ແມ່ຍິງຖືພາເປັນພະຍາດໝາກໄຂ່ຫລັງຕ້ອງເອົາໃຈໃສ່ເປັນພິເສດ


ພະຍາດໝາກໄຂ່ຫລັງອາດຮຸນແຮງຂຶ້ນຕອນຖືພາ ໂດຍສະເພາະແມ່ທີ່ເຄີຍມີປະຫວັດເປັນພະຍາດໝາກໄຂ່ຫລັງມາກ່ອນ ແມ່ ຍິງຖືພາຈຶ່ງຕ້ອງເອົາໃຈໃສ່ດູແລສຸຂະພາບຢ່າງເຂັ້ມງວດ ແລະ ແພດຕ້ອງດູແລຢ່າງໃກ້ຊິດນຳ.
ໃຜກໍຢ້ານເປັນພະຍາດໝາກໄຂ່ຫລັງ ເພາະເປັນແລ້ວທໍລະມານບໍ່ໜ້ອຍ ພະຍາດໝາກໄຂ່ຫລັງມີຫລາຍແບບ ທັງເກີດຈາກຄວາມຜິດປົກກະຕິຂອງໝາກໄຂ່ຫລັງແຕ່ກຳເນີດ, ຕິດເຊື້ອຮວຍໝາກໄຂ່ຫລັງອັກເສບ, ໜິ້ວໃນໝາກໄຂ່ຫລັງ ຫລື ທໍ່ໝາກໄຂ່ຫລັງ ແລະ ຮຸນແຮງຈົນໝາກໄຂ່ຫລັງວາຍໄດ້ ໂດຍສະເພາະໃນແມ່ຍິງຖືພາທີ່ມີປະຫວັດເຄີຍເປັນພະຍາດໝາກໄຂ່ຫລັງມາກ່ອນ ຫລື ມາເປັນໃນຕອນຖືພາ ລວມທັງການຖືພາເອງກໍອາດສົ່ງຜົນໃຫ້ພະຍາດໝາກໄຂ່ຫລັງອາການຮຸນແຮງຂຶ້ນໄດ້. ດັ່ງນັ້ນ, ກ່ອນຖືພາຈຶ່ງຕ້ອງປິ່ນປົວອາການຂອງພະຍາດໃຫ້ດີກ່ອນ ແລະ ເຮັດຄວາມຮູ້ຈັກພະຍາດໝາກໄຂ່ຫລັງໃຫ້ຫລາຍຂຶ້ນ ເພື່ອວາງແຜນການມີລູກໃຫ້ປອດໄພ.
ໝາກໄຂ່ຫລັງເຮັດວຽກປ່ຽນໄປເມື່ອຖືພາມົດລູກຈະຂະຫຍາຍໃຫຍ່ຂຶ້ນໄປກົດທັບໝາກໄຂ່ຫລັງ ເຮັດໃຫ້ທໍ່ໝາກໄຂ່ຫລັງຂະຫຍາຍ ຫລື ອັດຕັນໄດ້ ເຊິ່ງສົ່ງຜົນໃຫ້ລະບົບທໍ່ຍ່ຽວຕິດເຊື້ອ ເຖິງວ່າຈະເລີ່ມຖືພາອ່ອນໆ ແຕ່ຂະໜາດຂອງມົດລູກກໍຍືດຂະຫຍາຍໄປກົດທັບພົກຍ່ຽວໄດ້ ເຮັດໃຫ້ແມ່ຍ່ຽວຫລາຍໆເທື່ອ ແລະ ຖ້າກັ້ນຍ່ຽວເລື້ອຍໆອາດຈະເຮັດໃຫ້ຕິດເຊື້ອຢູ່ທໍ່ຍ່ຽວ.
ອາການໜ້າສົງໄສຂອງພະຍາດໝາກໄຂ່ຫລັງແມ່ນໄຂ້ສູງ, ໜາວສັ່ນ, ປວດຫລັງ ຫລື ແອວ, ຍ່ຽວຂັດ ອາດເກີດຈາກການຕິດເຊື້ອຢູ່ທໍ່ຍ່ຽວຈົນເກີດຮວຍໝາກໄຂ່ຫລັງອັກເສບ, ຍ່ຽວເປັນເລືອດ ອາດເຫັນດ້ວຍຕາເປົ່າ ຫລື ມີລິ່ມເລືອດປົນໃນນຳ້ຍ່ຽວ, ນຳ້ຍ່ຽວເປັນສີແດງຈາງໆ, ນຳ້ຍ່ຽວມີຟອງສີຂາວໆອອກມາທຸກເທື່ອ, ກວດເລືອດແລ້ວພົບຜົນການເຮັດວຽກຂອງໝາກໄຂ່ຫລັງຜິດປົກກະຕິ ສະນັ້ນ ແມ່ທີ່ວາງແຜນຈະມີລູກ ຫລື ເຄີຍເປັນພະຍາດໝາກໄຂ່ຫລັງຈຶ່ງຄວນສັງເກດໂຕເອງວ່າມີອາການໜ້າສົງໄສດັ່ງກ່າວຫລືບໍ່ ເພື່ອຈະໄດ້ປິ່ນປົວ ແລະ ດູແລໂຕເອງໃຫ້ປອດໄພຕະຫລອດການຖືພາ. ນອກຈາກນີ້, ຫາກເປັນພະຍາດໝາກໄຂ່ຫລັງກ່ອນຖືພາກໍສາມາດຈຳແນກໄດ້ ເພາະມີທັງຊະນິດຮຸນແຮງ ແລະ ບໍ່ຮຸນແຮງ.
– ພະຍາດໝາກໄຂ່ຫລັງຊະນິດບໍ່ຮຸນແຮງ ແລະ ຜົນກວດການເຮັດວຽກຂອງໝາກໄຂ່ຫລັງມີລະດັບເກືອແຮ່ໃນຮ່າງກາຍບໍ່ຜິດປົກກະຕິຫລາຍກໍຈະຖືພາຕໍ່ໄປໄດ້ໂດຍຢູ່ໃນຄວາມດູແລຂອງແພດຢ່າງໃກ້ຊິດ ເພາະແພດຕ້ອງຄອຍລະວັງເລື່ອງການເຈັບທ້ອງເກີດລູກກ່ອນກຳນົດ ໂດຍປະເມີນຈາກການຫົດຮັດຂອງມົດລູກ ຫລື ການຈະເລີນເຕີບໃຫຍ່ຂອງລູກວ່າຊ້າກ່ວາປົກກະຕິຫລືບໍ່ ແລະ ຕ້ອງລະວັງການຖືພາເປັນພິດ ແລະ ຕ້ອງກວດຕິດຕາມການຈະເລີນເຕີບໃຫຍ່ຂອງລູກໃນທ້ອງຢ່າງໃກ້ຊິດ ໂດຍເອັກໂກເພື່ອປະເມີນນຳ້ໜັກ, ການຈະເລີນເຕີບໃຫຍ່, ເລືອດທີ່ໄປລ້ຽງລູກໃນທ້ອງ ແລະ ກວດການເຕັ້ນຂອງຫົວໃຈລູກເປັນໄລຍະໆ.
– ພະຍາດໝາກໄຂ່ຫລັງຊະນິດຮຸນແຮງ ຫລື ຕ້ອງມີການລ້າງໝາກໄຂ່ຫລັງມາກ່ອນໜ້ານີ້ ແມ່ກຸ່ມນີ້ມັກຈະມີໂອກາດຖືພາໄດ້ ຍາກຢູ່ແລ້ວ ແຕ່ຫາກຖືພາໄດ້ 50% ຈະມີໂອກາດຫລຸລູກ, ລູກເສຍຊີວິດໃນທ້ອງ, ການເກີດກ່ອນກຳນົດ ຫລື ຖືພາເປັນພິດ ຈຶ່ງຕ້ອງໄດ້ຮັບການດູແລຢ່າງໃກ້ຊິດຈາກແພດ. ໃນກໍລະນີທີ່ຖືພາໃນຂະນະທີ່ພະຍາດຍັງຮຸນແຮງຢູ່ ຫລື ແມ່ຮູ້ວ່າໂຕເອງເປັນພະຍາດໝາກໄຂ່ຫລັງ ຫລື ມີອາການສົງໄສກ່ອນຖືພາ ຈຶ່ງຕ້ອງປະຕິບັດຕາມຄຳແນະນຳຂອງແພດຢ່າງເຂັ້ມງວດ ແລະ ຄຸມກຳເນີດກ່ອນ ຈົນກ່ວາແພດຈະອະນຸຍາດໃຫ້ຖືພາໄດ້ ເພາະຖ້າເກີດການຖືພາໃນສະພາບຮ່າງກາຍທີ່ບໍ່ພ້ອມແລ້ວ ຈະເກີດຜົນຮ້າຍຕໍ່ທັງແມ່ ແລະ ລູກໃນທ້ອງໄດ້.