7 ບັນຫາສຳຄັນທີ່ ກຳມະການກົມການເມືອງສູນກາງພັກ ເນັ້ນໃຫ້ຫ້ອງວ່າການສຳນັກງານນາຍົກເອົາໃຈໃສ່

7 ບັນຫາສຳຄັນທີ່ ກຳມະການກົມການເມືອງສູນກາງພັກ ເນັ້ນໃຫ້ຫ້ອງວ່າການສຳນັກງານນາຍົກເອົາໃຈໃສ່ - 272016438 1810120265858412 5578687143164160255 n - 7 ບັນຫາສຳຄັນທີ່ ກຳມະການກົມການເມືອງສູນກາງພັກ ເນັ້ນໃຫ້ຫ້ອງວ່າການສຳນັກງານນາຍົກເອົາໃຈໃສ່
7 ບັນຫາສຳຄັນທີ່ ກຳມະການກົມການເມືອງສູນກາງພັກ ເນັ້ນໃຫ້ຫ້ອງວ່າການສຳນັກງານນາຍົກເອົາໃຈໃສ່ - kitchen vibe - 7 ບັນຫາສຳຄັນທີ່ ກຳມະການກົມການເມືອງສູນກາງພັກ ເນັ້ນໃຫ້ຫ້ອງວ່າການສຳນັກງານນາຍົກເອົາໃຈໃສ່

ກອງ​ປະຊຸມ​ໃຫຍ່​ ຄັ້ງທີ V ຂອງອົງຄະນະພັກ ຫ້ອງ​ວ່າການ​ສຳນັກງານ​ນາຍົກລັດຖະມົນຕີ (ຫສນຍ) ໄດ້ເປີດຂຶ້ນ ແລະ ປິດ​ລົງໃນວັນທີ 18 ມັງກອນ 2022 ທີ່ຫໍປະຊຸມແຫ່ງຊາດ, ພາຍໃຕ້ຄຳຂວັນ: “ຍົກສູງຄວາມສາມາດການນຳພາຂອງອົງຄະນະພັກ, ຮັບປະກັນການປະຕິບັດບົດບາດຂອງ ຫສນຍ ມີການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ, ຮອບດ້ານ ຕາມມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ”

ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານ ແລະ ໄຊຊະນະ ທີ່ອົງຄະນະພັກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຍາດມາໄດ້ ຊຶ່ງແມ່ນໝາກຜົນລວມຂອງການ ຈັດຕັ້ງນຳພາ ຂອງອົງຄະນະພັກ ຫສນຍ ແລະ ຄວາມບຸກໜ້າບືນຕົວ ຂອງບັນດາສະຫາຍ ສະມາຊິກພັກ-ພະນັກງານ ເຮັດໃຫ້ສາມາດຍາດມາໄດ້ຜົນສຳເລັດຫຼາຍດ້ານ ອັນໄດ້ປະກອບສ່ວນສຳຄັນເຂົ້າໃນຜົນງານລວມຂອງລັດຖະບານ ແລະ ເປັນພື້ນຖານອັນໜັກແໜ້ນ ໃຫ້ແກ່ການກ້າວຂຶ້ນຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໃນຊຸມປີຕໍ່ໜ້າ.

7 ບັນຫາສຳຄັນທີ່ ກຳມະການກົມການເມືອງສູນກາງພັກ ເນັ້ນໃຫ້ຫ້ອງວ່າການສຳນັກງານນາຍົກເອົາໃຈໃສ່ - Visit Laos Visit SALANA BOUTIQUE HOTEL - 7 ບັນຫາສຳຄັນທີ່ ກຳມະການກົມການເມືອງສູນກາງພັກ ເນັ້ນໃຫ້ຫ້ອງວ່າການສຳນັກງານນາຍົກເອົາໃຈໃສ່

ພ້ອມກັນນັ້ນ ສະຫາຍຍັງໄດ້ສະແດງຄວາມເປັນຫ່ວງເປັນໃຍ ຕໍ່ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ໄດ້ຮຽກຮ້ອງໃຫ້ຄະນະພັກຊຸດໃໝ່ ສືບຕໍ່ປັບປຸງ, ແກ້ໄຂ.

ສຳລັບທິດຊີ້ນໍາຕໍ່ວຽກງານແຕ່ລະດ້ານ ແລະ ເຊື່ອໝັ້ນຕໍ່ຄະນະພັກຊຸດໃໝ່ ຈະສືບຕໍ່ຊີ້ນຳ-ນຳພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກ ຫສນຍ ຄັ້ງທີ V ໃຫ້ຍາດໄດ້ຜົນງານ ແລະ ມີຜົນສຳເລັດໃໝ່ຍິ່ງໃຫຍ່ກວ່າເກົ່າ, ໃນນີ້ ຍັງໄດ້ເນັ້ນໜັກຊີ້ນຳໃຫ້ ອົງຄະນະພັກ ຫສນຍ ໃຫ້ເອົາໃຈໃສ່ ບັນຫາສຳຄັນ ຈຳນວນໜຶ່ງ ດັ່ງນີ້:

1. ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ, ຮອບດ້ານ ທີ່ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກວາງອອກ ກໍ່ຄືຄຳຂວັນກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໂດຍຖືສຳຄັນ ແລະ ເອົາໃຈໃສ່ການກໍ່ສ້າງພັກ ທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ, ປັບປຸງແບບແຜນນຳພາ ຂອງອົງຄະນະພັກ, ເອົາໃຈໃສ່ວຽກພະນັກງານ ເປັນຕົ້ນ ການສ້າງ, ແຜນກຳນົດພະນັກງານ, ການເລືອກເຟັ້ນ ແລະ ຊັບຊ້ອນພະນັກງານ, ການປະຕິບັດນະໂຍບາຍ ແລະ ສະຫວັດດີການ.

2. ເພີ່ມທະວີການຊີ້ນໍາ-ນຳພາ ສະມາຊິກພັກ, ພະນັກງານ ເປັນເຈົ້າການໃຫ້ຫຼາຍຂຶ້ນ ໂດຍໃຫ້ມີການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງຮອບດ້ານ ໃນການຈັດຕັ້ງປະຕິບັດໜ້າທີ່ ເປັນເສນາທິການທີ່ດີ, ເກັ່ງ, ຮັບປະກັນຄວາມຖືກຕ້ອງ, ວ່ອງໄວ, ໂປ່ງໃສ ເປັນມືອາຊີບ ເພື່ອໃຫ້ລັດຖະບານ ກໍຄືທ່ານ ນາຍົກ ລັດຖະມົນຕີ, ບັນດາທ່ານຮອງນາຍົກລັດຖະມົນຕີ ສາມາດພິຈາລະນາ ຕົກລົງ ແລະ ຕັດສິນບັນຫາໃຫ້ຖືກຕ້ອງ, ແທດຕົວຈິງ.

3. ຕ້ອງປັບປຸງ ແລະ ເພີ່ມທະວີການເຮັດໜ້າທີ່ ປະສານງານ ກັບແໜງການກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ ລວມທັງປະສານງານກັບຫ້ອງວ່າການສູນກາງພັກ, ຄະນະເລຂາທິການສະພາແຫ່ງຊາດ ແລະ ຫ້ອງວ່າການປະທານປະເທດ ຕາມທິດເຮັດໃຫ້ທຸກອົງການ ທັງສູນກາງ ແລະ ທ້ອງຖິ່ນ ມີການເຄື່ອນໄຫວຢ່າງກົມກຽວ ແລະ ຊ່ວຍໜູນເຊິ່ງກັນ ແລະ ກັນ ​ຮັບປະກັນ​ພາລະ​ບົດບາດ, ໜ້າ​ທີ່, ​ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າ ​ແລະ ຄວາມ​ຮັບຜິດຊອບ ຂອງທຸກພາກສ່ວນ; ເອົາໃຈໃສ່ສ້າງຄວາມເຂັ້ມແຂງຮອບດ້ານ ເພື່ອຫັນໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເປັນທັນສະໄໝ ແລະ ການຫັນບໍລິຫານລັດເປັນທັນສະໄໝ.

4. ເອົາໃຈໃສ່ເປັນພິເສດຕໍ່ການຮັກສາຄວາມລັບທາງລັດຖະການ ເປັນຕົ້ນ ຄວາມລັບໃນການເຄື່ອນໄຫວ, ຊີ້ນໍາ ແລະ ຕົກລົງ ຂອງລັດຖະບານ, ນາຍົກລັດຖະມົນຕີ ແລະ ບັນດາຮອງນາຍົກລັດຖະມົນຕີ, ຄວາມລັບທາງດ້ານເອກະສານໃຫ້ໄດ້ດີກວ່າເກົ່າ.

5. ຍົກສູງບົດບາດ, ໜ້າທີ່ ແລະ ຄວາມຮັບຜິດຊອບ ເຂົ້າໃນວຽກງານໂຄສົກລັດຖະບານ, ການສະໜອງຂໍ້ມູນຂ່າວສານ, ການໂຄສະນາເຜີຍແຜ່ ຕ້ອງວ່ອງໄວ ແລະ ຮັບປະກັນ ຄຸນ​ນະພາ​ບ ໂດຍສະເພາະການແກ້ຂ່າວທີ່ໂຈມຕີລັດຖະບານ ຕ້ອງທັນການ, ຂໍ້ມູນຈາກລັດຖະບານ ຫາ ປະຊາຊົນ ແລະ ຈາກປະຊາຊົນ ເຖິງລັດຖະບານ ຕ້ອງຊັດເຈນ, ແທດເຖິງຕົວຈິງ ແລະ ທັນການ.

6. ສືບຕໍ່ຄົ້ນຄວ້າປັບປຸງການຈັດຕັ້ງ ແລະ ການ ເຄື່ອນໄຫວຂອງຕົນ ໃຫ້ແທດເໝາະກັບເງື່ອນໄຂໃໝ່ ແລະ ຮັບປະກັນການປະຕິບັດໜ້າທີ່ວຽກງານຂອງຕົນໄດ້ ຕາມທິດກະທັດຮັດ, ມີປະສິດທິຜົນ, ການບໍລິຫານ-ການຈັດການ ໃຫ້ມີຄວາມວ່ອງໄວ, ຊັດເຈນ, ເດັດຂາດ ໂປ່ງໃສ ແລະ ມືອາຊີບ.

​7. ບັນດາສະຫາຍໃນຄະນະພັກຊຸດໃໝ່ ຈົ່ງສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງ ທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ຕັ້ງໜ້າຄົ້ນຄວ້າຮ່ໍາຮຽນ, ຍົກສູງຄວາມຮັບຜິດຊອບດ້ານເມືອງ ເພື່ອຍົກລະດັບຄວາມຮູ້ຄວາມສາມາດ ຕິດພັນກັບການປັບປຸງແຜນການນໍາພາ ແລະ ວິທີເຮັດວຽກຂອງຕົນ ໃຫ້ດີຂຶ້ນເປັນກ້າວໆ.

7 ບັນຫາສຳຄັນທີ່ ກຳມະການກົມການເມືອງສູນກາງພັກ ເນັ້ນໃຫ້ຫ້ອງວ່າການສຳນັກງານນາຍົກເອົາໃຈໃສ່ - 5 - 7 ບັນຫາສຳຄັນທີ່ ກຳມະການກົມການເມືອງສູນກາງພັກ ເນັ້ນໃຫ້ຫ້ອງວ່າການສຳນັກງານນາຍົກເອົາໃຈໃສ່
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!