ລີເວີພູລ ຢືນຢັນ ຄວ້າ ດີອາສ ເສີມກອງຫນ້າ ເຊັນສັນຍາ 5 ປີ

ລີເວີພູລ ຢືນຢັນ ຄວ້າ ດີອາສ ເສີມກອງຫນ້າ ເຊັນສັນຍາ 5 ປີ - goal image overlay b61efde5 fee3 4c6a 9ca2 f6f58e7dc21a - ລີເວີພູລ ຢືນຢັນ ຄວ້າ ດີອາສ ເສີມກອງຫນ້າ ເຊັນສັນຍາ 5 ປີ
ລີເວີພູລ ຢືນຢັນ ຄວ້າ ດີອາສ ເສີມກອງຫນ້າ ເຊັນສັນຍາ 5 ປີ - kitchen vibe - ລີເວີພູລ ຢືນຢັນ ຄວ້າ ດີອາສ ເສີມກອງຫນ້າ ເຊັນສັນຍາ 5 ປີ

ລີເວີພູລ ຢືນຢັນ ຄວ້າ ດີອາສ ເສີມກອງຫນ້າ ເຊັນສັນຍາ 5 ປີ - goal image overlay b61efde5 fee3 4c6a 9ca2 f6f58e7dc21a - ລີເວີພູລ ຢືນຢັນ ຄວ້າ ດີອາສ ເສີມກອງຫນ້າ ເຊັນສັນຍາ 5 ປີ

ລີເວີພູລ ຢືນຢັນຄວ້າ ຫລຸຍ ດີອາສ ປີກທີມຊາດໂຄລອມເບຍ ຂອງສະໂມສອນ ເອຟຊີ ປໍໂຕ ເສີມທີມຮຽບຮ້ອຍແລ້ວ ໂດຍເຊັນສັນຍາ 5 ປີເຄິ່ງ ຂະນະທີ່ຄ່າຕົວເບື້ອງຕົ້ນຢູ່ທີ່ 37 ລ້ານປອນ.

ລີເວີພູລ ຢືນຢັນ ຄວ້າ ດີອາສ ເສີມກອງຫນ້າ ເຊັນສັນຍາ 5 ປີ - Visit Laos Visit SALANA BOUTIQUE HOTEL - ລີເວີພູລ ຢືນຢັນ ຄວ້າ ດີອາສ ເສີມກອງຫນ້າ ເຊັນສັນຍາ 5 ປີ

ລີເວີພູລ ທີມໃຫຍ່ແຫ່ງພຣີເມຍລີກອັງກິດ ປະກາດຢືນຢັນຄວ້າ ຫລຸຍ ດີອາສ ປີກຕົວເກ່ັງຂອງ ເອັຟຊີ ປໍໂຕ ທີມດັງໃນລີກໂປຣຕຸເກສເສີມທີມເປັນທີ່ຮຽບຮ້ອຍແລ້ວ ເມື່ອວັນອາທິດທີ່ຜ່ານມາ ໂດຍຄ່າຕົວເບື້ອງຕົ້ນ 37 ລ້ານປອນ ພ້ອມເງື່ອນໄຂຈ່າຍເພີ່ມລວມເປັນ49 ລ້ານປອນໃນອະນາຄົດ ໂດຍດາວເຕະທີມຊາດໂຄລອມເບຍ ເຊັນສັນຍາເປັນເວລາ 5 ປີເຄິ່ງ ແລະ ຈະໃສ່ເສື້ອຫມາຍເລກ 23 ລົງສະຫນາມໃຫ້ກັບ ລີເວີພູລ.

ກ່ອນຫນ້ານີ້ ລີເວີພູລສົ່ງທີມຫມໍໄປກວດຮ່າງກາຍ ດີອາສ ໃນສູນພັກທີມຊາດໂຄລອມເບຍ ໃນອາເຈນຕີນາ ກ່ອນທີ່ທຸກຢ່າງຈະຜ່ານໄປດ້ວຍດີ ລວມເຖິງໃບອະນຸຍາດເຮັດວຽກ ແລະ ໃບໂອນຍ້າຍລະຫວ່າງປະເທດ ສົ່ງຜົນໃຫ້ ລີເວີພູລ ຄວ້າດາວເຕະອາຍຸ 25 ປີ ໄດ້ໃນທີ່ສຸດ ໂດຍໄດ້ໂພສຮູບຂອງ ດີອາສ ຊູເສື້ອແຂ່ງຂັນທີມ ພ້ອມລະບຸຂໍ້ຄວາມວ່າ : ‘‘  ເຮົາຈັດໄດ້ຄວ້າ ຫລຸຍ ດີອາສ ມາຈາກ ເອຟຊີ ປໍໂຕ ຢ່າງເປັນທາງການຮຽບຮ້ອຍແລ້ວ ຫລັງການດຳເນີນການທຸກຢ່າງລະຫວ່າງປະເທດສິ້ນສຸດລົງ ’’.

ສ່ວນ ເຈີເກັນ ຄລອບ ຜູ້ຈັດການທີມລີເວີພູລ ໄດ້ກ່າວເຖິງລູກທີມໃຫມ່ວ່າ : ‘‘ ຂ້ອຍມີຄວາມສຸກທີ່ບັນລຸຂ້ໍຕົກລົງຄວ້າ ຫລຸຍ ມາຫລິ້ນໃຫ້ກັບ ລີເວີພູລ ໄດ້ສຳເລັດ ລາວເປັນນັກເຕະທີ່ກະຕືລືລົ້ນຄວາມສຳເລັດ ແລະ ຮູ້ວ່າຕ້ອງສູ້ເພື່ອບັນລຸເປົ້າຫມາຍທີ່ຕ້ອງການ ລາວເປັນນັກສູ້ຢ່າງແທ້ຈິງ ແລະ ເປັນນັກເຕະສີຕີນດີທີ່ຫລິ້ນເພື່ອທີມ ແລະ ມີເປົ້າຫມາຍໃນການຫລິ້ນຢູ່ສະເຫມີ ’’.

ລີເວີພູລ ຢືນຢັນ ຄວ້າ ດີອາສ ເສີມກອງຫນ້າ ເຊັນສັນຍາ 5 ປີ - 5 - ລີເວີພູລ ຢືນຢັນ ຄວ້າ ດີອາສ ເສີມກອງຫນ້າ ເຊັນສັນຍາ 5 ປີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!