WHO ເຕືອນ ການລະບາດຂອງເຊື້ອໂອມິຄຣອນ ໃນຫລາຍປະເທດຍັງບໍ່ເຖິງຈຸດສູງສຸດ

WHO ເຕືອນ ການລະບາດຂອງເຊື້ອໂອມິຄຣອນ ໃນຫລາຍປະເທດຍັງບໍ່ເຖິງຈຸດສູງສຸດ - skynews hounslow covid 19 coronavirus 5395025 - WHO ເຕືອນ ການລະບາດຂອງເຊື້ອໂອມິຄຣອນ ໃນຫລາຍປະເທດຍັງບໍ່ເຖິງຈຸດສູງສຸດ
WHO ເຕືອນ ການລະບາດຂອງເຊື້ອໂອມິຄຣອນ ໃນຫລາຍປະເທດຍັງບໍ່ເຖິງຈຸດສູງສຸດ - kitchen vibe - WHO ເຕືອນ ການລະບາດຂອງເຊື້ອໂອມິຄຣອນ ໃນຫລາຍປະເທດຍັງບໍ່ເຖິງຈຸດສູງສຸດ

ອົງການອະນາໄມໂລກ (WHO) ເຕືອນວ່າ: ຫລາຍປະເທດຍັງບໍ່ເຖິງຈຸດສູງສຸດຂອງການລະບາດຂອງເຊື້ອໂຄວິດສາຍພັນໂອມິຄຣອນ. ດັ່ງນັ້ນ ຈຶ່ງແນະນຳວ່າການຫລຸດຜ່ອນມາດຕະການຄວບຄຸມການລະບາດຄວນເຮັດຢ່າງລະມັດລະວັງ ແລະ ຄ່ອຍເປັນຄ່ອຍໄປ.

ມາເຣຍ ຟານ ເຄິກໂຮຟ ເຈົ້າໜ້າທີ່ WHO ລະບຸວ່າ: “ເຮົາຂໍເຕືອນໃຫ້ລະວັງ ເພາະຫລາຍປະເທດຍັງບໍ່ຜ່ານຈຸດສູງສຸດຂອງການລະບາດຂອງເຊື້ອໂອມິຄຣອນ. ຂະນະທີ່ຫລາຍປະເທດມີຄວາມຄວບຄຸມໃນການສັກວັກຊີນໃນລະດັບຕໍ່າ ແລະ ມີບຸກຄົນທີ່ມີຄວາມສ່ຽງສູງຢູ່ໃນກຸ່ມປະຊາກອນຂອງພວກເຂົາ. ດັ່ງນັ້ນ ຕອນນີ້ຈຶ່ງຍັງບໍ່ແມ່ນເວລາທີ່ຈະຍົກເລີກມາດຕະການທຸກຢ່າງພ້ອມກັນ”.

WHO ເຕືອນ ການລະບາດຂອງເຊື້ອໂອມິຄຣອນ ໃນຫລາຍປະເທດຍັງບໍ່ເຖິງຈຸດສູງສຸດ - Visit Laos Visit SALANA BOUTIQUE HOTEL - WHO ເຕືອນ ການລະບາດຂອງເຊື້ອໂອມິຄຣອນ ໃນຫລາຍປະເທດຍັງບໍ່ເຖິງຈຸດສູງສຸດ

ທ່ານ ທີໂດຣສ ອັດຮານອມ ກີບຣີເຢຊຸສ ຜູ້ອຳນວຍການ WHO ລະບຸວ່າ: ອົງການອະນາໄມໂລກມີຄວາມກັງວົນວ່າການລະບາດທີ່ຫລາຍຂຶ້ນຂອງເຊື້ອໂອມິຄຣອນອາດໝາຍເຖິງການເສຍຊີວິດທີ່ເພີ່ມຂຶ້ນ, ແຕ່ເນັ້ນວ່າ: WHO ບໍ່ໄດ້ຮຽກຮ້ອງໃຫ້ປະເທດຕ່າງໆ ກັບເຂົ້າສູ່ການລັອກດາວ, ແຕ່ຮຽກຮ້ອງໃຫ້ທຸກປະເທດປົກປ້ອງປະຊາກອນໂດຍໃຊ້ເຄື່ອງມືທັງໝົດ ບໍ່ແມ່ນສະເພາະວັກຊີນພຽງຢ່າງດຽວ.

ທ່ານ ກີບຣີເຢຊຸສ ຍັງແນະນຳອີກວ່າ: ບາງປະເທດບໍ່ຄວນເຂົ້າໃຈຜິດວ່າເຊື້ອໂອມິຄຣອນລະບາດງ່າຍ, ແຕ່ມີຄວາມຮຸນແຮງຕໍ່າ. ດັ່ງນັ້ນ ຈຶ່ງບໍ່ຈຳເປັນຕ້ອງຫາທາງປ້ອງກັນ.

“ມັນຍັງໄວເກີນໄປສຳລັບປະເທດຕ່າງໆ ໃນການຍອມຈຳນົນ ຫລື ປະກາດໄຊຊະນະ” ຜູ້ອຳນວຍການ WHO ກ່າວ.

ອ້າງອີງ:

WHO ເຕືອນ ການລະບາດຂອງເຊື້ອໂອມິຄຣອນ ໃນຫລາຍປະເທດຍັງບໍ່ເຖິງຈຸດສູງສຸດ - 5 - WHO ເຕືອນ ການລະບາດຂອງເຊື້ອໂອມິຄຣອນ ໃນຫລາຍປະເທດຍັງບໍ່ເຖິງຈຸດສູງສຸດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!