ໄຈກາ ຫວັງຊົນລະປະທານທ່າງ່ອນ ຈະກາຍເປັນຕົວແບບຊົນລະກະເສດທີ່ທັນສະໄໝ
February 5, 2022 - 1:48 PM


ເມື່ອບໍ່ດົນມານີ້, ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກຳ-ປ່າໄມ້, ທ່ານ ໂຄບາຢາຊິ ເຄນອິຈິ ເອກອັກຄະຣາຊະທູດຢີ່ປຸ່ນປະຈຳ ສປປ ລາວ ແລະ ທ່ານ ນາກາເຊະ ໂຕຊິໂອະ ຫົວໜ້າອົງການໄຈກາ ປະຈຳລາວໄດ້ເຂົ້າຮ່ວມພິທີມອບ-ຮັບໂຄງການປັບປຸງຊົນລະປະທານທ່າງ່ອນເມືອງໄຊທານີນະຄອນຫລວງ ວຽງຈັນພາຍຫລັງສຳເລັດການປັບປຸງ ຊຶ່ງໂຄງການນີ້ເປັນການສະໜັບສະໜູນນະໂຍບາຍຂອງລັດຖະບານ ລາວ ໃນການຄ້ຳປະກັນສະບຽງອາຫານ, ຜະລິດເປັນສິນຄ້າ ແລະ ປັບປຸງຄຸນນະພາບການຜະລິດໃຫ້ດີຂຶ້ນ .


ໂຄງການດັ່ງກ່າວ ໄດ້ປ່ຽນຖ່າຍຈັກສູບນ້ຳໃໝ່ ທີ່ສາມາດສະໜອງນ້ຳໃຫ້ແກ່ການຜະລິດຂອງປະຊາຊົນ 5 ບ້ານໃນເນື້ອທີ່ 658 ເຮັກຕາ. ຂະນະທີ່ອົງການໄຈກາ ຫວັງວ່າໂຄງການນີ້ ຈະກາຍເປັນຕົວແບບຊົນລະກະເສດທີ່ທັນສະໄໝ ສາມາດເພີ່ມສະມັດຖະພາບຜົນຜະລິດໃຫ້ແກ່ກະສິກອນຫລາຍຂຶ້ນ.