ຈີນພັດທະນາຊຸດກວດໂຄວິດດ້ວຍ DNA ແນ່ນອນທຽບເທົ່າ RT-PCR ແຕ່ໃຊ້ເວລາບໍ່ເກີນ 4 ນາທີ


ນັກວິໄຈມະຫາວິທະຍາໄລຈີນລະບຸ ປະສົບຜົນສຳເລັດພັດທະນາຊຸດກວດໂຄວິດດ້ວຍ DNA ໃຊ້ເວລາກວດບໍ່ເຖິງ 4 ນາທີ ແຕ່ຜົນແນ່ນອນທຽບເທົ່າ RT-PCR ຊີ້ເໝາະກັບການກວດຢູ່ສະໜາມບິນ ຫລື ໃຊ້ຕາມເຮືອນ.
ວັນທີ 8 ກຸມພາ 2022, ເວັບໄຊ SCMP ສື່ພາສາອັງກິດໃນຮົງກົງ ລາຍງານອ້າງນັກວິທະຍາສາດຈາກມະຫາວິທະຍາໄລຟູຕັນ (Fudan University) ໃນນະຄອນຊຽງໄຮ້ຂອງຈີນ ທີ່ລະບຸວ່າ: ປະສົບຜົນສຳເລັດໃນການພັດທະນາຊຸດກວດໂຄວິດ-19 ໂດຍໃຊ້ເຕັກໂນໂລຊີ DNA.
ນັກວິໄຈຈີນລະບຸວ່າ: ການກວດໂຄວິດແບບ DNA ມີຄວາມແນ່ນອນທຽບເທົ່າການກວດແບບ RT-PCR ທີ່ນິຍົມໃຊ້ກວດໂຄວິດທົ່ວໂລກໃນປັດຈຸບັນ, ແຕ່ເຕັກໂນໂລຊີຫລ້າສຸດໃຊ້ເວລາໃນການຮູ້ຜົນຫລຸດລົງເຫລືອບໍ່ເກີນ 4 ນາທີເທົ່ານັ້ນ.
ທີມນັກວິໄຈລະບຸວ່າ: ຊຸດກວດດັ່ງກ່າວໃຊ້ເຕັກໂນໂລຊີ DNA ຄຽງຄູ່ກັບແຜງວົງຈອນຂະໜາດນ້ອຍ ທີ່ຈະແປງຜົນທາງພັນທຸກຳຈາກຕົວຢ່າງເຊື້ອເປັນສັນຍານໄຟຟ້າ ກ່ອນສັນຍານດັ່ງກ່າວຈະເຂົ້າສູ່ລະບົບຄອມພິວເຕີ ຫລື ສະມາດໂຟນ ແລະ ປະມວນອອກມາເປັນຜົນກວດໃນທີ່ສຸດ.
ການວິໄຈໂດຍນັກວິທະຍາສາດຈີນທີ່ຕີພິມໃນວາລະສານ Nature Biomedical Engineering ຊີ້ວ່າ: ເຕັກໂນໂລຊີທີ່ຖືກພັດທະນາຂຶ້ນຈະເຮັດໃຫ້ການກວດໂຄວິດງ່າຍຂຶ້ນກວ່າເກົ່າ ແລະ ຜົນການກວດຍັງແນ່ນອນ ແລະ ສະດວກກວ່າວິທີທີ່ໃຊ້ຢູ່ ແລະ ຊຸດກວດນີ້ສາມາດນຳໄປໃຊ້ຕາມສະໜາມບິນ, ຄລີນິກ ຫລື ໃຊ້ຕາມເຮືອນ ໂດຍບໍ່ຕ້ອງລໍຖ້າຜົນກວດດົນແບບ RT-PCR.
ຜົນການວິໄຈພົບວ່າ: ການກວດໂຄວິດແບບ DNA ຂອງນັກວິໄຈຈີນ ສາມາດກວດຈັບເຊື້ອໂຄວິດໃນກຸ່ມຕົວຢ່າງ 33 ຄົນ ທີ່ຜ່ານການກວດ RT-PCR ແລ້ວພົບເຊື້ອໄດ້ທັງໝົດພາຍໃນ 4 ນາທີ ໂດຍໃຊ້ເວລາກວດສະເລ່ຍຄົນລະ 1 ນາທີເທົ່ານັ້ນ. ຂະນະດຽວກັນ ຍັງບໍ່ສະແດງຜົນບວກຕົວະໃນກຸ່ມອາສາສະໝັກທີ່ບໍ່ຕິດເຊື້ອໂຄວິດ 54 ຄົນ ໂດຍໃນຈຳນວນນີ້ 23 ຄົນ ມີອາການປ່ວຍເປັນໄຂ້ແຕ່ບໍ່ມີເຊື້ອໂຄວິດ-19.
ປັດຈຸບັນ ການກວດໂຄວິດ-19 ນິຍົມໃຊ້ວິທີ RT-PCR ທີ່ຈຳເປັນຕ້ອງເອົາເຊື້ອເຂົ້າໄປກວດໃນຫ້ອງທົດລອງ ເຊິ່ງເຖິງວ່າຜົນຈະມີຄວາມແນ່ນອນແຕ່ຕ້ອງໃຊ້ເວລາລໍຖ້າຜົນຫລາຍວັນ. ຂະນະທີ່ການກວດແບບ ATK ເຊິ່ງຜູ້ກວດສາມາກວດໄດ້ດ້ວຍຕົນເອງ ແລະ ຮູ້ຜົນພາຍໃນ 15-30 ນາທີ ແຕ່ຄວາມແນ່ນອນບໍ່ທຽບເທົ່າການກວດແບບ RT-PCR ເຊິ່ງໃຊ້ເວລາດົນກວ່າ.
ອ້າງອີງ: