ປີ 2021 ແຂວງໄຊຍະບູລີຈັດເກັບລາຍຮັບບັນລຸກວ່າ 98%

ປີ 2021 ແຂວງໄຊຍະບູລີຈັດເກັບລາຍຮັບບັນລຸກວ່າ 98% - 02350 - ປີ 2021 ແຂວງໄຊຍະບູລີຈັດເກັບລາຍຮັບບັນລຸກວ່າ 98%
ປີ 2021 ແຂວງໄຊຍະບູລີຈັດເກັບລາຍຮັບບັນລຸກວ່າ 98% - kitchen vibe - ປີ 2021 ແຂວງໄຊຍະບູລີຈັດເກັບລາຍຮັບບັນລຸກວ່າ 98%

ທ່ານ ວັນດາວ ແວວທະນັດສີ ຫົວໜ້າພະແນການເງິນແຂວງໄຊຍະບູລີ ລາຍງານຕໍ່ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈໍາປີ 2021 ແລະ ທິດທາງແຜນການງົບປະມານແຫ່ງລັດປີ 2022 ໃນວັນທີ 24 ມັງກອນ 2022 ວ່າ: ປີ 2021 ສາມາດຈັດເກັບລາຍຮັບໄດ້ 1.046 ຕື້ກວ່າກີບບັນລຸກວ່າ 98% ຂອງແຜນເບື້ອງຕົ້ນ ແລະ ກວ່າ 92% ຂອງແຜນດັດແກ້ ໃນນີ້ລາຍຮັບພູດສູນກາງໄດ້ 759 ຕື້ກວ່າກີບ ແລະ ລາຍຮັບຂອງແຂວງ 287 ຕື້ກວ່າກີບ. ລາຍຮັບດັ່ງກ່າວ ໄດ້ຈາກສ່ວຍສາອາ ກອນ 212 ຕື້ກວ່າກີບ, ຂະແໜງຄຸ້ມຄອງຊັບສິນຂອງລັດວິສາຫະກິດ 74,96 ຕື້ກີບ. ສະເພາະລາຍຈ່າຍງົບປະມານ ຢູ່ໃນລະດັບ 531 ຕື້ກວ່າກີບ.

อาจเป็นรูปภาพของ 3 คน และ ผู้คนกำลังยืน ປີ 2021 ແຂວງໄຊຍະບູລີຈັດເກັບລາຍຮັບບັນລຸກວ່າ 98% - 272637330 348602413932442 5583847344115012537 n - ປີ 2021 ແຂວງໄຊຍະບູລີຈັດເກັບລາຍຮັບບັນລຸກວ່າ 98%

ທ່ານ ວັນດາວ ລາຍງານຕື່ມວ່າ: ການຈັດເກັບລາຍຮັບບໍ່ໄດ້ຕາມແຜນການຍ້ອນການແພ່ລະບາດຂອງພະຍາດໂຄວິດ-19, ລັດຍົກເວັ້ນອາກອນລາຍໄດ້ຈາກເງິນເດືອນຈຸນລະວິສາຫະກິດ 3 ເດືອນ ແລະລາຍຮັບຈາກໂຄງການໄຟຟ້າແມ່ນໍ້າຂອງ ຊຶ່ງຜ່ານມາການເກັບໄດ້ເດືອນລະ 1,8 ຕື້ກີບ, ແຕ່ປີ 2021 ໄດ້ພຽງແຕ່ 0,6 ຕື້ກີບຕໍ່ເດືອນ ຫລຸດລົງເຖິງ 14,4 ຕື້ກີບ.

ປີ 2021 ແຂວງໄຊຍະບູລີຈັດເກັບລາຍຮັບບັນລຸກວ່າ 98% - 4 - ປີ 2021 ແຂວງໄຊຍະບູລີຈັດເກັບລາຍຮັບບັນລຸກວ່າ 98%
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!