ຕະຫລອດ 1 ປີຜ່ານມາ ຂົງເຂດວຽກງານສື່ມວນຊົນ ເປັນປ້ອມດ່ານໜ້າໃນການນໍາເອົາຂໍ້ມູນຂ່າວສານ ມາສູ່ສັງຄົມໄດ້ເປັນຢ່າງດີ

ຕະຫລອດ 1 ປີຜ່ານມາ ຂົງເຂດວຽກງານສື່ມວນຊົນ ເປັນປ້ອມດ່ານໜ້າໃນການນໍາເອົາຂໍ້ມູນຂ່າວສານ ມາສູ່ສັງຄົມໄດ້ເປັນຢ່າງດີ - 273647293 1825036197700152 4196109976540507845 n - ຕະຫລອດ 1 ປີຜ່ານມາ ຂົງເຂດວຽກງານສື່ມວນຊົນ ເປັນປ້ອມດ່ານໜ້າໃນການນໍາເອົາຂໍ້ມູນຂ່າວສານ ມາສູ່ສັງຄົມໄດ້ເປັນຢ່າງດີ
ຕະຫລອດ 1 ປີຜ່ານມາ ຂົງເຂດວຽກງານສື່ມວນຊົນ ເປັນປ້ອມດ່ານໜ້າໃນການນໍາເອົາຂໍ້ມູນຂ່າວສານ ມາສູ່ສັງຄົມໄດ້ເປັນຢ່າງດີ - kitchen vibe - ຕະຫລອດ 1 ປີຜ່ານມາ ຂົງເຂດວຽກງານສື່ມວນຊົນ ເປັນປ້ອມດ່ານໜ້າໃນການນໍາເອົາຂໍ້ມູນຂ່າວສານ ມາສູ່ສັງຄົມໄດ້ເປັນຢ່າງດີ

ວັນທີ 10 ກຸມພາ 2022 ນີ້ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມ ທົ່ວປະເທດ ປະຈຳປີ 2021 ແລະ ທິດທາງແຜນການ ປີ 2022 ພາຍໃຕ້ການເປັນປະທານຂອງທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫລວງວຽງຈັນ ຫົວໜ້າພະແນກ ຖວທ ແຂວງ ໃນຂອບເຂດທົ່ວປະເທດ ເຂົ້າຮ່ວມ ໃນຮູບແບບເຊິ່ງໜ້າ ແລະ ແບບທາງໄກ.

ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ກ່າວວ່າ: ທົ່ວຂະແໜງການ ຖວທ ໄດ້ສືບຕໍ່ປະຕິບັດໜ້າທີ່ການເມືອງຂອງຕົນ ດ້ວຍຄວາມຮັບຜິດຊອບສູງເພື່ອພ້ອມກັນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງ ຖວທ ຄັ້ງທີ V ແລະ ແຜນພັດທະນາວຽກງານ ຖວທ ປີ 2021-2025 ເຂົ້າສູ່ວຽກງານຕົວຈິງຂອງຂະແໜງການທັງສູນກາງ ແລະ ທ້ອງຖິ່ນ ຢ່າງເປັນຮູບປະທໍາ.

ຕະຫລອດ 1 ປີຜ່ານມາ ຂົງເຂດວຽກງານສື່ມວນຊົນ ເປັນປ້ອມດ່ານໜ້າໃນການນໍາເອົາຂໍ້ມູນຂ່າວສານ ມາສູ່ສັງຄົມໄດ້ເປັນຢ່າງດີ - Visit Laos Visit SALANA BOUTIQUE HOTEL - ຕະຫລອດ 1 ປີຜ່ານມາ ຂົງເຂດວຽກງານສື່ມວນຊົນ ເປັນປ້ອມດ່ານໜ້າໃນການນໍາເອົາຂໍ້ມູນຂ່າວສານ ມາສູ່ສັງຄົມໄດ້ເປັນຢ່າງດີ

ໃນໄລຍະ 1 ປີຜ່ານມາໄດ້ສັງລວມເອົາບັນດາຄຳຄິດຄຳເຫັນຢ່າງກວ້າງຂວາງ ແລະ ຈິງໃຈ ຈາກບັນດາຜູ້ແທນກອງປະຊຸມ ປະກອບເຂົ້າໃນບົດສະຫລຸບຕີລາ ຄາການຈັດຕັ້ງປະຕິບັດວຽກງານ ຖວທ ປະຈຳປີ 2021 ແລະ ທິດທາງແຜນການປະຈໍາປີ 2022 ໃຫ້ມີເນື້ອໃນຄົບຖ້ວນ ແລະ ອຸດົມສົມບູນຂຶ້ນກວ່າເກົ່າ.

ດ້ານວຽກງານ ຖວທ ແມ່ນວຽກງານຊຸກຍູ້ສົ່ງເສີມ, ພັດ ທະນາຄົນ ແລະ ສັງຄົມ, ແມ່ນສ້າງພື້ນຖານອາລະຍະທຳທາງດ້ານຈິດໃຈຂອງສັງຄົມ, ອັນເປັນປັດໄຈປະກອບສ່ວນເຂົ້າໃນການຕັດສິນການຄົງຕົວ ແລະ ຂະຫຍາຍຕົວຂອງຊາດເຮົາ ໃຫ້ທຽບທັນກັບບັນດາອາລະຍະປະເທດຕ່າງໆ ແລະ ສາມາດເຂົ້າຮ່ວມກັບກະແສຄວາມກ້າວໜ້າ ຂອງຂະບວນວິວັດແຫ່ງການພັດທະນາໃນໂລກໄດ້;

ຄະນະພັກ, ຄະນະນຳແຕ່ລະຂັ້ນ ທັງສູນກາງ ແລະ ທ້ອງຖິ່ນ ໄດ້ມີຄວາມຮັບຜິດ ຊອບສູງ ປະກອບສ່ວນເຂົ້າໃນການຊີ້ນຳ-ນໍາພາວຽກງານຢ່າງໃກ້ຊິດຕິດແທດ, ເຊິ່ງສະແດງອອກໃນການເອົາໃຈໃສ່ກໍານົດບັນດາແຜນການ, ແຜນງານ ແລະ ໂຄງການຈຸດສຸມ ຂອງວຽກງານເຂົ້າໃນແຜນພັດທະນາທັງຂັ້ນສູງກາງ ແລະ ທ້ອງຖິ່ນຢ່າງຖືກຕ້ອງສອດຄ່ອງ.

ພະນັກງານ-ລັດຖະກອນ ທົ່ວຂະແໜງການໄດ້ມີຄວາມຫ້າວຫັນ ໃນການປະຕິບັດໜ້າທີ່ຂອງຕົນ, ບັນດາກົມ, ກອງອ້ອມຂ້າງກະຊວງ ແລະ ບັນດາພະແນກ ແຂວງ ແລະ ນະຄອນຫລວງ ກໍໄດ້ເປັນເຈົ້າການປະຕິ ບັດໜ້າທີ່ການເມືອງດ້ວຍຄວາມຮັບຜິດຊອບສູງ, ເປັນເສນາທິການໃຫ້ແກ່ຄະນະພັກ-ຄະນະນຳກະຊວງ ກໍຄື ຄະນະພັກ ແລະ ອຳນາດການປົກຄອງທ້ອງຖິ່ນ ອັນໄດ້ເຮັດໃຫ້ວຽກງານຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວສືບຕໍ່ຂະຫຍາຍຕົວ ແລະ ໄດ້ຮັບການປັບປຸງດີຂຶ້ນກວ່າເກົ່າ ທັງດ້ານປະລິມານ ແລະ ຄຸນນະພາບ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາໃຫ້ມີຄວາມເຂັ້ມແຂງຂຶ້ນຢ່າງຕໍ່ເນື່ອງ, ປະກອບສ່ວນເຮັດໃຫ້ຊາດເຮົາມີຄວາມສະຫງົບ, ມີສະຖຽນລະພາບ ແລະ ຄວາມໝັ້ນຄົງທາງດ້ານການເມືອງທີ່ໜັກແໜ້ນ, ປະຊາຊົນບັນດາເຜົ່າມີຄວາມສາມັກຄີປອງດອງ ແລະ ມີຊີວິດການເປັນຢູ່ທາງດ້ານວັດຖຸ ກໍຄືຈິດໃຈນັບມື້ນັບດີຂຶ້ນ.

ຕະຫລອດ 1 ປີຜ່ານມາ, ໃນທ່າມກາງສະພາບຄວາມຫຍຸ້ງທາງດ້ານເສດຖະກິດ-ການເງິນ, ການລະບາດຂອງພະຍາດໂຄວິດ-19 ແຕ່ຂົງເຂດວຽກງານສື່ມວນຊົນ ໄດ້ສືບຕໍ່ເປັນປ້ອມດ່ານໜ້າໃນການນໍາເອົາຂໍ້ມູນຂ່າວສານ ມາສູ່ສັງຄົມໄດ້ເປັນຢ່າງດີ;
ຂົງເຂດວຽກງານເສນາ, ວັດທະນະທໍາ ແລະ ທ່ອງທ່ຽວ ກໍ່ໄດ້ບືນຕົວສູງ ພ້ອມກັນຜ່ານຜ່າບັນດາດ້ານທີ່ຫຍຸ້ງຍາກທ້າທາຍ, ສາມາດຍາດໄດ້ຜົນສໍາເລັດອັນທີ່ເປັນພື້ນຖານສໍາຄັນໃຫ້ແກ່ການສືບຕໍ່ພັດທະນາໃນອະນາຄົດ.

ຕະຫລອດ 1 ປີຜ່ານມາ ຂົງເຂດວຽກງານສື່ມວນຊົນ ເປັນປ້ອມດ່ານໜ້າໃນການນໍາເອົາຂໍ້ມູນຂ່າວສານ ມາສູ່ສັງຄົມໄດ້ເປັນຢ່າງດີ - 3 - ຕະຫລອດ 1 ປີຜ່ານມາ ຂົງເຂດວຽກງານສື່ມວນຊົນ ເປັນປ້ອມດ່ານໜ້າໃນການນໍາເອົາຂໍ້ມູນຂ່າວສານ ມາສູ່ສັງຄົມໄດ້ເປັນຢ່າງດີ
ຕະຫລອດ 1 ປີຜ່ານມາ ຂົງເຂດວຽກງານສື່ມວນຊົນ ເປັນປ້ອມດ່ານໜ້າໃນການນໍາເອົາຂໍ້ມູນຂ່າວສານ ມາສູ່ສັງຄົມໄດ້ເປັນຢ່າງດີ - 5 - ຕະຫລອດ 1 ປີຜ່ານມາ ຂົງເຂດວຽກງານສື່ມວນຊົນ ເປັນປ້ອມດ່ານໜ້າໃນການນໍາເອົາຂໍ້ມູນຂ່າວສານ ມາສູ່ສັງຄົມໄດ້ເປັນຢ່າງດີ
ຕະຫລອດ 1 ປີຜ່ານມາ ຂົງເຂດວຽກງານສື່ມວນຊົນ ເປັນປ້ອມດ່ານໜ້າໃນການນໍາເອົາຂໍ້ມູນຂ່າວສານ ມາສູ່ສັງຄົມໄດ້ເປັນຢ່າງດີ - 4 - ຕະຫລອດ 1 ປີຜ່ານມາ ຂົງເຂດວຽກງານສື່ມວນຊົນ ເປັນປ້ອມດ່ານໜ້າໃນການນໍາເອົາຂໍ້ມູນຂ່າວສານ ມາສູ່ສັງຄົມໄດ້ເປັນຢ່າງດີ