ລວມຄໍາຄົມ ບຸກຄົນສໍາຄັນຂອງໂລກ (ຕໍ່)
August 1, 2017 - 3:41 PM


- ສິລະປະຂອງຄວາມກ້າວໜ້າຄື ຮັກສາລະບຽບວິໄນທ່າມກາງການປ່ຽນແປງ ແລະ ຮັກສາຄວາມປ່ຽນແປງທ່າມການລະບຽບວິໄນ (ທ່ານ ອັລເຟຣດ ນໍຣ໌ ໄວດ໌ເຮດ ນັກຄະນິດສາດ ແລະນັກປັດຊະຍາຊາວອັງກິດ).
- ຖ້າໃຜເຮັດດີກັບເຮົາໃຫ້ຈື່ ແຕ່ເຮົາເຮັດດີກັບໃຜໃຫ້ລືມ (ທ່ານ ທຽມ ໂຊດວັນນາ ອະດີດປະທານກຸ່ມທຸລະກິດສະຫະພັນ).
- ອັນຕະລາຍທີ່ແທ້ຈິງ ບໍ່ແມ່ນຢູ່ບ່ອນວ່າຄອມພິວເຕີຈະເລີ່ມຄິດຄືມະນຸດ ແຕ່ຢູ່ບ່ອນວ່າມະນຸດຈະເລີ່ມຄິດຄືຄອມພິວເຕີ (ທ່ານ ຊິດນີຍ໌ ເຈ ແຮຣ໌ຣິສ ນັກໜັງສືພິມຊາວອັງກິດ).
- ຂ້າພະເຈົ້ານໍາຄວາມຝັນໄປກັບຂ້າພະເຈົ້າ ແຕ່ຄວາມຝັນຂອງຂ້າພະເຈົ້າຈະບໍ່ສູນຫາຍໄປຈາກມະນຸດ ມັນຈະເປັນຂອງທ່ານໃນວັນທີ່ໂລກໄດ້ຮຽນຮູ້ຫຼາຍພໍທີ່ຈະໄດ້ຮັບປະໂຫຍດຈາກມັນ ແລະສະຫຼາດພໍທີ່ຈະບໍ່ໃຊ້ມັນໄປໃນທາງທີ່ຜິດ (ທ່ານ ຈູລສ໌ ເວິຣ໌ນ ນັກປະພັນຊາວຝຣັ່ງ ບິດາແຫ່ງນິຍາຍວິທະຍາສາດ).
- ເມື່ອເຈົ້າກ້າວຜິດພາດ ເຈົ້າອາດຈະຕັ້ງໂຕໃຫມ່ໄດ້ໃນບໍ່ຊ້າ ແຕ່ຖ້າເຈົ້າກ່າວວ່າຈະຜິດພາດ ເຈົ້າອາດຕ້ອງເສຍໃຈຕະຫຼອດຊີວິດ ( ເບນຈາມິນ ແຟຣງຄະລິນ ນັກວິທະຍາສາດ, ນັກປັດຊະຍາ ແລະ ລັດຖະບູລຸດຂອງສະຫະລັດອາເມລິກາ).
- ບໍ່ມີວິທະຍາສາດທີ່ປາສະຈາກຄວາມຄິດຝັນ ແລະ ບໍ່ມີສິລະປະທີ່ປາສະຈາກຄວາມຈິງ (ທ່ານ ວະລາດິເນຍ ນາໂບຄອຟ ນັກຂຽນ ແລະ ນັກວິຈານ ຊາວສະຫະລັດອາເມລິກາເຊື້ອສາຍຣັດເຊຍ).
- ຢ່າຢ້ານວ່າຊີວິດຂອງທ່ານຈະພົບຈຸດຈົບ ແຕ່ຈົ່ງຢ້ານວ່າຊີວິດຂອງທ່ານຈະບໍ່ມີໂອກາດໄດ້ເລີ່ມຕົ້ນ (ຄາຣ໌ດິນັດ ນິວແມນ ພະຣາຊາຄະນະນິກາຍໂຣມັນຄາທໍລິກຊາວອັງກິດ).
- ເຮົາລ້ຽງຊີວິດດ້ວຍສິ່ງທີ່ເຮົາຫາມາໄດ້ ແຕ່ເຮົາສ້າງຊີວິດດ້ວຍສິ່ງທີ່ເຮົາໃຫ້ ( ເຊີຣ໌ວິນສຕັນ ເຊີຣ໌ຊິລສ໌ ອະດີດນາຍົກລັດຖະມົນຕີ ແລະ ລັດຖະບູລຸດຂອງອັງກິດ)
- ຖ້າຄົນສອງຄົນມີເງິນຄົນລະ 1.000 ກີບ ເມື່ອນໍາມາແລກປ່ຽນກັນ ກັບບ້ານເຂົາກໍຈະມີເງິນຄົນລະ 1.000 ກີບ ຫາກສອງຄົນທີ່ມີຄວາມຮູ້ຄົນລະເລື່ອງ ແລະ ນໍາຄວາມຮູ້ມາແລກປ່ຽນກັນ ເມື່ອກັບບ້ານເຂົາທັງສອງຈະມີຄວາມຮູ້ຄົນລະ 2 ເລື່ອງ (ທ່ານ ນາງ ອິນທິຣາ ຄານຣີ ອະດີດນາຍົກລັດຖະມົນຕີອິນເດຍ)
- ລະຫວ່າງຜູ້ທີ່ມີຄວາມຮູ້ມີການສຶກສາຫຼາຍທີ່ສຸດ ກັບຜູ້ທີ່ມີຄວາມຮູ້ມີການສຶກສາໜ້ອຍທີ່ສຸດ ມີຄວາມແຕກຕ່າງກັນໃນລະດັບທີ່ເລັກໜ້ອຍຈົນບໍ່ອາດເວົ້າໄດ້ ເມື່ອທຽບໃສ່ກັບສິ່ງຕ່າງໆ ທີ່ເຮົາຍັງບໍ່ຮູ້ ( ອັລເບິຣຕ໌ ໄອນສະໄຕນຼ )
- ກຽດທີ່ຍິ່ງໃຫຍ່ບໍ່ໄດ້ຢູ່ທີ່ເຮົາບໍ່ລົ້ມ ແຕ່ຢູ່ທີ່ເຮົາລຸກຂຶ້ນທຸກຄັ້ງທີ່ເຮົາລົ້ມຕ່າງຫາກ (ຂົງຈື້ ນັກປັດຊະຍາຊາວຈີນ)
- ການເດີນທາງເຖິງວ່າຈະໄກກໍຕ້ອງເລີ່ມຕົ້ນຈາກກ້າວທໍາອິດສະເໝີ (ທ່ານ ເລົ່າຈື້ ນັກປັດຊະຍາຈີນ)
- ສິ່ງທີ່ເຈົ້າເຫັນເປັນພຽງຄວາມສໍາເລັດທີ່ເປັນພຽງ1% ຂອງຊີວິດຂ້ອຍ ແຕ່ສິ່ງທີ່ເຈົ້າບໍ່ເຫັນຄືອີກ 99% ທີ່ເປັນຄວາມລົ້ເຫຼວຂອງຂ້ອຍ (ທ່ານ ໂຊອິຈິໂຣ ຮອນດ້າ ປະທານບໍລິສັດຮອນດ້າ ປະເທດຍີ່ປຸ່ນ)
- ຜູ້ຊະນະຄືຜູ້ທີ່ກໍານົດເກມ ເມື່ອສູ້ດ້ວຍແຮງບໍ່ໄດ້ ກໍຕ້ອງສູ້ດ້ວຍຈິນຕະນາການ (ແຈັກ ເວລຊ໌ CEO ບໍລິສັດ ຈີອີ ປະເທດສະຫະລັດອາເມລິກາ)
- ແຜນໜຶ່ງປີ ບໍ່ມີຫຍັງດີໄປກວ່າການປູກພືດ ແຜນສິບປີບໍ່ມີຫຍັງດີໄປກວ່າການປູກຕົ້ນໄມ້ ແຜນຕະຫຼອດຊີວິດບໍ່ມີຍັງດີໄປກວ່າການສ້າງຄົນ ປູກໜຶ່ງຄັ້ງເກັບກ່ຽວໄດ້ໜຶ່ງຄັ້ງຄືພືດ ປູກໜຶ່ງຄັ້ງເກັບກ່ຽວໄດ້ສິບຄັ້ງຄືຕົ້ນໝາກໄມ້ ສ້າງໜຶ່ງຄັ້ງໄດ້ຜົນປະໂຫຍດຮ້ອຍຄັ້ງຄືຄົນ (ຈາກໜັງສື ກ່ວນຈື່)
- ອຸປະສັກຄືສິ່ງທີ່ໜ້າຕົກໃຈ ກໍຕໍ່ເມື່ອເຈົ້າບໍ່ໄດ້ເບິ່ງໄປທີ່ຈຸດໝາຍປາຍທາງ ເພາະການສະແຫວງຫາ ບໍ່ແມ່ນເພາະລໍຄອຍ, ເພາະຊ່ຽວຊານ ບໍ່ແມ່ນເພາະລໍໂອກາດ, ເພາະສາມາດ ບໍ່ແມ່ນເພາະໂຊກຊ່ວຍ. ດັ່ງນັ້ນ ລິຂິດຟ້າ ຫຼື ຈະສູ້ມານະແຫ່ງຕົນ (ທ່ານ ຂົງເບັ້ງ ນັກປັດສະຍາຈີນ)
- ການທີ່ເຮົາຮຽນຮູ້ຈາກສິ່ງທີ່ເຮົາຍັງບໍ່ຮູ້ ເຮົາບໍ່ພຽງເຮັດດີໃນການທໍາລາຍໂລກເກົ່າ ແຕ່ຍັງເຮັດດີໃນການສ້າງໂລກໃຫມ່ ( ເໝົາເຈີ໋ຕຸງ ອະດີດປະທານາທິບໍດີ ສປຈີນ)
- ບໍ່ວ່າແມວຂາວ ຫຼື ແມວດໍາ ຂໍພຽງຈັບໝູໄດ້ກໍຄືແມວທີ່ດີ (ເຕິ້ງສຽວຜິງ ອະດີດປະທານນາທິບໍດີ ສປ ຈີນ)
- ຄົນບໍ່ຍອມໃຊ້ເຫດຜົນເປັນຄົນດື້ດັນ ຄົນບໍ່ສາມາດໃຊ້ເຫດຜົນເປັນຄົນໂງ່ຈ້າ ແລະ ຄົນບໍ່ກ້າໃຊ້ເຫດຜົນເປັນທາດ (ທ່ານ ເຊີຣ໌ ວິລລຽ່ມ ດໍາມອນດ໌ ຜູ້ວ່າການນິຄົມຂອງອັງກິດ).