ການລະບາດຂອງໂອມິຄຣອນ ກັບຜົນກະທົບຕໍ່ເດັກ ຮຸນແຮງສໍ່າໃດ ແລະ ຄວນປ້ອງກັນແນວໃດ ?

ການລະບາດຂອງໂອມິຄຣອນ ກັບຜົນກະທົບຕໍ່ເດັກ ຮຸນແຮງສໍ່າໃດ ແລະ ຄວນປ້ອງກັນແນວໃດ ? -              - ການລະບາດຂອງໂອມິຄຣອນ ກັບຜົນກະທົບຕໍ່ເດັກ ຮຸນແຮງສໍ່າໃດ ແລະ ຄວນປ້ອງກັນແນວໃດ ?
ການລະບາດຂອງໂອມິຄຣອນ ກັບຜົນກະທົບຕໍ່ເດັກ ຮຸນແຮງສໍ່າໃດ ແລະ ຄວນປ້ອງກັນແນວໃດ ? - kitchen vibe - ການລະບາດຂອງໂອມິຄຣອນ ກັບຜົນກະທົບຕໍ່ເດັກ ຮຸນແຮງສໍ່າໃດ ແລະ ຄວນປ້ອງກັນແນວໃດ ?

ການແພ່ລະບາດຂອງໂຄວິດສາຍພັນໂອມິຄຣອນ ເຖິງວ່າຈະບໍ່ສົ່ງຜົນໃຫ້ຜູ້ຕິດເຊື້ອເກີດອາການຮຸນແຮງ ເມື່ອທຽບໃສ່ສາຍພັນກ່ອນໜ້ານີ້ຄືເດວຕາ, ແຕ່ກໍສ້າງຄວາມກັງວົນໃຫ້ປະຊາຊົນ ໂດຍສະເພາະບັນດາພໍ່ແມ່ຜູ້ປົກຄອງ ເນື່ອງຈາກລູກຫລານທີ່ເປັນປະຊາກອນໃນກຸ່ມເດັກ ສ່ວນຫລາຍຍັງບໍ່ໄດ້ຮັບການສັກວັກຊີນ ຍັງຖືວ່າມີຄວາມສ່ຽງ.

ຜ່ານມາຫລາຍປະເທດມີຄວາມພະຍາຍາມຈະສັກວັກຊີນໃຫ້ກຸ່ມເດັກນັບແຕ່ 5 ປີຂຶ້ນໄປ, ແຕ່ຍັງບໍ່ແມ່ນເລື່ອງງ່າຍ ໃນຂະນະທີ່ຫລາຍຄົນມີຄວາມສົງໄສວ່າ: ການສັກວັກຊີນປ້ອງກັນໃຫ້ເດັກນັ້ນຈະຊ່ວຍປ້ອງກັນຄວາມສ່ຽງຈາກໂອມິຄຣອນໄດ້ສໍ່າໃດ ແລະ ໂດຍລວມແລ້ວ ໂອມິຄຣອນສົ່ງຜົນໃຫ້ເກີດຄວາມສ່ຽງຕໍ່ເດັກແນວໃດແດ່ ?.

ການລະບາດຂອງໂອມິຄຣອນ ກັບຜົນກະທົບຕໍ່ເດັກ ຮຸນແຮງສໍ່າໃດ ແລະ ຄວນປ້ອງກັນແນວໃດ ? - Visit Laos Visit SALANA BOUTIQUE HOTEL - ການລະບາດຂອງໂອມິຄຣອນ ກັບຜົນກະທົບຕໍ່ເດັກ ຮຸນແຮງສໍ່າໃດ ແລະ ຄວນປ້ອງກັນແນວໃດ ?

ໂອມິຄຣອນຮ້າຍແຮງໜ້ອຍລົງສໍ່າໃດ ?

  • ຫລັກຖານຈາກການວິໄຈຫລາຍສະບັບທົ່ວໂລກຊີ້ໃຫ້ເຫັນວ່າ: ຜູ້ຕິດເຊື້ອໂຄວິດໂອມິຄຣອນສ່ວນຫລາຍມີອາການບໍ່ຮຸນແຮງ ໂດຍທຽບໃສ່ສາຍພັນອື່ນເຊັ່ນເດວຕາ ເຊິ່ງຜູ້ຕິດເຊື້ອ ໂດຍສະເພາະກຸ່ມທີ່ສັກວັກຊີນແລ້ວມີໂອກາດຈະມີອາການຮຸນແຮງຈົນເຂົ້າໂຮງໝໍ ຫລື ເຖິງຂັ້ນເສຍຊີວິດໄດ້ໜ້ອຍກວ່າ.
  • ສຳລັບຜົນກະທົບຂອງໂອມິຄຣອນຕໍ່ກຸ່ມເດັກນັ້ນ ມີນັກວິທະຍາສາດຫລາຍປະເທດທີ່ກຳລັງພະຍາຍາມສຶກສາວິໄຈ ໂດຍ ອາຊາ ໂບເວນ ຜູ້ຊ່ຽວຊານພະຍາດຕິດເຊື້ອໃນເດັກຈາກອົດສະຕຣາລີ ເບິ່ງວ່າ: ເດັກທີ່ຕິດເຊື້ອໂຄວິດສາຍພັນຕ່າງໆທີ່ຜ່ານມາ ສ່ວນຫລາຍບໍ່ມີອາການ ຫລື ມີອາການບໍ່ຮຸນແຮງ ຫລື ມີອາການເລັກໜ້ອຍເຊັ່ນ: ຂີ້ມູກໄຫລ, ເປັນໄຂ້ ຫລື ບໍ່ສະບາຍປະມານ 2-3 ວັນ.
  • ຂໍ້ມູນເບື້ອງຕົ້ນຈາກທີມວິໄຈຂອງເຄືອຂ່າຍໂຮງໝໍເດັກຊິດນີພົບວ່າ: ໄລຍະທີ່ເກີດການລະບາດຂອງໂຄວິດສາຍພັນເດວຕາໃນປີຜ່ານມາ ມີເດັກອາຍຸຕໍ່າກວ່າ 16 ປີ ຢ່າງໜ້ອຍ 1 ໃນ 5 ຄົນ ທີ່ບໍ່ເກີດອາການຫຍັງເລີຍ.

ໂອມິຄຣອນລະບາດໜັກ ເຮັດໃຫ້ເດັກເຂົ້າໂຮງໝໍຫລາຍຂຶ້ນບໍ່ ?

  • ການລະບາດຂອງໂອມິຄຣອນທີ່ປາກົດໃນເດືອນພະຈິກປີຜ່ານມາ ສົ່ງຜົນໃຫ້ຕົວເລກເດັກທີ່ເຂົ້າປິ່ນປົວໃນໂຮງໝໍບາງປະເທດເພີ່ມຂຶ້ນຫລາຍ ເຊິ່ງໃນອາເມລິກາ ໄລຍະອາທິດສຸດທ້າຍຂອງປີນັບຮອດວັນທີ 1 ມັງກອນ ມີເດັກອາຍຸຕໍ່າກວ່າ 5 ປີ ສະເລ່ຍ 4,3 ຄົນ ຕໍ່ 100.000 ຄົນ ທີ່ຕິດໂຄວິດ ແລະ ເຂົ້າປິ່ນປົວໃນໂຮງໝໍ ເຊິ່ງສູງເປັນປະຫວັດການ ແລະ ເພີ່ມຈາກໄລຍະຕົ້ນເດືອນທັນວາຫລາຍກວ່າ 48%.
  • ເຖິງວ່າໂອມິຄຣອນຈະກໍ່ໃຫ້ເກີດອາການຮຸນແຮງໜ້ອຍກວ່າ, ແຕ່ການລະບາດທີ່ວ່ອງໄວກວ່າສາຍພັນອື່ນ ໄດ້ເຮັດໃຫ້ມີເດັກຕິດເຊື້ອເພີ່ມສູງ ແລະ ເຮັດໃຫ້ມີເດັກເຂົ້າປິ່ນປົວໃນໂຮງໝໍຫລາຍຂຶ້ນໄປນຳ.
  • ເຖິງຢ່າງໃດກໍຕາມ, ການເພີ່ມຂຶ້ນຂອງຈຳນວນຜູ້ຕິດເຊື້ອໃນເດັກຢູ່ໂຮງໝໍບໍ່ສົ່ງຜົນໃຫ້ເກີດແຮງກົດດັນຕໍ່ລະບົບສາທາລະນະສຸກຫລາຍເທົ່າຜູ້ຕິດເຊື້ອໃນກຸ່ມຜູ້ໃຫຍ່ ແລະ ໃນຫລາຍປະເທດນັ້ນ ອັດຕາເດັກທີ່ຕິດໂຄວິດ ແລະ ເຂົ້າປິ່ນປົວໃນໂຮງໝໍຍັງຕໍ່າກວ່າຜູ້ຕິດເຊື້ອກຸ່ມອາຍຸອື່ນໆ.
  • ເຊິ່ງຜູ້ຊ່ຽວຊານຊີ້ວ່າ: ຍັງມີເດັກຫລາຍຄົນທີ່ຖືກສົ່ງເຂົ້າໂຮງໝໍດ້ວຍເຫດຜົນອື່ນໆ ເຊິ່ງບໍ່ກ່ຽວກັບໂຄວິດ ກ່ອນຈະພົບວ່າຕິດເຊື້ອໃນພາຍຫລັງ. ຂະນະທີ່ເດັກບາງຄົນອາດບໍ່ມີອາການ, ແຕ່ຖືກສົ່ງໄປໂຮງໝໍເພື່ອເບິ່ງແຍງ ເນື່ອງຈາກພໍ່ແມ່ ຫລື ສະມາຊິກໃນຄອບຄົວເກີດອາການໜັກຈົນບໍ່ສາມາດເບິ່ງແຍງເດັກໄດ້ເອງ.

ຜົນກະທົບໂອມິຄຣອນຕໍ່ເດັກ ?

  • ໄລຍະມໍ່ໆມານີ້ ຈຳນວນເດັກອາຍຸຕໍ່າກວ່າ 5 ປີທີ່ເຂົ້າຮັບການປິ່ນປົວໃນໂຮງໝໍມີເພີ່ມຂຶ້ນ ທັງຢູ່ອາເມລິກາ ແລະ ອັງກິດ ທ່າມກາງການລະບາດຢ່າງວ່ອງໄວຂອງໂອມິຄຣອນ.
  • ໂດຍເດັກກຸ່ມນີ້ສ່ວນຫລາຍຍັງບໍ່ໄດ້ຮັບການສັກວັກຊີນປ້ອງກັນໂຄວິດ ເຊິ່ງສູນຄວບຄຸມ ແລະ ປ້ອງກັນພະຍາດຂອງອາເມລິກາ ຫລື CDC ຊີ້ວ່າ: ຂໍ້ມູນທີ່ປາກົດໃນກຸ່ມເດັກຍິ່ງເນັ້ນເຖິງຄວາມຈຳເປັນໃນການສັກວັກຊີນແກ່ກຸ່ມເດັກ ແລະ ຜູ້ໃຫຍ່ ເພື່ອປ້ອງກັນການແພ່ເຊື້ອຕໍ່ເດັກ.
  • ຂະນະທີ່ ໂຣເຊລ ວາເລນສກີ ຜູ້ອຳນວຍການ CDC ລະບຸວ່າ: ຍັງບໍ່ພົບຫລັກຖານບົ່ງຊີ້ເຖິງການກ່ຽວຂ້ອງລະຫວ່າງການເກີດອາການຮຸນແຮງກັບການຕິດເຊື້ອໂອມິຄຣອນໃນກຸ່ມເດັກອາຍຸ 5 ປີ.
  • ເຖິງຢ່າງໃດກໍຕາມ, ສຳລັບໃນບາງປະເທດທີ່ຕອນນີ້ຢູ່ໃນລະດູໜາວ ເຊັ່ນອາເມລິກາ ແລະ ອັງກິດ ມີຄວາມເປັນໄປໄດ້ທີ່ການເພີ່ມຂຶ້ນຂອງຈຳນວນເດັກອາຍຸຕໍ່າກວ່າ 5 ປີໃນໂຮງໝໍ ອາດມາຈາກການຕິດເຊື້ອຂອງພະຍາດໃນລະບົບທາງເດີນຫາຍໃຈອື່ນໆເຊັ່ນ: ພະຍາດຫວັດ.

ປະໂຫຍດຂອງວັກຊີນສຳລັບເດັກ ?

  • ເຖິງວ່າໂຄວິດຈະບໍ່ສົ່ງຜົນຮຸນແຮງຕໍ່ເດັກສ່ວນຫລາຍ, ແຕ່ການໃຫ້ວັກຊີນສຳລັບເດັກນັ້ນຍັງມີປະໂຫຍດຢ່າງໜ້ອຍ 2 ຢ່າງຄື: ຊ່ວຍປົກປ້ອງກຸ່ມສ່ຽງອື່ນໆ ແລະ ຫລຸດຄວາມສ່ຽງຂອງເດັກໃນການເກີດອາການຮຸນແຮງ.
  • ການສັກວັກຊີນຍັງມີຄວາມສຳຄັນ ໂດຍສະເພາະໃນກຸ່ມເດັກທີ່ມີບັນຫາສຸຂະພາບ ເຊິ່ງຜູ້ຊ່ຽວຊານເບິ່ງວ່າ ເດັກກຸ່ມນີ້ຄວນໄດ້ສັກວັກຊີນເປັນລຳດັບທຳອິດ.
  • ຫລັກຖານປັດຈຸບັນຊີ້ໃຫ້ເຫັນວ່າ: ເດັກທີ່ມີພາວະທາງພັນທຸກຳ, ລະບົບປະສາດ ຫລື ລະບົບເຜົາຜານທີ່ສັບຊ້ອນ ລວມທັງຜູ້ທີ່ເປັນພະຍາດຫົວໃຈ ຫລື ປອດ ມີຄວາມສ່ຽງຈະເກີດອາການໜັກຈາກການຕິດໂຄວິດໄດ້ເພີ່ມຂຶ້ນ ເຊິ່ງເດັກທີ່ເປັນພະຍາດຕຸ້ຍ, ເບົາຫວານ ຫລື ພະຍາດຫອບຫືດຮຸນແຮງ ອາດຈະມີຄວາມສ່ຽງເພີ່ມຂຶ້ນເຊັ່ນກັນ ໂດຍເດັກກຸ່ມນີ້ຄວນໄດ້ຮັບການສັກວັກຊີນປ້ອງກັນຄົບ 2 ໂດສ.
  • ສຳລັບເດັກສ່ວນຫລາຍທີ່ບໍ່ມີບັນຫາສຸຂະພາບນັ້ນ ຜູ້ຊ່ຽວຊານຊີ້ວ່າ ການສັກວັກຊີນພຽງ 1 ໂດສກໍໃຫ້ການປ້ອງກັນໂຄວິດໄດ້ໃນລະດັບສູງ.
  • ເຊິ່ງການສັກວັກຊີນແກ່ເດັກນັ້ນຍັງຊ່ວຍປ້ອງກັນການເກີດອາການຮ້າຍແຮງຈາກການຕິດເຊື້ອໂຄວິດເຊັ່ນ: ອາການອັກເສບໃນອະໄວຍະວະຫລາຍສ່ວນ ເຊິ່ງອາດເກີດຂຶ້ນໄດ້ໃນໄລຍະ 2-3 ອາທິດຫລັງຕິດເຊື້ອ.

ອ້າງອີງ:

ການລະບາດຂອງໂອມິຄຣອນ ກັບຜົນກະທົບຕໍ່ເດັກ ຮຸນແຮງສໍ່າໃດ ແລະ ຄວນປ້ອງກັນແນວໃດ ? - 5 - ການລະບາດຂອງໂອມິຄຣອນ ກັບຜົນກະທົບຕໍ່ເດັກ ຮຸນແຮງສໍ່າໃດ ແລະ ຄວນປ້ອງກັນແນວໃດ ?
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!