ກອງທັບປະຊາຊົນລາວກຳເນີດ ແລະ ເຕີບໃຫຍ່ໃນຂະບວນການຕໍ່ສູ້ປະຕິວັດ


ວັນທີ 20 ມັງກອນ 2022 ເປັນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ (20/1/1949-20/1/2022) ໂດຍແມ່ນປະທານ ໄກສອນ ພົມວິຫານ ເປັນຜູ້ສ້າງຕັ້ງ ແລະ ບັນຊາໂດຍກົງ. ໃນວັນປະກາດສ້າງຕັ້ງຢ່າງເປັນທາງການນັ້ນ ມີຈຳນວນພົນພຽງ 20 ຄົນ ໂດຍໃສ່ຊື່ວ່າ: “ກອງລາດຊະວົງ”. ຜ່ານຂະບວນວິວັດແຫ່ງການຕໍ່ສູ້ໄດ້ເຮັດໃຫ້ກອງລາດຊະວົງເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆຈົນກາຍມາເປັນກອງທັບປົດປ່ອຍປະຊາຊົນລາວ ແລະ ຈາກນັ້ນມາຮອດປັດຈຸບັນໄດ້ປ່ຽນຊື່ມາເປັນກອງທັບປະຊາຊົນລາວ. ເພາະສະນັ້ນ ຈຶ່ງສາມາດເວົ້າໄດ້ວ່າ ນັບແຕ່ມື້ເລີ່ມສ້າງຕັ້ງເປັນຕົ້ນມາ ກອງທັບປະຊາຊົນລາວໄດ້ເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງມາເປັນ 2 ໄລຍະຄື: ຈາກກອງລາດຊະວົງມາຮອດໄລຍະກາຍມາເປັນກອງທັບປົດປ່ອຍປະຊາຊົນລາວ ແລະ ນັບຈາກໄລຍະກອງທັບປົດປ່ອຍມາເປັນກອງທັບປະຊາຊົນລາວ.
ຕະຫລອດໄລຍະປະຫວັດສາດແຫ່ງການຕໍ່ສູ້ປະຕິວັດ ນັບແຕ່ມື້ສ້າງຕັ້ງຈົນມາຮອດມີອາຍຸໄດ້ 73 ປີ ກອງທັບປະຊາຊົນລາວໄດ້ຜ່ານໄລຍະປະຫວັດສາດແຫ່ງການຕໍ່ສູ້ 2 ໄລຍະຄື: ໄລຍະການຕໍ່ສູ້ປະຕິວັດຊາດປະຊາທິປະໄຕ ແລະ ການຕໍ່ສູ້ເພື່ອປົກປັກຮັກສາ ແລະ ພັດທະນາປະເທດຊາດ.
ຢ່າງໃດກໍຕາມ, ພາຍໃຕ້ການຊີ້ນຳ-ນຳພາຈາກພັກປະຊາຊົນປະຕິວັດລາວໂດຍກົງ, ກອງທັບປະຊາຊົນລາວໄດ້ເປັນກຳລັງຫລັກແຫລ່ງ ແລະ ເປັນກຳລັງແຮງອັນເດັດດ່ຽວແຂງແກ່ນ ແລະ ມະຫາສານເຂົ້າໃນຂະບວນການຕໍ່ສູ້ປະຕິວັດ ເພື່ອປົດປ່ອຍປະເທດຊາດ ກໍຄືໄລຍະແຫ່ງການຕໍ່ສູ້ເພື່ອປົກປັກຮັກສາ ແລະ ສ້າງສາປະເທດຊາດ.
ກອງທັບປະຊາຊົນລາວຍາມໃດກໍຈົງຮັກພັກດີຕໍ່ຊາດ, ຕໍ່ພັກ ແລະ ຕໍ່ປະຊາຊົນບັນດາເຜົ່າ ສົມກັບວ່າເປັນກອງທັບປະຊາຊົນ ແລະ ມາຈາກປະຊາຊົນ ພາຍໃຕ້ຄຳຂວັນທີ່ວ່າ: “ ບໍລິສຸດຕໍ່ຊາດ, ຮັບໃຊ້ປະຊາຊົນຢ່າງສຸດໃຈ, ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດສຳເລັດທຸກໜ້າທີ່”.
ເວົ້າໄດ້ວ່າມາຮອດປັດຈຸບັນນີ້, ກອງທັບປະຊາຊົນລາວໄດ້ກຳເນີດ ແລະ ເຕີບໃຫຍ່ໃນຂະບວນປະຕິວັດຢ່າງແທ້ຈິງ ຍິ່ງຕີກໍຍິ່ງມີປະສົບປະການ, ມີຍຸດທະສາດ, ຍຸດທະວິທີ ກາຍເປັນກອງທັບທີ່ທັນສະໄໝເທື່ອລະກ້າວ, ເປັນຫົວໃຈຫລັກຂອງຊາດ, ຂອງພັກ ແລະ ຂອງປວງຊົນລາວທັງຊາດ. ວັນທີ 20 ມັງກອນ ຄົບຮອບ 73 ປີ ໝັ້ນຍືນ !