ຫວຽດ​ນາມ-ລາວ ເພີ່ມທະວີການຮ່ວມມືວຽກງານປ້ອງກັນຊາດ

ຫວຽດ​ນາມ-ລາວ ເພີ່ມທະວີການຮ່ວມມືວຽກງານປ້ອງກັນຊາດ - ttxvn 20220108 ngo xuan lich - ຫວຽດ​ນາມ-ລາວ ເພີ່ມທະວີການຮ່ວມມືວຽກງານປ້ອງກັນຊາດ
ຫວຽດ​ນາມ-ລາວ ເພີ່ມທະວີການຮ່ວມມືວຽກງານປ້ອງກັນຊາດ - kitchen vibe - ຫວຽດ​ນາມ-ລາວ ເພີ່ມທະວີການຮ່ວມມືວຽກງານປ້ອງກັນຊາດ

ພົນເອກ ໂງຊວັນຫຼີກ ຕີລາຄາສູງຕໍ່ກອງທັບປະຊາຊົນ ລາວ ກໍຄື ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ເອງ ທີ່ຍາມໃດກໍໃຫ້ຄວາມເອົາໃຈໃສ່ໃນການເພີ່ມພູນຄູນສ້າງສາຍພົວພັນຮ່ວມມືດ້ານວຽກງານປ້ອງກັນຊາດລະຫວ່າງສອງປະເທດ.

ເນື່ອງໃນໂອກາດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທ່ານ ພັນຄຳ ວິພາວັນ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງລັດຖະບານລາວ, ໃນຕອນຄ່ຳວັນທີ 8 ມັງກອນ 2022 ນີ້, ຢູ່ທີ່ຮ່າໂນ້ຍ, ທ່ານພົນເອກ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ລັດຖະມນຕີກະຊວງປ້ອງກັນປະເທດລາວ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານພົນເອກ ໂງຊວັນຫຼີກ, ອະດີດລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ.

ຫວຽດ​ນາມ-ລາວ ເພີ່ມທະວີການຮ່ວມມືວຽກງານປ້ອງກັນຊາດ - Visit Laos Visit SALANA BOUTIQUE HOTEL - ຫວຽດ​ນາມ-ລາວ ເພີ່ມທະວີການຮ່ວມມືວຽກງານປ້ອງກັນຊາດ

ທ່ານພົນເອກ ຈັນສະໝອນ ຈັນຍະລາດ ແຈ້ງໃຫ້ທ່ານພົນເອກ ໂງຊວັນຫຼີກ ຮັບຊາບກ່ຽວກັບການເຄື່ອນໄຫວຂອງຄະນະຜູ້ແທນຂັ້ນສູງຂອງລາວ ໃນການຢູ່ຢ້ຽມຢາມຫວຽດນາມໃນຄັ້ງນີ້ ກໍຄືໝາກຜົນຂອງການຮ່ວມມືທາງດ້ານວຽກງານປ້ອງກັນຊາດລະຫວ່າງສອງປະເທດໃນໄລຍະຜ່ານມາ; ພ້ອມທັງສະແດງຄວາມຂອບອົກຂອບໃຈມາຍັງພັກ, ລັດຖະບານ ແລະ ກະຊວງປ້ອງກັນປະເທດ ຂອງຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອລາວ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢ່າງທັນການ.

ໂອກາດນີ້, ທ່ານພົນເອກ ໂງຊວັນຫຼີກ ໄດ້ຕີລາຄາສູງຕໍ່ກອງທັບປະຊາຊົນ ລາວ ແລະ ທ່ານຈັນສະໝອນ ຈັນຍາລາດ ທີ່ຍາມໃດກໍໃຫ້ຄວາມສຳຄັນໃນການເພີ່ມພູນຄູນສ້າງສາຍພົວພັນ ແລະ ການຮ່ວມມືທາງດ້ານວຽກງານປ້ອງກັນຊາດລະຫວ່າງສອງປະເທດ.

ທ່ານພົນເອກ ໂງຊວັນຫຼີກ ສະແດງຄວາມເຊື່ອໝັ້ນຕໍ່ຄວາມສາມັກຄີ, ຄວາມຜູກພັນທີ່ໜຽວແໜ້ນລະຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດ ຈະສືບຕໍ່ເຮັດໃຫ້ສາຍພົວພັນຮ່ວມມືຂອງສອງກອງທັບຫສຽດນາມ-ລາວ ເກີດດອກອອກຜົນຍິ່ງໆຂຶ້ນ, ການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງຝ່າຍຈະນັບມື້ນັບໄດ້ຮັບການປັບປຸງຢ່າງເຖິງຖອງ ແລະ ມີປະສິດທິຜົນ.

ແຫລ່ງຂ່າວ: vovworld.vn

ຫວຽດ​ນາມ-ລາວ ເພີ່ມທະວີການຮ່ວມມືວຽກງານປ້ອງກັນຊາດ - 3 - ຫວຽດ​ນາມ-ລາວ ເພີ່ມທະວີການຮ່ວມມືວຽກງານປ້ອງກັນຊາດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!