ກຳປູເຈຍ-ອິນໂດເນເຊຍ ປຶກສາຫາລື ກ່ຽວກັບການຮ່ວມມືອາຊຽນ-ສະພາບການ ຢູ່ມຽນມາ

ກຳປູເຈຍ-ອິນໂດເນເຊຍ ປຶກສາຫາລື ກ່ຽວກັບການຮ່ວມມືອາຊຽນ-ສະພາບການ ຢູ່ມຽນມາ - 19 lanhdaocampuchia fefc - ກຳປູເຈຍ-ອິນໂດເນເຊຍ ປຶກສາຫາລື ກ່ຽວກັບການຮ່ວມມືອາຊຽນ-ສະພາບການ ຢູ່ມຽນມາ
ກຳປູເຈຍ-ອິນໂດເນເຊຍ ປຶກສາຫາລື ກ່ຽວກັບການຮ່ວມມືອາຊຽນ-ສະພາບການ ຢູ່ມຽນມາ - kitchen vibe - ກຳປູເຈຍ-ອິນໂດເນເຊຍ ປຶກສາຫາລື ກ່ຽວກັບການຮ່ວມມືອາຊຽນ-ສະພາບການ ຢູ່ມຽນມາ

ຕາມ​ຂ່າວ​ຈາກ VOVWORLD, ​ເມື່ອ​ບໍ່​ດົນ​ມາ​ນີ້, ກະຊວງ ການຕ່າງປະເທດ ແລະ ຮ່ວມມືສາກົນ ກຳປູເຈຍ ໃຫ້ຮູ້ວ່າ: ທ່ານ ຮຸນ​ເຊ​ນ ນາຍົກ ລັດຖະມົນຕີ ກຳປູ​ເຈຍ ໄດ້ມີ ການເຈລະຈາ ຜ່ານທາງໂທລະສັບ ກັບ ທ່ານ ​ໂຈ​ໂກ ວີ​ໂດ​ໂດ ປະທານາທິບໍດີ ອິນໂດເນເຊຍ ເພື່ອປຶກສາຫາລື ກ່ຽວກັບ ການຮ່ວມມື ໃນຂອບເຂດ ອາຊຽນ ແລະ ສະພາບການ ດ້ານການເມືອງ ຢູ່ ມຽນມາ. ຈາກ​ນັ້ນ ທ່ານ ໂຈ​ໂກ ວີ​ໂດ​ໂດ ຢັ້ງຢືນວ່າ ຈະໃຫ້ການ ໜູນຊ່ວຍ ຢ່າງສຸດຂີດ ເພື່ອໃຫ້ ກຳປູ​ເຈ​ຍ ປະຕິບັດ ສຳເລັດບົດບາດ ເປັນປະທານ ອາຊຽນ 2022, ພ້ອມທັງ ເນັ້ນໜັກວ່າ ສິ່ງດັ່ງກ່າວ ຈະປະກອບສ່ວນ ສ້າງຜົນສຳເລັດ ໃຫ້ແກ່ ອິນໂດເນເຊຍ ເມື່ອປະເທດນີ້ ເປັນ ປະທານ ອາຊຽນ ໃນປີ 2023. ສ່ວນ ທ່ານ ຮຸນ​ເຊ​ນ ​ໄດ້ຕີລາຄາສູງ ຕໍ່ ອິນໂດເນເຊຍ ຍ້ອນມີ ຫລາຍຂໍ້ລິເລີ່ມ ປະກອບສ່ວນ ເຂົ້າໃນວິວັດ ການສ້າງ ປະຊາຄົມ ອາຊຽນ ຢ່າງ​ເຂັ້ມ​ແຂງ.

ນອກຈາກນັ້ນ, ຜູ້ນຳ ສອງປະເທດ ກໍໄດ້ແລກປ່ຽນ ທັດສະນະ ກ່ຽວກັບ ການຜັນແປ ໃນປັດ ຈຸບັນຢູ່ ມຽນມາ, ພ້ອມທັງ ເນັ້ນໜັກເຖິງ ຄວາມສຳຄັນ ຂອງການຊຸກຍູ້ ບັນດາ ຄວາມມານະ ພະຍາຍາມ ຂອງ ອາຊຽນ ໃນການ ໜູນຊ່ວຍ ມຽນມາ ຊອກຫາ ມາດຕະການ ແກ້ໄຂ ເໝາະສົມ ເພື່ອບັນລຸໄດ້ ຄວາມປອງ ດອງຊາດ, ສັນຕິພາບ ຍາວນານ, ສະຖຽນ ລະພາບ ແລະ ການ​ພັດທະນາ​ ແບບ​ຍືນ​ຍົງ./.

ກຳປູເຈຍ-ອິນໂດເນເຊຍ ປຶກສາຫາລື ກ່ຽວກັບການຮ່ວມມືອາຊຽນ-ສະພາບການ ຢູ່ມຽນມາ - Visit Laos Visit SALANA BOUTIQUE HOTEL - ກຳປູເຈຍ-ອິນໂດເນເຊຍ ປຶກສາຫາລື ກ່ຽວກັບການຮ່ວມມືອາຊຽນ-ສະພາບການ ຢູ່ມຽນມາ
ກຳປູເຈຍ-ອິນໂດເນເຊຍ ປຶກສາຫາລື ກ່ຽວກັບການຮ່ວມມືອາຊຽນ-ສະພາບການ ຢູ່ມຽນມາ - 4 - ກຳປູເຈຍ-ອິນໂດເນເຊຍ ປຶກສາຫາລື ກ່ຽວກັບການຮ່ວມມືອາຊຽນ-ສະພາບການ ຢູ່ມຽນມາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!