ມອບ-ຮັບໜ້າທີ່ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຜູ້ໃໝ່
February 4, 2022 - 8:53 AM


ໃນຕອນບ່າຍວັນທີ 03 ກຸມພາ 2022 ທີ່ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ຄຳເຈນ ວົງໂພສີ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຜູ້ເກົ່າ) ແລະ ທ່ານ ອາລຸນໄຊ ສູນນະລາດ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຜູ້ໃໝ່); ໂດຍການໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານ ແລະ ໃຫ້ກຽດໂອ້ລົມ ຂອງທ່ານ ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ, ຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ຫ້ອງວ່າການສູນກາງພັກ ພ້ອມດ້ວຍພະນັກງານຫຼັກແຫຼ່ງພາຍໃນຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເຂົ້າຮ່ວມ.
ໃນພິທີ, ທ່ານ ທອງຈັນ ໂຂງພູມຄໍາ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານຄຳສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການຍົກຍ້າຍ ສະຫາຍ ຄຳເຈນ ວົງໂພສີ, ກຳມະການສູນກາງພັກ, ເລຂາຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄປຮັບໜ້າທີ່ໃໝ່ ຢູ່ກະຊວງແຜນການ ແລະ ການລົງທຶນ; ຜ່ານມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍການແຕ່ງຕັ້ງ ສະຫາຍ ອາລຸນໄຊ ສູນນະລາດ, ກຳມະການສູນກາງພັກ, ເປັນເລຂາຄະນະບໍ ລິຫານງານຄະນະພັກຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແລະ ຜ່ານລັດຖະດຳລັດ ວ່າດ້ວຍການແຕ່ງຕັ້ງທ່ານ ອາລຸນໄຊ ສູນນະລາດ ເປັນລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ.
ໃນພິທີມອບ-ຮັບໜ້າທີ່ ໃນຄັ້ງນີ້, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຍ້ອງຍໍຊົມ ເຊີຍ ແລະ ຕີລາຄາສູງຕໍ່ຜົນງານ ໃນການນໍາພາ-ຊີ້ນຳວຽກງານທີ່ໄດ້ຮັບມອບໝາຍ ຂອງສະຫາຍ ຄຳເຈນ ວົງໂພສີ ແລະ ສະຫາຍ ອາລຸນໄຊ ສູນນະລາດ ເຊິ່ງມີຜົນສຳເລັດພົ້ນເດັ່ນຫຼາຍດ້ານ ແລະ ໄດ້ຮັບຄວາມເຊື່ອໝັ້ນ, ຄວາມໄວ້ເນື້ອເຊື່ອໃຈ ຈາກກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ແລະ ລັດຖະບານ. ສໍາລັບຜົນງານ ກໍ່ຄືການນຳພາ-ຊີ້ນຳ ຂອງທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະ ມົນຕີ (ຜູ້ເກົ່າ) ແມ່ນໄດ້ປະກອບສ່ວນຢ່າງຕັ້ງໜ້າ ແລະ ຫ້າວຫັນ ເຂົ້າໃນການສ້າງ, ປັບປຸງກົນໄກ ແລະ ແບບແຜນວິທີເຮັດວຽກ ຂອງຫ້ອງວ່າການສຳນັກງານນາຍົກ ລັດຖະມົນຕີ ໃນການເປັນເສນາທິການ, ການປະສານງານ ແລະ ການບໍລິການ ໃຫ້ມີຄວາມວ່ອງໄວ ແລະ ມີປະສິດທິຜົນສູງຂຶ້ນກວ່າເກົ່າ, ໃນນີ້ ອັນພົ້ນເດັ່ນ ແມ່ນໄດ້ນໍາພາປັບປຸງແບບ ແຜນວິທີເຮັດວຽກ ໃນການເປັນເສນາທິການ ຮັບໃຊ້ກອງປະຊຸມຕ່າງໆຂອງລັດຖະບານ, ນາຍົກ- ຮອງນາຍົກລັດຖະມົນຕີ, ການຄົ້ນຄວ້າອອກນິຕິກໍາຕ່າງໆ ລວມທັງ ການຕິດຕາມກວດກາ ການຈັດຕັ້ງປະຕິບັດແຜນດຳເນີນງານຂອງລັດຖະບານ ໃນແຕ່ລະໄລຍະ ເພື່ອໃຫ້ຮັບປະກັນຄຸນນະພາບ, ມີປະສິດທິຜົນສຸງ ແລະ ວ່ອງໄວ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງວຽກ ງານໄດ້ນັບມື້ດີຂຶ້ນ. ນອກຈາກນັ້ນ, ຍັງເປັນໃຈກາງ ໃນການເຕົ້າໂຮມຄວາມສາມັກຄີອັນເປັນປຶກແຜ່ນ ໃນຄະນະນຳ ຕະຫຼອດຮອດພະນັກງານ-ລັດຖະກອນ; ນໍາພາ-ຊີ້້ນຳການກໍ່ສ້າງພັກ-ພະ ນັກງານ ໃນວິທີການຕ່າງໆ ລວມທັງ ການສ້າງໃນຂະບວນການຕົວຈິງໄດ້ຫຼາຍສົມຄວນ; ໄດ້ລົງເລິກຊີ້ນຳ ກະກຽມກອງປະຊຸມໃຫຍ່ຄັ້ງທີ V ຢ່າງໃກ້ຊິດ ແລະ ສາມາດດຳເນີນກອງປະຊຸມໃຫຍ່ດັ່ງກ່າວສຳເລັດຢ່າງຈົບງາມ.
ເພື່ອສືບຕໍ່ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານ ຂອງຫ້ອງວ່າສຳນັກງານນາຍົກລັດຖະມົນຕີ ມີປະສິດທິພາບ ແລະ ປະສິດທິຜົນ ພ້ອມທັງໄດ້ຮັບຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າ, ທ່ານຮອງນາຍົກລັດຖະມົນຕີ ໃນນາມຕາງໜ້າກົມການເມືອງ ກໍຄືລັດ ຖະບານ ໄດ້ຊີ້ນຳໃຫ້ທ່ານ ລັດ ຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຜູ້ໃໝ່ ກໍຄືພະນັກງານ, ສະມາຊິກພັກ ທົ່ວຫ້ອງວ່າການສໍານັກງານນາ ຍົກລັດຖະມົນຕີ ໃຫ້ເອົາໃຈໃສ່ບາງບັນຫາດັ່ງນີ້:
1) ກ່ອນອື່ນຄະນະພັກ-ຄະນະນໍາ ຖືສໍາຄັນ ແລະ ເອົາໃຈໃສ່ການກໍ່ສ້າງພັກປອດໃສ, ເຂັ້ມແຂງ ແລະ ໜັກ ແໜ້ນ ຊຶ່ງວຽກງານກໍ່ສ້າງພັກ ເປັນຂອດຕັດສິນ, ບ່ອນໃດເຮັດວຽກງານກໍ່ສ້າງພັກໄດ້ດີ ບ່ອນນັ້ນມີຄວາມສະຫງົບ.
2) ຕັ້ງໜ້າປັບປຸງແບບແຜນນຳພາ ຂອງອົງຄະນະພັກ, ນຳພາດ້ວຍແນວທາງ ແລະ ລະບຽບກົດໝາຍ ຕິດພັນກັບການເສີມຂະຫຍາຍຄວາມເປັນແບບຢ່າງນຳໜ້າຂອງພັກ, ການແກ້ໄຂຂໍ້ຂາດຕົກບົກພ່ອງ ແລະ ການນຳພາແຫ່ງການຝຶກຝົນຫຼໍ່ຫຼອມຕົນເອງໃຫ້ດີຂຶ້ນ.
3) ສືບຕໍ່ສຸມໃສ່ປະຕິບັດວຽກງານວິຊາສະເພາະຂອງຕົນ ເປັນຕົ້ນ: ຍົກສູງບົດບາດ ແລະ ຄຸນນະພາບ ການກຳ ແໜ້ນສະພາບການ, ການຄົ້ນຄວ້າ-ສັງລວມ, ການກວດກາ-ກັ່ນກອງ, ການບັນ ນາທິການ ແລະ ການສະເໜີທັດສະ ນະ, ຄຳຄິດເຫັນຊ່ວຍການນຳ ໃຫ້ຮອບດ້ານ, ເລິກເຊິ່ງ ແລະ ແທດເຖິງຕົວຈິງ ເພື່ອເຮັດໃຫ້ການພິຈາລະນາ ແລະ ຕົກລົງບັນຫາຂອງການນຳ ມີປະສິດທິພາບ, ຮັບປະກັນທັງດ້ານນິຕິກຳ ແລະ ເນື້ອໃນ ຢ່າງຄົບຖ້ວນ.
4) ເອົາໃຈໃສ່ສ້າງ ແລະ ປັບປຸງ ແຜນການເຄື່ອນໄຫວວຽກງານ ຂອງລັດຖະບານ, ນາຍົກ-ບັນດາຮອງນາຍົກ ລັດຖະມົນຕີ ແຕ່ລະໄລຍະ ໃຫ້ລະອຽດ ແລະ ສອດຄ່ອງກວ່າເກົ່າ ໂດຍມີການຈັດລຽງບຸລິມະສິດ ຍຸດທະສາດ, ນິຕິກຳ, ໂຄງການຕ່າງໆ ແລະ ຫົວຂໍ້ທີ່ເປັນບັນຫາເຄັ່ງຮ້ອນ ທີ່ຕ້ອງພິຈາລະນາ ໃຫ້ຊັດເຈນ, ວ່ອງໄວ ແລະ ຮັບປະກັນຄຸນ ນະພາບ. ພ້ອມກັນນັ້ນ, ກໍຊ່ວຍຊຸກຍູ້ ຕິດຕາມ ການຈັດຕັ້ງປະຕິບັດມະຕິ, ຄໍາສັ່ງ, ແຈ້ງການ ແລະ ນິຕິກໍາຕ່າງໆ ຂອງລັດຖະບານ ຢູ່ສູນ ກາງ ແລະ ທ້ອງຖິ່ນ ໃຫ້ຖືກຕ້ອງ ແລະ ສອດຄ່ອງ.
5) ເອົາໃຈໃສ່ເປັນພິເສດຕໍ່ການຮັກສາຄວາມລັບທາງລັດຖະການ ເປັນຕົ້ນ ຄວາມລັບໃນການເຄື່ອນ ໄຫວ, ຊີ້ນໍາ ແລະ ຕົກລົງ ຂອງລັດຖະບານ, ນາຍົກລັດຖະມົນຕີ, ບັນດາຮອງນາຍົກລັດຖະມົນຕີ ແລະ ຄວາມລັບທາງດ້ານເອກະ ສານ ໃຫ້ໄດ້ດີກວ່າເກົ່າ.
ໃນຕອນທ້າຍ, ທ່ານ ອາລຸນໄຊ ສູນນະລາດ ໄດ້ຂຶ້ນກ່າວຮັບຄຳໂອວາດ ຂອງທ່ານ ຮອງນາຍົກລັດຖະມົນຕີ, ພ້ອມທັງ ກ່າວຮັບໜ້າທີ່ ໂດຍຢືນຢັນ ຈະສຸມສະຕິປັນຍາ, ເຫື່ອແຮງ, ຄວາມຮູ້ຄວາມສາມາດ ແລະ ປະສົບການຂອງຕົນ ຮ່ວມກັບຄະນະນໍາ ແລະ ພະນັກງານ ທົ່ວຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ປະຕິບັດໜ້າທີ່ວຽກງານ ຕາມພາລະບົດບາດ ຄວາມຮັບຜິດ ຊອບ ແລະ ການມອບໝາຍຂອງຂັ້ນເທິງ, ຮັບປະກັນທາງດ້ານຄຸນນະພາບ ແລະ ໄດ້ຮັບຜົນ ສຳເລັດ ຕາມຄາດໝາຍທີ່ວາງໄວ້ ໃຫ້ສົມກັບຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈຂອງຂັ້ນເທິງ.

ຂ່າວ: ກົມປະຊາສຳພັນ ຫສນຍ