ລາລິກ້າ ຍືນໂທດ ແບນ ອັລເວສ ສອງເກມ.

ລາລິກ້າ ຍືນໂທດ ແບນ ອັລເວສ ສອງເກມ. - 410ade20d7 - ລາລິກ້າ ຍືນໂທດ ແບນ ອັລເວສ ສອງເກມ.
ລາລິກ້າ ຍືນໂທດ ແບນ ອັລເວສ ສອງເກມ. - kitchen vibe - ລາລິກ້າ ຍືນໂທດ ແບນ ອັລເວສ ສອງເກມ.

ບາຊ່າ ຈະບໍ່ມີກອງຫຼັງຈອມເກົ໋າໃຫ້ໃຊ້ງານໃນລີກສອງນັດ ຫຼັງຈາກທີ່ເຂົາໄດ້ຮັບໃບແດງໃນເກມຫຼ້າສຸດ.

ບາເຊໂລນ່າ ຈະບໍ່ໄດ້ໃຊ້ບໍລິການຂອງ ດານີ ອັລເວສ ກອງຫຼັງແບັກຂວາໃນ ລາລິກ້າ 2 ເກມ ເນື່ອງຈາກໄດ້ຮັບໃບແດງໃນນັດທີ່ຊະນະ ແອັດແລຕິໂກ ມາດຣິດ 4-2 ເມື່ອວັນອາທິດທີ່ຜ່ານມາ.

ລາລິກ້າ ຍືນໂທດ ແບນ ອັລເວສ ສອງເກມ. - Visit Laos Visit SALANA BOUTIQUE HOTEL - ລາລິກ້າ ຍືນໂທດ ແບນ ອັລເວສ ສອງເກມ.

ກອງຫຼັງໄວ 38 ປີ ໂຊຟອມໄດ້ຢ່າງໂດດເດັ່ນໃນເກມນັ້ນດ້ວຍການຍິງ 1 ປະຕູ ແລະ ຈ່າຍ 1 ພ້ອມທັງໄດ້ຮັບເລືອກເປັນແມນອັອຟເດີະແມັດໃນເກມນັ້ນ, ແຕ່ວ່າກອງຫຼັງທີມຊາດບຣາຊິນ ມາພາດທ່າໄດ້ໃບແດງໂດຍກົງ ຈາກຈັງຫວະທີ່ໄປເປີດປຸ່ມໃສ່ດ້ານຫຼັງຂອງ ຢານນິກ ຄາລາສໂກ້ ເຊິ່ງທາງ ລາລິກ້າ ເຫັນດີກັບໂທດແບນ 2 ນັດ, ແຕ່ລ່າສຸດ ບາຊ່າ ອອກມາປະກາດແລ້ວວ່າຈະຂໍຍືນອຸທອນໂທດນີ້.

ຢ່າງໃດກໍຕາມ, ຖ້າການອຸທອນບໍ່ຜ່ານ ອັລເວສ ຈະພາດເກມກັບ ເອສປານຢ່ອນ ໃນວັນທີ 13 ກຸມພາ ແລະ ກັບ ວາເລນເຊຍ ໃນວັນທີ 20 ກຸມພາ.

ລາລິກ້າ ຍືນໂທດ ແບນ ອັລເວສ ສອງເກມ. - 5 - ລາລິກ້າ ຍືນໂທດ ແບນ ອັລເວສ ສອງເກມ.
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!