ສປປ ເກົາຫລີ ຍິງວັດຖຸທີ່ອາດເປັນລູກສອນໄຟ ຄັ້ງທີສອງໃນຮອບອາທິດ ເຮັດໃຫ້ແຫລມເກົາຫລີເຄັ່ງຕຶງອີກ

ສປປ ເກົາຫລີ ຍິງວັດຖຸທີ່ອາດເປັນລູກສອນໄຟ ຄັ້ງທີສອງໃນຮອບອາທິດ ເຮັດໃຫ້ແຫລມເກົາຫລີເຄັ່ງຕຶງອີກ - 60384268 303 - ສປປ ເກົາຫລີ ຍິງວັດຖຸທີ່ອາດເປັນລູກສອນໄຟ ຄັ້ງທີສອງໃນຮອບອາທິດ ເຮັດໃຫ້ແຫລມເກົາຫລີເຄັ່ງຕຶງອີກ
ສປປ ເກົາຫລີ ຍິງວັດຖຸທີ່ອາດເປັນລູກສອນໄຟ ຄັ້ງທີສອງໃນຮອບອາທິດ ເຮັດໃຫ້ແຫລມເກົາຫລີເຄັ່ງຕຶງອີກ - kitchen vibe - ສປປ ເກົາຫລີ ຍິງວັດຖຸທີ່ອາດເປັນລູກສອນໄຟ ຄັ້ງທີສອງໃນຮອບອາທິດ ເຮັດໃຫ້ແຫລມເກົາຫລີເຄັ່ງຕຶງອີກ

ຍີ່ປຸ່ນ ແລະ ສ.ເກົາຫລີ ຢືນຢັນວ່າ: ສປປ ເກາຫລີ ໄດ້ຍິງວັດຖຸທີ່ອາດເປັນລູກສອນໄຟໃນເຊົ້າວັນທີ 11 ມັງກອນນີ້ ເຊິ່ງເກີດຂຶ້ນໃນໄລຍະເວລາຫ່າງກັນບໍ່ເຖິງ 1 ອາທິດ ຫລັງຈາກ ສປປ ເກົາຫລີ ຫາກໍທົດລອງອາວຸດໄຮເປີໂຊນິກໄປກ່ອນໜ້ານີ້.

“ກອງທັບຂອງເຮົາກວດຈັບລູກສອນໄຟໜ້າສົງໄສທີ່ຍິງໂດຍ ສປປ ເກົາຫລີ ຈາກແຜ່ນດິນສູ່ທະເລຕາເວັນອອກເມື່ອເວລາປະມານ 07:27 ໂມງ ວັນທີ 11 ມັງກອນ 2022 (ຕາມເວລາທ້ອງຖິ່ນ)” ຄະນະເສນາທິການທະຫານຮ່ວມຂອງ ສ.ເກົາຫລີ ລະບຸໃນຖະແຫລງການ.

ສປປ ເກົາຫລີ ຍິງວັດຖຸທີ່ອາດເປັນລູກສອນໄຟ ຄັ້ງທີສອງໃນຮອບອາທິດ ເຮັດໃຫ້ແຫລມເກົາຫລີເຄັ່ງຕຶງອີກ - Visit Laos Visit SALANA BOUTIQUE HOTEL - ສປປ ເກົາຫລີ ຍິງວັດຖຸທີ່ອາດເປັນລູກສອນໄຟ ຄັ້ງທີສອງໃນຮອບອາທິດ ເຮັດໃຫ້ແຫລມເກົາຫລີເຄັ່ງຕຶງອີກ

ນອກຈາກ ສ.ເກົາຫລີ ແລ້ວ, ໜ່ວຍຍາມຝັ່ງຍີ່ປຸ່ນກໍລາຍງານການຍິງລູກສອນໄຟຄັ້ງນີ້ເຊັ່ນກັນ ໂດຍສຳນັກຂ່າວ Kyodo ລາຍງານອ້າງແຫລ່ງຂ່າວລັດຖະບານຍີ່ປຸ່ນວ່າ: ວັດຖຸທີ່ຍິງໂດຍ ສປປ ເກົາຫລີ ນັ້ນ ຕົກນອກເຂດເສດຖະກິດຈຳເພາະຂອງຍີ່ປຸ່ນ.

ສ່ວນນາຍົກລັດຖະມົນຕີ ຟູມິໂອະ ຄິຊິດະ ຂອງຍີ່ປຸ່ນ ກ່າວຕໍ່ສື່ມວນຊົນໃນເຊົ້າວັນນີ້ວ່າ: ການທີ່ ສປປ ເກົາຫລີ ປ່ອຍລູກສອນໄຟຢ່າງຕໍ່ເນື່ອງນັ້ນເປັນສິ່ງທີ່ໜ້າສະຫລົດໃຈຢ່າງຍິ່ງ. ຂະນະທີ່ສະພາຄວາມໝັ້ນຄົງແຫ່ງຊາດຂອງ ສ.ເກົາຫລີ ໄດ້ຮຽກປະຊຸມສຸກເສີນໃນຕອນເຊົ້ານີ້ຈາກສະຖານະການທີ່ເກີດຂຶ້ນ.

ທັງນີ້, ການຍິງອາວຸດນຳວິຖີຫລ້າສຸດເກີດຂຶ້ນຫລັງຈາກ 6 ປະເທດ ລວມທັງອາເມລິກາ ແລະ ຍີ່ປຸ່ນ ອອກມາຮຽກຮ້ອງໃຫ້ ສປປ ເກົາຫລີ ຢຸດການກະທຳທີ່ບັ່ນທອນສະຖຽນລະພາບ ກ່ອນກອງປະຊຸມສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ເພື່ອຫາລືກ່ຽວກັບການທົດລອງອາວຸດຂອງ ສປປ ເກົາຫລີ ໃນອາທິດຜ່ານມາ.

ອ້າງອີງ:

https://www.aljazeera.com/…/north-korea-fires-suspected…

ສປປ ເກົາຫລີ ຍິງວັດຖຸທີ່ອາດເປັນລູກສອນໄຟ ຄັ້ງທີສອງໃນຮອບອາທິດ ເຮັດໃຫ້ແຫລມເກົາຫລີເຄັ່ງຕຶງອີກ - 5 - ສປປ ເກົາຫລີ ຍິງວັດຖຸທີ່ອາດເປັນລູກສອນໄຟ ຄັ້ງທີສອງໃນຮອບອາທິດ ເຮັດໃຫ້ແຫລມເກົາຫລີເຄັ່ງຕຶງອີກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!