ຈຸດ​ດຳ​ເທິງ​ຜັກ​ທຽມ​ແມ່ນ​ເຊື້ອ​ລາຫລືບໍ່ ແລະ ສ່ຽງ​ເປັນ​ມະ​ເຮັງ​ບໍ່ ?

ຈຸດ​ດຳ​ເທິງ​ຜັກ​ທຽມ​ແມ່ນ​ເຊື້ອ​ລາຫລືບໍ່ ແລະ ສ່ຽງ​ເປັນ​ມະ​ເຮັງ​ບໍ່ ? - Screenshot 2022 01 07 102212 - ຈຸດ​ດຳ​ເທິງ​ຜັກ​ທຽມ​ແມ່ນ​ເຊື້ອ​ລາຫລືບໍ່ ແລະ ສ່ຽງ​ເປັນ​ມະ​ເຮັງ​ບໍ່ ?
ຈຸດ​ດຳ​ເທິງ​ຜັກ​ທຽມ​ແມ່ນ​ເຊື້ອ​ລາຫລືບໍ່ ແລະ ສ່ຽງ​ເປັນ​ມະ​ເຮັງ​ບໍ່ ? - kitchen vibe - ຈຸດ​ດຳ​ເທິງ​ຜັກ​ທຽມ​ແມ່ນ​ເຊື້ອ​ລາຫລືບໍ່ ແລະ ສ່ຽງ​ເປັນ​ມະ​ເຮັງ​ບໍ່ ?

ເຄີຍ​ຈັບ​ຜັກ​ທຽມ​ມາ​ປຸງ​ແຕ່ງ​ອາ​ຫານ​ແລ້ວ​ພົບ​ຈຸດ​ດຳໆ​ເທິງ​ຜັກ​ທຽມ​ຫລືບໍ່ ? ມັນ​ແມ່ນ​ເຊຶ້ອ​ລາ​ຫລືບໍ່ ? ປາດ​ອອກ​ແລ້ວ​ເອົາ​ມາ​ປຸງ​ແຕ່ງ​ອາ​ຫານ​ໄດ້​ຄື​ເກົ່າ​ຫລືບໍ່ ? ອັນ​ຕະ​ລາຍ​ຫລາ​ຍ​ໜ້ອຍ​ປານ​ໃດ ເລື່ອງນີ້​ຈາກ​ທີ່​ມີ​ການ​ເຜີຍ​ແຜ່​ຂໍ້​ມູນ​ວ່າ ຮອຍ​ສິ​ນ້ຳ​ຕານ​ທີ່​ພົບ​ເທິງ​ຜັກ​ທຽມ​ແມ່ນ​ເຊື້ອ​ລາ ເຊິ່ງ​ສ່ວນ​ຫລາຍ​ເຊື້ອ​ລາ​ເຫລົ່າ​ນີ້​ເປັນ​ເຊື້ອ​ລາ​ທີ່​ມີ​ພິດ ຫລື ສານກໍ່​ມະ​ເຮັງ​ນັ້ນ ທາງ​ສະ​ຖາ​ບັນ​ມະ​ເຮັງໄດ້​ກວດ​ສອບ​ເລື່ອງ​ດັ່ງ​ກ່າວ ແລະ ພົບ​ວ່າ : ຈຸດ​ສີ​ນ້ຳ​ຕານ ຫລື ຈຸດ​ສີ​ດຳ​ເທິງ​ຜັກ​ທຽມ​ເກີດ​ຈາກ​ຮອບ​ຊ້ຳ​ຂອງ​ຜັກ​ທຽມ ສົ່ງ​ຜົນ​ໃຫ້​ເຊື້ອ​ລາ​ຫລາກ​ຫລາຍ​ຊະ​ນິດ​ອາດ​ປົນ​ເປື້ອນ ຫລື ເຂົ້າ​ໄປ​ຈະ​ເລີ​ນ​ເຕີບ​ໃຫຍ່​ຢູ່​ໃນ​ບໍ​ລິ​ເວນ​ຮອຍ​ຊ້ຳ​ນັ້ນ ໂດຍ​ມັກ​ພົບ​ໃນ​ຜັກ​ທຽ​ມ​ທີ່​ມີ​ການ​ເກັບ​ຮັກ​ສາບໍ່​ເໝາະ​ສົມ ຫລື ເກັບ​ໄວ້​ເປັນ​ເວ​ລາ​ດົນ.

ຈຸດ​ດຳ​ໃນ​ຜັກ​ທຽມ​ເປັນ​ສານ​ກໍ່​ມະ​ເຮັງ​ຫລືບໍ່ ?  ຕາມ​ທີ່​ມີ​ຂໍ້​ກັງ​ວົນ​ວ່າ​ເຊື້ອ​ລາ​ທີ່​ຢູ່​ເທິງ​ຜັກ​ທຽມ​ອາດ​ສ້າງ​ສານ​ພິດ ຫລື ສານກໍ່​ມະ​ເຮັງ​ນັ້ນ ຈາກ​ການ​ສຶກ​ສາ​ຂໍ້​ມູນ​ການ​ວິ​ໄຈ​ພົບ​ວ່າ : ເຊື້ອ​ລາ Aspergillus flavus ແລະ Aspergillus parasiticus ເປັນ​ເຊື້ອ​ລາ​ທີ່​ສາ​ມາດ​ສ້າງ​ສານອ​ະ​ຟ​ລາ​ທັອກ​ຊິນ ເຊິ່ງ​ຈັດ​ເປັນ​ສານກໍ່​ມະ​ເຮັງ​ໃນ​ມະ​ນຸດ. ແນວ​ໃດ​ກໍ​ຕາມ, ປັດ​ຈຸ​ບັນ​ຍັງ​ບໍ່​ມີ​ຂໍ້​ມູນ​ຢັ້ງ​ຢືນ​ວ່າ​ພົບ​ສານ​ອະ​ຟ​ລາ​ທັອກ​ຊິນ​ບໍ​ລິ​ເວນ​ຮອຍ​ຈຸດ​ນ້ຳ​ຕານ ຫລື ຈຸດ​ດຳ​ເທິງ​ຜັກ​ທຽມ.

ສ​ະ​ຫລຸບ​ກໍ​ຄື : ຮອຍ​ຈຸດ​ສີ​ນ້ຳ​ຕານ ຫລື ຈຸດ​ສີ​ດຳ​ເທິງ​ຜັ​ກ​ທຽມ​ແມ່ນ​ຮອຍ​ຊ້ຳ ຈຶ່ງ​ສົ່ງ​ຜົນ​ໃຫ້​ເຊື້ອ​ລາ ຫລື ຈຸ​ລິນ​ຊີ​ຊະ​ນິດ​ອື່ນໆ​ປົນ​ເປື້​ອນ​ເຂົ້າ​ໄປ​ຈະ​ເລີນ​ເຕີບ​ໃຫຍ່​ຢູ່​ບໍ​ລິ​ເວນ​ຮອຍ​ຊ້ຳ​ນັ້ນ ເຊິ່ງ​ໃນ​ປັດ​ຈຸ​ບັນ​ຍັງ​ບໍ່​ມີ​ການ​ວິ​ໄຈ​ທີ່​ລະ​ບຸ​ວ່າ​ຮອຍ​ຈຸດ​ສີ​ນ້ຳ​ຕານ​ເທິງ​ຜັກ​ທຽມ​ນີ້​ມີ​ສານກໍ່​ມະ​ເຮັງ.

ປາດ​ຮອຍ​ດຳ ຫລື ຮອຍ​ສີ​ນ້ຳ​ຕານ​ອອກ ແລ້ວ​ເອົາ​ມາ​ປຸງ​ແຕ່ງ​ເປັນ​ອາ​ຫານ​ໄດ້​ຫລືບໍ່ ? ຫາກ​ພົບ​ຮອຍ​ຈຸດ​ດຳ ຫລື ຈຸດ​ສີ​ນ້ຳ​ຕານ​ເທິງ​ຜັກ​ທຽ​ມ​ຄວນ​ເອົາ​ຖິ້ມ ຫລື ອາດ​ປາດ​ບໍ​ລິ​ເວນນັ້ນ​ຖິ້ມ ແລະ ຄວນ​ກິນ​ຜັກ​ທຽມ​ທີ່​ຜ່ານ​ການ​ປຸງ​ແຕ່ງ​ສຸກ​ເພື່ອ​ຫລຸດ​ການ​ປົນ​ເປື້ອນ​ຂອງ​ຈຸ​ລິນ​ຊີ​ຊະ​ນິດ​ອື່ນໆ ແລະ ແນະ​ນຳ​ໃຫ້​ເລືອກ​ຊື້​ຜັກ​ທຽມ​ທີ່​ສົດ​ໃໝ່​ຢູ່​ໃນ​ພາ​ຊະ​ນະ​ບັນ​ຈຸ​ທີ່​ສະ​ອາດ, ບໍ່​ມີ​ລັກ​ສະ​ນະ​ຂອງ​ເສັ້ນ​ໄຍ ແລະ ສະ​ປໍ​ຂອງ​ເຊື້ອ​ລາ, ການ​ເກັບ​ຮັກ​ສາ​ຄວນ​ເກັບ​ໄວ້​ໃນ​ບ່ອນ​ແຫ້ງ, ບໍ່​ອັບ​ຊຸ່ມ ແລະ ບໍ່​ເກັບ​ໄວ້​ດົນ​ເກີນ​ໄປ.

ຈຸດ​ດຳ​ເທິງ​ຜັກ​ທຽມ​ແມ່ນ​ເຊື້ອ​ລາຫລືບໍ່ ແລະ ສ່ຽງ​ເປັນ​ມະ​ເຮັງ​ບໍ່ ? - 5 - ຈຸດ​ດຳ​ເທິງ​ຜັກ​ທຽມ​ແມ່ນ​ເຊື້ອ​ລາຫລືບໍ່ ແລະ ສ່ຽງ​ເປັນ​ມະ​ເຮັງ​ບໍ່ ?
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!