ຜົນສຳເລັດການເຂົ້າຮ່ວມກອງປະຊຸມສະມັດຊາລັດຖະສະພາຝຣັ່ງໂກໂຟນີ ຄັ້ງທີ 43 ທີ່ແກຣນດູເຊປະເທດລຸກຊຳບວກ


ຄະນະຜູ້ແທນສະພາແຫ່ງຊາດລາວນຳໂດຍທ່ານນາງ ພອນເພັດ ບຸບຜາ ຮອງປະທານກຳມາທິການວັດທະນະທຳ-ສັງຄົມ, ຮອງປະທານຄະນະລັດຖະສະພາຝຣັ່ງໂກໂຟນີປະຈຳສະພາແຫ່ງຊາດລາວ, ໄດ້ສຳເລັດການເຂົ້າຮ່ວມກອງປະຊຸມ ສະມັດຊາລັດຖະສະພາຝຣັ່ງໂກໂຟນີຄັ້ງທີ 43 ຢູ່ທີ່ ແກຣນດູເຊ, ປະເທດລຸກຊຳບວກໃນລະຫວ່າງກາງເດືອນກໍລະກົດຜ່ານມາ ລວມມີຜູ້ເຂົ້າຮ່ວມທັງໝົດ 364 ທ່ານຈາກ 51 ປະເທດສະມາຊິກ ແລະ 17 ປະເທດຜູ້ສັງເກດການ, ຊຶ່ງກອງປະຊຸມຫົວໜ້າຄະນະຜູ້ແທນສະພາແຫ່ງຊາດລາວກໍໄດ້ປະກອບຄຳເຫັນກ່ຽວກັບຄວາມຫລາກຫລາຍທາງດ້ານວັດທະນະທຳ ຊຶ່ງເປັນກໍາລັງແຮງເຮັດໃຫ້ເສດຖະກິດມີການຂະຫຍາຍຕົວ ແລະ ຮັບປະກັນຄວາມຍືນຍົງຂອງສັງຄົມລາວ. ນອກນັ້ນກໍໄດ້ເນັ້ນໜັກກ່ຽວກັບການສົ່ງເສີມຄຸນຄ່າທາງດ້ານວັດທະນະທຳຂອງ ສປປ ລາວ ບໍ່ວ່າທາງດ້ານວັດຖຸ ແລະ ຈິດໃຈ ໂດຍມີການເລືອກເຟັ້ນເພື່ອໃຫ້ສອດຄ່ອງກັບຍຸກໂລກາພິວັດ ແລະ ການເຊື່ອມໂຍງສາກົນ.
ໃນກອງປະຊຸມສະມັດຊາລັດຖະສະພາຝຣັ່ງໂກໂຟນີໄດ້ຮັບຮອງເອົາບົດລາຍງານການເຄື່ອນໄຫວຂອງລັດຖະສະພາຝຣັ່ງໂກໂຟນີສະເໜີໂດຍເລຂາທິການລັດຖະສະພາຝຣັ່ງໂກໂຟນີ, ບົດລາຍງານການເງິນຂອງລັດຖະສະພາຝຣັ່ງໂກໂຟນີ, ບົດປະກອບຄຳເຫັນຂອງເລຂາທິການລັດຖະສະພາສາກົນ, ບົດປະກອບຄຳເຫັນຂອງຮອງເລຂາທິການຂອງສະຫະປະຊາຊາດ, ບົດລາຍງານຂອງຜູ້ຮັບຜິດຊອບລາຍງານການເຄື່ອນໄຫວວຽກງານລັດຖະສະພາໃນແຕ່ລະຂົງເຂດ, ບົດລາຍງານຂອງຄະນະກຳມະການເຄືອຂ່າຍສະມາຊິກລັດຖະສະພາເພດຍິງ ແລະ 18 ມະຕິຂອງຄະນະກຳມະການເຄືອຂ່າຍ ສະມາຊິກລັດຖະສະພາເພດຍິງ, ແນໃສ່ສົ່ງເສີມການເຂົ້າຮ່ວມໃນຂົງເຂດວຽກງານວິທະຍາສາດ, ເຕັກນິກ, ວິສະວະກຳ ແລະ ສິດທິທາງດ້ານເພດ ແລະ ຈະເລີນພັນ ແລະ ລືບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ, ກຳມາທິການສຶກສາ, ສື່ສານ ແລະ ວັດທະນະທຳ ເພື່ອຫັນການສຶກສາເປັນສິນຄ້າ, ການສ້າງສະມາຄົມຄູສອນພາສາຝຣັ່ງ, ສ່ວນກຳມາທິການການເມືອງມີ 6 ມະຕິ ຊຶ່ງຕິດພັນກັບການແກ້ໄຂບັນຫາຄວາມບໍ່ສະຫງົບຢູ່ໃນບາງປະເທດຝຣັ່ງໂກໂຟນີ, ໂດຍສະເພາະໃນປະເທດອາຣັບ ແລະ ອາຟຣິກກາ ແລະ ກຳມາທິການວຽກງານລັດຖະສະພາ ແລະ ກຳມາທິການເພື່ອການຮ່ວມມື ແລະ ການພັດທະນາມີ 2 ມະຕິ, ຊຶ່ງຕິດພັນກັບການເຕີບໂຕດ້ານເສດຖະກິດ ແລະ ການສົ່ງເສີມແນວຄິດປະກອບການຂອງຊາວໜຸ່ມທີ່ຮຽນພາສາຝຣັ່ງ.
ກອງປະຊຸມສະມັດຊາລັດຖະສະພາຂອງປະເທດທີ່ໃຊ້ພາສາຝຣັ່ງຍັງໄດ້ຮັບຮອງເອົາຄະນະບໍລິຫານງານຊຸດໃໝ່ຕາມຮອບວຽນທຸກໆ 2 ປີ ຊຶ່ງໄດ້ມີການເລືອກປະທານສະມັດຊາລັດຖະສະພາຟຣັ່ງໂກໂຟນີ ແລະ ຮອງປະທານ 6 ທ່ານ, ຊຶ່ງຕາງໜ້າແຕ່ລະຂົງເຂດ ແລະ ໄດ້ຮັບຮອງທ່ານ ເອກະຫວ່າງ ວົງວິຈິດ ປະທານກຳມາທິການຕ່າງປະເທດເປັນຮອງປະທານລັດຖະສະພາຝຣັ່ງໂກໂຟນີຕາມການເຫັນດີ ແລະ ການຕົກລົງໃນກອງປະຊຸມລະຫວ່າງ ສາມປະເທດຫວຽດນາມ, ກຳປູເຈຍ ແລະ ລາວ. ສ່ວນກອງປະຊຸມສະມັດຊາລັດຖະສະພາຄັ້ງທີ 44 ຈະຈັດຂຶ້ນໃນເດືອນກໍະກົດທີ່ນະຄອນເກເບັກປະເທດການາດາໃນປີ 2018.