ລາວ ສັ່ງໂຈະການອະນຸຍາດນຳເຂົ້າ, ສົ່ງຜ່ານໝູທຸກປະເພດຈາກໄທ

ລາວ ສັ່ງໂຈະການອະນຸຍາດນຳເຂົ້າ, ສົ່ງຜ່ານໝູທຸກປະເພດຈາກໄທ - 19331 - ລາວ ສັ່ງໂຈະການອະນຸຍາດນຳເຂົ້າ, ສົ່ງຜ່ານໝູທຸກປະເພດຈາກໄທ
ລາວ ສັ່ງໂຈະການອະນຸຍາດນຳເຂົ້າ, ສົ່ງຜ່ານໝູທຸກປະເພດຈາກໄທ - kitchen vibe - ລາວ ສັ່ງໂຈະການອະນຸຍາດນຳເຂົ້າ, ສົ່ງຜ່ານໝູທຸກປະເພດຈາກໄທ

ຫລັງມີສື່ໂທລະພາບ, ເວບໄຊ ແລະ ສື່ສັງຄົມອອນລາຍຕ່າງໆຂອງປະເທດໃກ້ຄຽງລາຍງານພົບການລະ ບາດເຊື້ອພະຍາດອະຫິວາໝູອາຟຣິກາຢູ່ບາງເຂດຂອງປະເທດໄທໃນຕົ້ນເດືອນມັງກອນ.ເພື່ອປ້ອງກັນ, ສະ ກັດກັ້ນ ແລະ ຕ້ານການລະບາດພະຍາດອະຫິວາໝູອາຟຣິກາ, ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ອອກແຈ້ງການເລກທີ 0160/ກປ ລົງວັນທີ 19 ມັງກອນ 2022 ເຖິງຫົວໜ້າຫ້ອງການ, ບັນດາກົມ ແລະ ສະຖາບັນອ້ອມຂ້າງກະຊວງ; ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ, ນະຄອນຫລວງ ໃຫ້ໂຈະການອະນຸຍາດນໍາເຂົ້າ, ສົ່ງຜ່ານໝູມີຊີວິດ ແລະ ຜະລິດຕະພັນໝູຈາກຣາຊະອານາຈັກໄທ ແລະ ປະ ເທດທີ່ມີການລະບາດຂອງເຊື້ອພະຍາດອະຫິວາໝູອາຟຣິກາ. ຄໍາສັ່ງສະບັບນີ້ຍັງລະບຸໃຫ້ສັດຕະວະແພດປະຈໍາດ່ານຊາຍແດນສາກົນ, ສະໜາມບິນສາກົນ, ດ່ານທ່າບົກທ່ານາແລ້ງ, ດ່ານຊາຍແດນທ້ອງຖິ່ນ ແລະ ດ່ານຊາຍແດນປະເພນີເພີ່ມທະວີຕິດຕາມ ແລະ ກວດກາ ຖ້າກວດເຫັນໃຫ້ຢຶດ ແລະ ດຳເນີນການຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ.
ກໍລະນີມີເຈົ້າໜ້າທີ່ສັດຕະວະແພດປະຈຳດ່ານ ພົບເຫັນຜູ້ລະເມີດ ຫລື ກະທໍາຜິດ ຕາມແຈ້ງການຕ້ອງສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ປະຕິບັດວິໄນ ແລະ ດຳເນີນຄະດີຕາມກົດໜາຍ ແລະ ລະບຽບການ.ສໍາລັບຂອງກາງທີ່ກວດຢຶດໄດ້ຈາກການລັກນໍາເຂົ້າ ຫລື ສົ່ງຜ່ານໃຫ້ນໍາໄປເຜົາ ຫລື ຝັງຕາມຫລັກວິຊາການ. ສ່ວນຜູ້ລະເມີດ ໃຫ້ເຮັດບົດບັນທຶກກ່າວເຕືອນ, ປັບໃໝ ຫລື ດໍາເນີນຄະດີຕາມກົດໝາຍ ແລະ ລະບຽບການ.
ແຈ້ງການດັ່ງກ່າວ ໄດ້ເນັ້ນໃຫ້ເພີ່ມທະວີເປັນເຈົ້າການເຝົ້າລະວັງ, ປ້ອງກັນ ແລະ ຄວບຄຸມພະຍາດອະຫິວາໝູອາຟຣິກາຢູ່ແຕ່ລະທ້ອງຖິ່ນໃຫ້ເຂັ້ມງວດ; ກໍລະນີພົບເຫັນ ໝູເຈັບ ຫລື ຕາຍຍ້ອນພະຍາດດັ່ງກ່າວ ໃຫ້ນໍາໃຊ້ມາດຕະການດ້ານເຕັກນິກຕາມຫລັກວິຊາການຢ່າງຮີບດ່ວ

ລາວ ສັ່ງໂຈະການອະນຸຍາດນຳເຂົ້າ, ສົ່ງຜ່ານໝູທຸກປະເພດຈາກໄທ - 4 - ລາວ ສັ່ງໂຈະການອະນຸຍາດນຳເຂົ້າ, ສົ່ງຜ່ານໝູທຸກປະເພດຈາກໄທ
ລາວ ສັ່ງໂຈະການອະນຸຍາດນຳເຂົ້າ, ສົ່ງຜ່ານໝູທຸກປະເພດຈາກໄທ - Visit Laos Visit SALANA BOUTIQUE HOTEL - ລາວ ສັ່ງໂຈະການອະນຸຍາດນຳເຂົ້າ, ສົ່ງຜ່ານໝູທຸກປະເພດຈາກໄທ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!