ສປປ ລາວ ກາຍເປັນປະເທດເຊື່ອມໂຍງເຊື່ອມຈອດຢ່າງສຳເລັດຜົນ

ສປປ ລາວ ກາຍເປັນປະເທດເຊື່ອມໂຍງເຊື່ອມຈອດຢ່າງສຳເລັດຜົນ - 309382 2 - ສປປ ລາວ ກາຍເປັນປະເທດເຊື່ອມໂຍງເຊື່ອມຈອດຢ່າງສຳເລັດຜົນ
ສປປ ລາວ ກາຍເປັນປະເທດເຊື່ອມໂຍງເຊື່ອມຈອດຢ່າງສຳເລັດຜົນ - kitchen vibe - ສປປ ລາວ ກາຍເປັນປະເທດເຊື່ອມໂຍງເຊື່ອມຈອດຢ່າງສຳເລັດຜົນ

ໂດຍ: ທິດກໍ່າ

ຄວາມມານະພະຍາຍາມຫັນເອົາປະເທດຊາດອອກຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລໃຫ້ກາຍເປັນປະເທດເຊື່ອມໂຍງເຊື່ອມຈອດກັບພາກພື້ນ ແລະ ຕໍ່ກັບໂລກຂອງພັກ ແລະ ລັດຖະບານເຮົາໄດ້ມີຄວາມຫວັງຕັ້ງໃຈ ແລະ ດຳເນີນມາໄດ້ຫລາຍປີແລ້ວ, ມາຮອດປັດຈຸບັນ ຄວາມຫວັງດັ່ງກ່າວໄດ້ປະສົບຜົນສຳເລັດຢ່າງມີໄຊອັນຍິ່ງໃຫຍ່ ພາຍຫລັງໂຄງການກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງ ລາວ-ຈີນ ໄດ້ສຳເລັດລົງ ແລະ ເປີດນຳໃຊ້ຢ່າງເປັນທາງການມາແຕ່ວັນທີ 3 ທັນວາ 2021.

ສປປ ລາວ ກາຍເປັນປະເທດເຊື່ອມໂຍງເຊື່ອມຈອດຢ່າງສຳເລັດຜົນ - Visit Laos Visit SALANA BOUTIQUE HOTEL - ສປປ ລາວ ກາຍເປັນປະເທດເຊື່ອມໂຍງເຊື່ອມຈອດຢ່າງສຳເລັດຜົນ

ດັ່ງພວກເຮົາຮູ້ນຳກັນແລ້ວວ່າ ໂຄງການກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງ ລາວ-ຈີນ ເປັນໂຄງການຮ່ວມມື ແລະ ໃຊ້ທຶນມະຫາສານ ລະຫວ່າງເພື່ອນຮ່ວມຊະຕາກຳ ລາວ-ຈີນ ແລະ ຖືເປັນຜົນສຳເລັດຢ່າງເປັນຮູບປະທຳທີ່ຍິ່ງໃຫຍ່ຕໍ່ຜົນການຮ່ວມມືລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ໃນຄັ້ງປະຫວັດສາດຍຸກໃໝ່. ນອກຈາກນັ້ນ ໂຄງການດັ່ງກ່າວຍັງນອນຢູ່ໃນແຜນຍຸດທະສາດໜຶ່ງແຖບໜຶ່ງເສັ້ນທາງຂອງ ສປ ຈີນ ທີ່ມີເປົ້າໝາຍພັດທະນາເຊື່ອມໂຍງ ແລະ ຂະຫຍາຍຕົວໄປທົ່ວໂລກ.

ໄປຄຽງຄູ່ກັບໂຄງການກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງ ລາວ-ຈີນ ໃນຄັ້ງນີ້ ເພື່ອເປັນການຕອບຮັບກັບຂະບວນການຂົນສົ່ງສິນຄ້າ, ລັດຖະບານລາວຍັງມີໂຄງການພັດທະນາທ່າເຮືອບົກທ່ານາແລ້ງ ທີ່ຕັ້ງຢູ່ເຂດບ້ານດົງໂພສີ ນະຄອນຫລວງວຽງຈັນ ເພື່ອເຊື່ອມຈອດກັບເສັ້ນທາງລົດໄຟຄວາມໄວສູງ ລາວ-ຈີນ ເປົ້າໝາຍກໍເພື່ອໃຫ້ກາຍເປັນສູນກາງໂລຈິສຕິກທີ່ສຳຄັນສຳລັບການຂົນສົ່ງສິນຄ້າຈາກລາວໄປຍັງປະເທດຈີນ ແລະ ຈາກຈີນໄປຍັງບັນດາປະເທດໃນພາກພື້ນ ແລະ ສາມາດເຊື່ອມໂຍງເຊື່ອມຈອດໄປທົ່ວໂລກ.

ປັດຈຸບັນ, ໂຄງການດັ່ງກ່າວໄດ້ສຳເລັດ ແລະ ເປີດນຳໃຊ້ບໍລິການຢ່າງເປັນທາງການມາແຕ່ວັນທີ 4 ທັນວາ 2021. ຜ່ານການເຄື່ອນໄຫວບໍລິການຂົນສົ່ງສິນຄ້າພຽງ 1 ເດືອນ ຄືນັບແຕ່ວັນທີ 4 ທັນວາ 2021 ຫາວັນທີ 4 ມັງກອນ 2022 ການຂົນສົ່ງຜ່ານເຂົ້າມາ ແລະ ຜ່ານຊາຍແດນລາວໄປຍັງຕ່າງປະເທດໄດ້ຫລາຍພັນຕູ້ ເຊິ່ງສະເລ່ຍໃນມື້ໜຶ່ງໄດ້ເຖິງ 100 ກວ່າຕູ້.

ຈາກການໃຫ້ສຳພາດຕໍ່ສະຖານີໂທລະພາບແຫ່ງຊາດລາວ, ທ່ານ ຈັນທອນ ສິດທິໄຊ ປະທານບໍລິສັດວຽງຈັນໂລຈິສຕິກ ພາກ ຈຳກັດ ໄດ້ແຈ້ງໃຫ້ຮູ້ວ່າ: ວຽງຈັນໂລຈິສຕິກ (ດ່ານສາກົນສິນຄ້າທ່າບົກທ່ານາແລ້ງ) ເປັນສ່ວນໜຶ່ງຂອງໂຄງການລາຍໃຫຍ່ລາວໂລຈິສຕິກລິ້ງ ໂດຍຖືເອົາຍຸດທະສາດຂອງລັດຖະບານວ່າດ້ວຍການຫັນຈາກປະເທດລາວທີ່ບໍ່ມີທາງອອກສູ່ທະເລເປັນປະເທດເຊື່ອມໂຍງເຊື່ອມຈອດດ້ານການຂົນສົ່ງ, ການຄ້າ ແລະ ການບໍລິການດ້ານການຄ້າຜ່ານແດນຕ່າງໆທີ່ມີຄວາມສຳຄັນໃນການອຳນວຍຄວາມສະດວກໃຫ້ແກ່ການລຳລຽງຂົນສົ່ງຕາມຍຸດທະສາດການພັດທະນາໂລຈິສຕິກຂົນສົ່ງສິນຄ້າຂອງລາວໃຫ້ມີຄວາມສະດວກວ່ອງໄວ, ປອດໄພທັນສະໄໝ, ຍືນຍົງ, ເປັນມິດຕໍ່ສິ່ງແວດລ້ອມ, ເພີ່ມຄວາມສາມາດເຊື່ອມໂຍງເຊື່ອມຈອດກັບພາກພື້ນ ແລະ ສາກົນ. ຄາດວ່າໃນອະນາຄົດຕໍ່ໜ້າ ແລະ ຍາວນານ ສປປ ລາວເຮົາ ຈະຂັບເຄື່ອນເສດຖະກິດດ້ວຍການບໍລິການຂົນສົ່ງໂລຈິສຕິກໃຫ້ເຕີບໃຫຍ່ ແລະ ຂະຫຍາຍໂຕຍິ່ງຂຶ້ນໄປເລື້ອຍໆ.

ສປປ ລາວ ກາຍເປັນປະເທດເຊື່ອມໂຍງເຊື່ອມຈອດຢ່າງສຳເລັດຜົນ - 4 - ສປປ ລາວ ກາຍເປັນປະເທດເຊື່ອມໂຍງເຊື່ອມຈອດຢ່າງສຳເລັດຜົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!