ້ອມຍົກເລີກມາດຕະການຕ່າງໆ ແລະ ກັບມາໃຊ້ຊີວິດຕາມປົກກະຕິອີກ.

ວັນທີ 9 ກຸມພາ 2022, ສຳນັກຂ່າວຕ່າງປະເທດລາຍງານການໃຫ້ສຳພາດຂອງນາງ ລີນາ ຮັລເລນເກຣນ ລັດຖະມົນຕີສາທາລະນະສຸກສະວີເດນ ທີ່ອອກມາປະກາດວ່າພະຍາດໂຄວິດ-19 ໄດ້ຜ່ານພົ້ນຈາກໄລຍະການລະບາດໃຫຍ່ (Pandemic) ແລ້ວ ແລະ ບໍ່ຖືວ່າເປັນເຊື້ອໄວຣັສທີ່ສ້າງຄວາມອັນຕະລາຍໃຫ້ສັງຄົມໄດ້ອີກຕໍ່ໄປ.

ສະວີເດນປະກາດຍົກເລີກກົດຄຸມໂຄວິດ ເຜີຍສິ້ນສຸດການລະບາດໃຫຍ່ແລ້ວ ບໍ່ເປັນອັນຕະລາຍຕໍ່ສັງຄົມອີກຕໍ່ໄປ - Visit Laos Visit SALANA BOUTIQUE HOTEL - ສະວີເດນປະກາດຍົກເລີກກົດຄຸມໂຄວິດ ເຜີຍສິ້ນສຸດການລະບາດໃຫຍ່ແລ້ວ ບໍ່ເປັນອັນຕະລາຍຕໍ່ສັງຄົມອີກຕໍ່ໄປ

ຜ່ານມາ, ສະວີເດນເປັນປະເທດທີ່ພະຍາຍາມຫລີກລ່ຽງມາດຕະການລັອກດາວມາໂດຍຕະຫລອດ ໂດຍໃຊ້ວິທີປິດຕາມຄວາມສະໝັກໃຈແທນ ອີກທັງຍັງມີລາຍງານວ່າໃນໄລຍະເລີ່ມຕົ້ນຂອງການລະບາດ ໄດ້ພະຍາຍາມໃຊ້ວິທີປ່ອຍໃຫ້ທຸກຄົນຕິດເຊື້ອເພື່ອໃຫ້ເກີດພູມຕ້ານທານໝູ່.

ຕໍ່ຈາກນີ້, ສະວີເດນຈະຍົກເລີກມາດຕະການຄວບຄຸມໂຄວິດ-19 ເກືອບທັງໝົດ ແລະ ຈະບໍ່ມີການກວດເຊື້ອເປັນວົງກວ້າງອີກຕໍ່ໄປ ໂດຍຈະຍົກເລີກເຕັ້ນສຳລັບກວດເຊື້ອໃຈກາງເມືອງ, ການກວດເຊື້ອແບບ drive-in ລວມທັງການສົ່ງຊຸດກວດເຊື້ອໄປຕາມເຮືອນ.

ແລະ ນັບແຕ່ວັນທີ 9 ກຸມພາ, ຮ້ານບັນເທີງ ແລະ ຮ້ານອາຫານຈະສາມາດເປີດໃຫ້ບໍລິການເກີນ 23:00 ໂມງ ໄດ້ອີກ ໂດຍບໍ່ຈຳກັດຈຳນວນລູກຄ້າ ລວມທັງຍົກເລີກການຈຳກັດຈຳນວນຜູ້ເຂົ້າຮ່ວມໃນສະຖານທີ່ຕ່າງໆ ແລະ ຍົກເລີກການໃຊ້ຫລັກຖານສັກວັກຊີນເພື່ອໃຊ້ບໍລິການນຳອີກ.

ສາເຫດຫລັກຂອງການຍົກເລີກມາດຕະການເຫລົ່ານີ້ ເປັນຜົນມາຈາກການເຂົ້າມາຂອງເຊື້ອສາຍພັນໂອມິຄຣອນ ທີ່ເຮັດໃຫ້ອັດຕາການປ່ວຍໜັກ ແລະ ເສຍຊີວິດຫລຸດລົງ ລວມທັງການທີ່ປະຊາກອນໄດ້ຮັບວັກຊີນຄົບໂດສເກືອບ 73% ຂອງປະຊາກອນທັງໝົດແລ້ວ.

ອ້າງອີງ:

https://www.independent.co.uk/…/sweden-lifts-covid…

https://au.news.yahoo.com/sweden-scraps-covid-rules-uk…

ສະວີເດນປະກາດຍົກເລີກກົດຄຸມໂຄວິດ ເຜີຍສິ້ນສຸດການລະບາດໃຫຍ່ແລ້ວ ບໍ່ເປັນອັນຕະລາຍຕໍ່ສັງຄົມອີກຕໍ່ໄປ - 5 - ສະວີເດນປະກາດຍົກເລີກກົດຄຸມໂຄວິດ ເຜີຍສິ້ນສຸດການລະບາດໃຫຍ່ແລ້ວ ບໍ່ເປັນອັນຕະລາຍຕໍ່ສັງຄົມອີກຕໍ່ໄປ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!