ອາເມລິກາ ກຽມພິຈາລະນາສັກວັກຊີນ ໃຫ້ເດັກອາຍຸຕໍ່າກວ່າ 5 ປີ ຫລັງ Pfizer ຂໍອະນຸມັດກໍລະນີສຸກເສີນ

ອາເມລິກາ ກຽມພິຈາລະນາສັກວັກຊີນ ໃຫ້ເດັກອາຍຸຕໍ່າກວ່າ 5 ປີ ຫລັງ Pfizer ຂໍອະນຸມັດກໍລະນີສຸກເສີນ - 31dc vaccine top superJumbo - ອາເມລິກາ ກຽມພິຈາລະນາສັກວັກຊີນ ໃຫ້ເດັກອາຍຸຕໍ່າກວ່າ 5 ປີ ຫລັງ Pfizer ຂໍອະນຸມັດກໍລະນີສຸກເສີນ
ອາເມລິກາ ກຽມພິຈາລະນາສັກວັກຊີນ ໃຫ້ເດັກອາຍຸຕໍ່າກວ່າ 5 ປີ ຫລັງ Pfizer ຂໍອະນຸມັດກໍລະນີສຸກເສີນ - kitchen vibe - ອາເມລິກາ ກຽມພິຈາລະນາສັກວັກຊີນ ໃຫ້ເດັກອາຍຸຕໍ່າກວ່າ 5 ປີ ຫລັງ Pfizer ຂໍອະນຸມັດກໍລະນີສຸກເສີນ

ອາເມລິກາ ກຽມພິຈາລະນາອະນຸມັດສັກວັກຊີນປ້ອງກັນໂຄວິດ-19 ເປັນກໍລະນີສຸກເສີນໃຫ້ເດັກອາຍຸຕໍ່າກວ່າ 5 ປີ ຄາດຮູ້ຜົນພາຍໃນເດືອນນີ້.

ວັນທີ 2 ກຸມພາ 2022, ສຳນັກຂ່າວຕ່າງປະເທດລາຍງານວ່າ: ໜ່ວຍງານດູແລເບິ່ງແຍງຂອງອາເມລິກາ ກຳລັງພິຈາລະນາສັກວັກຊີນປ້ອງກັນໂຄວິດ-19 ໃຫ້ເດັກທີ່ມີອາຍຸຕໍ່າກວ່າ 5 ປີ ໂດຍຄາດວ່າຈະມີການຕັດສິນໃຈຢ່າງໄວທີ່ສຸດພາຍໃນເດືອນນີ້.

ອາເມລິກາ ກຽມພິຈາລະນາສັກວັກຊີນ ໃຫ້ເດັກອາຍຸຕໍ່າກວ່າ 5 ປີ ຫລັງ Pfizer ຂໍອະນຸມັດກໍລະນີສຸກເສີນ - Visit Laos Visit SALANA BOUTIQUE HOTEL - ອາເມລິກາ ກຽມພິຈາລະນາສັກວັກຊີນ ໃຫ້ເດັກອາຍຸຕໍ່າກວ່າ 5 ປີ ຫລັງ Pfizer ຂໍອະນຸມັດກໍລະນີສຸກເສີນ

ການດຳເນີນດັ່ງກ່າວມີຂຶ້ນ ຫລັງຈາກບໍລິສັດໄຟເຊີ ແລະ ໄບໂອເອັນເທັກ ເລີ່ມຂະບວນການຍື່ນຂໍອະນຸມັດໃຊ້ວັກຊີນຂອງບໍລິສັດໃນກຸ່ມເດັກຊ່ວງອາຍຸດັ່ງກ່າວ ເຊິ່ງເປັນຊ່ວງອາຍຸດຽວທີ່ຍັງບໍ່ໄດ້ຮັບອະນຸຍາດໃຫ້ສັກວັກຊີນປ້ອງກັນໂຄວິດ-19.

ທັງນີ້, ໄຟເຊີໄດ້ອອກມາເປີດເຜີຍໃນວັນທີ 1 ກຸມພາວ່າ: ທາງບໍລິສັດໄດ້ຍື່ນລາຍງານຕໍ່ສຳນັກງານຄະນະກຳມະການອາຫານ ແລະ ຢາອາເມລິກາ (FDA) ເພື່ອຂໍອະນຸມັດໃຊ້ວັກຊີນປ້ອງກັນໂຄວິດ-19 ຂອງບໍລິສັດເປັນກໍລະນີສຸກເສີນໃນກຸ່ມເດັກທີ່ມີອາຍຸຕໍ່າກວ່າ 5 ປີ ເຖິງວ່າຜົນການທົດລອງວັກຊີນໃນການທົດລອງກັບເດັກອາຍຸ 2-4 ປີ ຍັງພົບວ່າສ້າງພູມຕ້ານທານໄດ້ໜ້ອຍກວ່າທີ່ມີການຄາດການໄວ້ກໍຕາມ.

ໄຟເຊີລະບຸວ່າ: ບໍລິສັດເລີ່ມຂະບວນການສົ່ງຂໍ້ມູນຕາມຄຳຮ້ອງຂໍຂອງ FDA ເນື່ອງຈາກມີຄວາມຈຳເປັນຮີບດ່ວນໃນດ້ານສາທາລະນະສຸກສຳລັບກຸ່ມເດັກນ້ອຍ. ຂະນະທີ່ຈຳນວນເດັກທີ່ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນຕໍ່ເນື່ອງ ທ່າມກາງການແພ່ລະບາດຂອງໄວຣັສສາຍພັນໂອມິຄຣອນ.

FDA ເປີດເຜີຍວ່າ: ຄະນະກຳມະການທີ່ປຶກສາ ເຊິ່ງເປັນຜູ້ຊ່ຽວຊານຈາກພາຍນອກຈະຈັດປະຊຸມໃນວັນທີ 15 ກຸມພານີ້ ເພື່ອພິຈາລະນາກ່ຽວກັບການອະນຸຍາດໃຫ້ສັກວັກຊີນໃນກຸ່ມເດັກອາຍຸດັ່ງກ່າວ ໂດຍຖ້າກອງປະຊຸມມີມະຕິເຫັນພ້ອມ ຈະສົ່ງເລື່ອງຕໍ່ໃຫ້ຄະນະກຳມະການຂອງ FDA ເພື່ອອະນຸມັດການນຳໃຊ້ວັກຊີນຕໍ່ໄປ.

ຖ້າ FDA ໃຫ້ການອະນຸມັດວັກຊີນ ໃນຂະບວນການຕໍ່ມາ ຈະມີການຍື່ນເລື່ອງໄປຫາສຳນັກງານຄວບຄຸມ ແລະ ປ້ອງກັນພະຍາດອາເມລິກາ (CDC) ເພື່ອປະຊຸມຄະນະກຳມະການທີ່ປຶກສາກ່ອນການປະກາດຮັບຮອງການນຳໃຊ້ວັກຊີນຢ່າງເປັນທາງການ. ພ້ອມອອກຄຳແນະນຳກ່ຽວກັບວິທີການໃຊ້ວັກຊີນ ເຊິ່ງຈະໃຊ້ເວລາປະມານໜຶ່ງອາທິດ ຫລື ຫລາຍກວ່ານັ້ນ.

ທັງນີ້, ໄຟເຊີຕັ້ງເປົ້າວ່າຈະສັກວັກຊີນປ້ອງກັນໂຄວິດ-19 ສຳລັບເດັກທີ່ມີອາຍຸແຕ່ 6 ເດືອນເຖິງ 5 ປີ ໃນປະລິມານ 3 ໄມໂຄຣກຣາມ ເຊິ່ງໜ້ອຍກວ່າປະລິມານວັກຊີນທີ່ສັກໃຫ້ຜູ້ໃຫຍ່ໃນປະລິມານ 30 ໄມໂຄຣກຣາມຢູ່ 10 ເທົ່າ ໂດຍບໍລິສັດໄດ້ມີການທົດລອງສັກວັກຊີນໃນເດັກນ້ອຍແລ້ວ ແລະ ຄາດວ່າຈະຍື່ນຂໍ້ມູນທັງໝົດຕໍ່ FDA ໄດ້ຢ່າງຄົບຖ້ວນພາຍໃນ 2-3 ວັນນີ້.

ເຖິງວ່າການທົດລອງຈະພົບວ່າການສັກວັກຊີນປະລິມານຕໍ່າຂະໜາດນີ້ຈຳນວນ 2 ເຂັມໃຫ້ເດັກອ່ອນຈະມີປະສິດທິພາບພຽງພໍໃນການສ້າງພູມຕ້ານທານໄວຣັສໂຄວິດ-19, ແຕ່ຍັງບໍ່ແນ່ນອນວ່າປະສິດທິພາບຂອງວັກຊີນປະລິມານດັ່ງກ່າວຈະພຽງພໍສຳລັບການປ້ອງກັນພະຍາດໃນກຸ່ມເດັກກ່ອນໄວຮຽນ ໂດຍໄຟເຊີເຜີຍວ່າ: ກຳລັງທົດລອງວັກຊີນເຂັມທີ 3 ເຊິ່ງຄາດວ່າຈະດຳເນີນການໄດ້ໃນທ້າຍເດືອນມີນາ.

ເຖິງຢ່າງໃດກໍຕາມ, ໄຟເຊີລະບຸວ່າ: ໃນການຂໍອະນຸມັດຈາກ FDA ຄັ້ງນີ້ ບໍລິສັດໄດ້ຍື່ນເລື່ອງຂໍສັກວັກຊີນເປັນກໍລະນີສຸກເສີນຈຳນວນ 2 ໂດສກ່ອນ ເພື່ອໃຫ້ການສັກວັກຊີນສາມາດເລີ່ມດຳເນີນໄດ້ໄວທີ່ສຸດ ແລະ ຖ້າຜົນການສຶກສາຊີ້ວ່າ ຈຳເປັນຕ້ອງມີການສັກເຂັມທີ 3 ກໍຈະມີການຍື່ນເລື່ອງເພື່ອຂໍອະນຸມັດເພີ່ມອີກຕໍ່ໄປ.

ອ້າງອີງ:

https://www.reuters.com/…/pfizer-submits-data-seeking…/

https://apnews.com/…/covid-vaccine-children-pfizer…

ອາເມລິກາ ກຽມພິຈາລະນາສັກວັກຊີນ ໃຫ້ເດັກອາຍຸຕໍ່າກວ່າ 5 ປີ ຫລັງ Pfizer ຂໍອະນຸມັດກໍລະນີສຸກເສີນ - 3 - ອາເມລິກາ ກຽມພິຈາລະນາສັກວັກຊີນ ໃຫ້ເດັກອາຍຸຕໍ່າກວ່າ 5 ປີ ຫລັງ Pfizer ຂໍອະນຸມັດກໍລະນີສຸກເສີນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!