ຊລາຕັນ ຍິງທຽບເທົ່າ ໂຣນັລໂດ ເຮັດສະຖິຕິຍິງປະຕູຄູ່ແຂ່ງເປັນທີມທີ 80

ຊລາຕັນ ຍິງທຽບເທົ່າ ໂຣນັລໂດ ເຮັດສະຖິຕິຍິງປະຕູຄູ່ແຂ່ງເປັນທີມທີ 80 - dFQROr7oWzulq5Fa3yfp8Txci8Hl5Y85NWShYKugTMXimssLTwNYa8IpGjZj2mRpmC6 - ຊລາຕັນ ຍິງທຽບເທົ່າ ໂຣນັລໂດ ເຮັດສະຖິຕິຍິງປະຕູຄູ່ແຂ່ງເປັນທີມທີ 80
ຊລາຕັນ ຍິງທຽບເທົ່າ ໂຣນັລໂດ ເຮັດສະຖິຕິຍິງປະຕູຄູ່ແຂ່ງເປັນທີມທີ 80 - kitchen vibe - ຊລາຕັນ ຍິງທຽບເທົ່າ ໂຣນັລໂດ ເຮັດສະຖິຕິຍິງປະຕູຄູ່ແຂ່ງເປັນທີມທີ 80

ຊລາຕັນ ຍິງທຽບເທົ່າ ໂຣນັລໂດ ເຮັດສະຖິຕິຍິງປະຕູຄູ່ແຂ່ງເປັນທີມທີ 80 - dFQROr7oWzulq5Fa3yfp8Txci8Hl5Y85NWShYKugTMXimssLTwNYa8IpGjZj2mRpmC6 - ຊລາຕັນ ຍິງທຽບເທົ່າ ໂຣນັລໂດ ເຮັດສະຖິຕິຍິງປະຕູຄູ່ແຂ່ງເປັນທີມທີ 80

ຄວັນຫລົງການແຂ່ງຂັນກັລໂຊ ເຊເຣຍ ອາ ອິຕາລີ ນັດທີ 21 ຂອງລະດູການ ເຊິ່ງ ເອຊີ ມິລານ ບຸກໄປຊະນະ ເວເນເຊຍ 3-0 ເຮັດໃຫ້ ເອຊີ ມິລານ ເກັບເພີ່ມເປັນ 48 ຄະແນນ ຕາມຫລັງຜູ້ນຳ ອິນເຕີ ມິລານ ທີມຮ່ວມເມືອງພຽງຄະແນນດຽວ ແຕ່ແຂ່ງຫລາຍກວ່າ 1 ນັດ ສ່ວນ ເວເນເຊຍ ມີ 17 ຄະແນນເທົ່າເກ່ົາ ຫລົ່ນໄປຢູ່ອັນດັບ 17.

ເກມນີ້ ຊລາຕັນ ອີບຣາຮີໂມວິດ ຍິງໃຫ້ ເອຊີ ມິລານ ຂຶ້ນນຳ ເວເນເຊຍ 1-0 ຕັ້ງແຕ່ນາທີທີ 2 ເຊິ່ງຍິງປະຕູເຮັດໃຫ້ກອງຫນ້າປະສົບການຫລາຍ ອາຍຸ 40 ປີ ຍິງຄູ່ແຂ່ງໄດ້ເປັນທີ່ມທີ 80 ເຊິ່ງຖືເປັນຜູ້ຫລິ້ນຄົນທີ 2 ທີ່ເຮັດໄດ້ໃນການຫລິ້ນ 5 ລີກໃຫຍ່ຂອງເອີຣົບ ນັບຕັ້ງແຕ່ປີ 2000 ຕໍ່ຈາກ ຄຣິສຕຽນໂນ ໂຣນັລໂດ ຍອດດາວຍິງທີມຊາດໂປຣຕຸເກສ ຂອງສະໂມສອນ ແມນເຊສເຕີ ຢູໄນເຕັດ.

ທັງນີ້ ຄຣິສຕຽນໂນ ໂຣນັລໂດ ຫາກໍຍິງປະຕູຄູ່ແຂ່ງທີມທີ 80 ໄດ້ໃນເກມພຣີເມຍລີກ ອັງກິດ ທີ່ ແມນຢູ ເປີດດບ້ານຊະນະ ເບີນລີ 3-1 ເມື່ອວັນທີ 30 ທັນວາທີ່ຜ່ານມາ.

ຊລາຕັນ ຍິງທຽບເທົ່າ ໂຣນັລໂດ ເຮັດສະຖິຕິຍິງປະຕູຄູ່ແຂ່ງເປັນທີມທີ 80 - 5 - ຊລາຕັນ ຍິງທຽບເທົ່າ ໂຣນັລໂດ ເຮັດສະຖິຕິຍິງປະຕູຄູ່ແຂ່ງເປັນທີມທີ 80
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!