ການາ ປົດ ຣາເຢວັດ ຫລັງພາທີມຕົກຮອບທຳອິດໃນການແຂ່ງຂັນເຕະບານຊີງແຊ໊ມແຫ່ງທະວີບອາຟຣິກາ

ການາ ປົດ ຣາເຢວັດ ຫລັງພາທີມຕົກຮອບທຳອິດໃນການແຂ່ງຂັນເຕະບານຊີງແຊ໊ມແຫ່ງທະວີບອາຟຣິກາ - dFQROr7oWzulq5Fa3yXtTK403u6H5YGBfrKIQTgrKAe5pVt9V4DVy7PpZ5D5RMO6cEF - ການາ ປົດ ຣາເຢວັດ ຫລັງພາທີມຕົກຮອບທຳອິດໃນການແຂ່ງຂັນເຕະບານຊີງແຊ໊ມແຫ່ງທະວີບອາຟຣິກາ
ການາ ປົດ ຣາເຢວັດ ຫລັງພາທີມຕົກຮອບທຳອິດໃນການແຂ່ງຂັນເຕະບານຊີງແຊ໊ມແຫ່ງທະວີບອາຟຣິກາ - kitchen vibe - ການາ ປົດ ຣາເຢວັດ ຫລັງພາທີມຕົກຮອບທຳອິດໃນການແຂ່ງຂັນເຕະບານຊີງແຊ໊ມແຫ່ງທະວີບອາຟຣິກາ

ການາ ປົດ ຣາເຢວັດ ຫລັງພາທີມຕົກຮອບທຳອິດໃນການແຂ່ງຂັນເຕະບານຊີງແຊ໊ມແຫ່ງທະວີບອາຟຣິກາ - dFQROr7oWzulq5Fa3yXtTK403u6H5YGBfrKIQTgrKAe5pVt9V4DVy7PpZ5D5RMO6cEF - ການາ ປົດ ຣາເຢວັດ ຫລັງພາທີມຕົກຮອບທຳອິດໃນການແຂ່ງຂັນເຕະບານຊີງແຊ໊ມແຫ່ງທະວີບອາຟຣິກາ

ທີມຊາດ ການາ ປະກາດແຍກທາງກັບ ມິໂຣວານ ຣາເຢວັດ ຮຽບຮ້ອຍແລ້ວ ຫັຼງສ້າງຜົນງານຕົກຕຳ່ທີ່ສຸດຕົກຮອບໃນການແຂ່ງຂັນບານເຕະຊີງແຊ໊ມທະວີບ ແອຟຣີກາ.

ການາ ປົດ ຣາເຢວັດ ຫລັງພາທີມຕົກຮອບທຳອິດໃນການແຂ່ງຂັນເຕະບານຊີງແຊ໊ມແຫ່ງທະວີບອາຟຣິກາ - Visit Laos Visit SALANA BOUTIQUE HOTEL - ການາ ປົດ ຣາເຢວັດ ຫລັງພາທີມຕົກຮອບທຳອິດໃນການແຂ່ງຂັນເຕະບານຊີງແຊ໊ມແຫ່ງທະວີບອາຟຣິກາ

ມິໂລວານ ຣາເຢວັດ ຖືກດຶງກັບມາຄຸມທີມຊາດການາຮອບສອງ ເມື່ອເດືອນກັນຍາປີກາຍ ດ້ວຍສັນຍາເບື້ອງຕົ້ນພຽງ 1 ປີ ໂດຍມີເປົ້າຫມາຍຄືການລ່າໂກຕ້າບານເຕະໂລກ 2022  ຮອບສຸດທ້າຍທີ່ປະເທດກາຕາ ໃຫ້ໄດ້.

ແຕ່ຫລັງຈາກສ້າງຜົນງານໄດ້ຢ່າງຫນ້າຜິດຫວັງຕົກຮອບແບ່ງກຸ່ມແອຟຣີກັນ ຄັບ ອອຟ ເນຊັນ 2021 ໂດຍບໍ່ສາມາດເອົາຊະນະໃຜໄດ້ເລີຍ ເກັບໄປໄດ້ພຽງຄະແນນດຽວ ຈາກ 3 ນັດ.

ເຮັດໃຫ້ຫລ້າສຸດ ສະຫະພັນບານເຕະ ການາ ໄດ້ຕັດສິນໃຈແຍກທາງກັບ ຣາເຢວັດ ຮຽບຮ້ອຍແລ້ວ ແລະ ກຽມຫາຜູ້ຈັດການທີມຄົນໃຫມ່ໃຫ້ໄດ້ໂດຍໄວທີ່ສຸດ ກ່ອນເຖິງເກມຮອບຄັດເລືອກບານເຕະໂລກນັດຕໍ່ໄປ ໃນໄລຍະເດືອນມີນານີ້.

ຈາກການປົດຜູ້ຈັດການທີມດັ່ງກ່າວ ເຮັດໃຫ້ທີມການາປ່ຽນຜູ້ຈັດການທີມໄປແລ້ວເຖິງ 3 ຄົນ ໃຮອບ 2 ທີ່ຜ່ານມາ ຕໍ່ຈາກ ເຈມ ຄະເວຊີ ອັບເປຍ ແລະ ຊາລ ອະຄອນນໍ ສອງຜູ້ຈັດການການທີມຊື່ດັງຊາວການາ.

ສຳລັບ ມິໂລວານ ຣາເຢວັດ ປັດຈຸບັນອາຍຸ 68 ປີ ຜ່ານການຄຸມທີມລະດັບຊາດມາຢ່າງຫລວງຫລາຍ ບໍ່ວ່າຈະເປັນ ກາຕາ, ແອລຈີເຣຍ  ແລະ ທີມຊາດໄທ ຂະນະທີ່ຜົນງານເດ່ັນທີ່ສຸດ ຄືການຄຸມທີມຊາດຄັ້ງທຳອິດ ລະຫວ່າງປີ 2008-2010 ແລະ ພາທີມເຂົ້າເຖິງຮອບກ່ອນຮອງຊະນະເລີດເຕະບານໂລກ 2010 ທີ່ແອຟຣິກາໃຕ້.

ການາ ປົດ ຣາເຢວັດ ຫລັງພາທີມຕົກຮອບທຳອິດໃນການແຂ່ງຂັນເຕະບານຊີງແຊ໊ມແຫ່ງທະວີບອາຟຣິກາ - 4 - ການາ ປົດ ຣາເຢວັດ ຫລັງພາທີມຕົກຮອບທຳອິດໃນການແຂ່ງຂັນເຕະບານຊີງແຊ໊ມແຫ່ງທະວີບອາຟຣິກາ
ການາ ປົດ ຣາເຢວັດ ຫລັງພາທີມຕົກຮອບທຳອິດໃນການແຂ່ງຂັນເຕະບານຊີງແຊ໊ມແຫ່ງທະວີບອາຟຣິກາ - 5 - ການາ ປົດ ຣາເຢວັດ ຫລັງພາທີມຕົກຮອບທຳອິດໃນການແຂ່ງຂັນເຕະບານຊີງແຊ໊ມແຫ່ງທະວີບອາຟຣິກາ
ການາ ປົດ ຣາເຢວັດ ຫລັງພາທີມຕົກຮອບທຳອິດໃນການແຂ່ງຂັນເຕະບານຊີງແຊ໊ມແຫ່ງທະວີບອາຟຣິກາ - 3 - ການາ ປົດ ຣາເຢວັດ ຫລັງພາທີມຕົກຮອບທຳອິດໃນການແຂ່ງຂັນເຕະບານຊີງແຊ໊ມແຫ່ງທະວີບອາຟຣິກາ