U-16 ລາວ ເລີ່ມຄັດເລືອກໂຕນັກກິລາກຽມລຸຍບານເຕະຊີງແຊ໊ມອາຊີ 2018 ຮອບຄັດເລືອກ
August 2, 2017 - 3:16 PM




ສຳລັບບານເຕະຊີງແຊ໊ມອາຊີ 2018 ຮຸ່ນອາຍຸບໍ່ເກີນ 16 ປີ ຮອບຄັດເລືອກ ທີມຊາດລາວ ຢູ່ ໃນກຸ່ມ G ຮ່ວມກັບ ໄທ, ຕີມໍ ເລສ ເຕ້, ນໍເທິນ ມາຣີນາ ອິສແລນ ແລະ ອິນໂດເນເຊຍ. ເຊິ່ງຈະແຂ່ງ ຂັນຮອບແບ່ງກຸ່ມລະຫວ່າງວັນທີ 16-24 ເດືອນກັນຍາ 2017 ທີ່ ບາງກອກ ປະເທດໄທ.
– ນັດທຳອິດຂອງທີມຊາດ ລາວລົງສະໜາມພົບກັບ ຕີມໍ ເລສ ເຕ ໃນວັນທີ 16 ກັນຍາ 2017 ເວລາ 16:00 ໂມງ.
– ນັດທີ 2 ພົບກັບ ນໍເທິນ ມາຣີນາ ອິສແລນ ໃນວັນທີ 20 ກັນຍ 2017 ເວລາ 16 :00 ໂມງ.
– ນັດທີ 3 ພົບກັບ ອິນໂດ ເນເຊຍ ໃນວັນທີ 22 ກັນຍາ 2017 ເວລາ 16: 00 ໂມງ.
– ນັດສຸດທ້າຍພົບກັບເຈົ້າ ພາບ ໄທ ໃນວັນທີ 24 ກັນຍາ 2017 19:30 ໂມງ.
ເຊິ່ງທຸກໆນັດຈະແຂ່ງຂັນທີ່ສະໜາມແຫ່ງຊາດ ນະຄອນຫຼວງ ບາງກອກ ປະເທດໄທ.
ຂ່າວຈາກ:laosportnews.com.