ກຳປູເຈຍຈັບແກ້ງຈີນກວ່າ 200 ຄົນ ຫລອກຄົນສົ່ງຮູບເປືອຍແລ້ວຮຽກເອົາເງິນ
August 3, 2017 - 5:47 PM

ຕຳຫລວດກຳປູເຈຍກວາດຈັບແກ້ງຊາວຈີນທັງຊາຍ ແລະ ຍິງກວ່າ 200 ຄົນ ຫລອກລວງເຫຍື່ອຢູ່ຈີນໃຫ້ສົ່ງຮູບເປືອຍແລ້ວຮຽກເອົາເງິນ.
ຕຳຫລວດເປີດເຜີຍວ່າ: ແກ້ງນີ້ໃຊ້ການໂທລະສັບທາງອິນເຕີເນັດເຈລະຈາກັບເຫຍື່ອຢູ່ຈີນຈົນເກີດຄວາມສະໜິດສະໜົມ ແລ້ວຫລອກໃຫ້ເຫຍື່ອສົ່ງຮູບເປືອຍມາເພື່ອຮຽກເອົາເງິນພາຍຫລັງ. ຕຳຫລວດໄດ້ຮັບແຈ້ງຈາກທາງການຈີນຈຶ່ງໄດ້ບຸກອາຄານຫລັງໜຶ່ງໃກ້ຊາຍແດນໄທໃນວັນທີ 3 ສິງຫາ ຈັບໄດ້ຍິງຊາວຈີນລວມທັງໝົດ 215 ຄົນ, ຂະນະນີ້ກຳລັງດຳເນີນການສອບສວນ.
ການຈັບກຸມຄັ້ງນີ້ມີຂຶ້ນໃນຂະນະທີ່ກຳປູເຈຍກຳລັງກວາດລ້າງແກ້ງອາຊະຍາກອນໂລກອິນເຕີເນັດຊາວຈີນທີ່ຫລອກລວງເພື່ອນຮ່ວມປະເທດ ໂດຍດຳເນີນການໃນຕ່າງປະເທດ ສ່ວນຫລາຍເປັນປະເທດໃນອາຊີຕາເວັນອອກສຽງໃຕ້.