ຜູ້ຊ່ຽວຊານສາທາລະນະສຸກເຕືອນອິນເດຍ ກຽມຮັບມືຄື້ນໂຄວິດຮອບໃໝ່ ຫ່ວງໂອມິຄຣອນເຮັດໃຫ້ຈຳນວນຜູ້ຕິດເພີ່ມຂຶ້ນ

ຜູ້ຊ່ຽວຊານສາທາລະນະສຸກເຕືອນອິນເດຍ ກຽມຮັບມືຄື້ນໂຄວິດຮອບໃໝ່ ຫ່ວງໂອມິຄຣອນເຮັດໃຫ້ຈຳນວນຜູ້ຕິດເພີ່ມຂຶ້ນ - 61d4616d1aad2 - ຜູ້ຊ່ຽວຊານສາທາລະນະສຸກເຕືອນອິນເດຍ ກຽມຮັບມືຄື້ນໂຄວິດຮອບໃໝ່ ຫ່ວງໂອມິຄຣອນເຮັດໃຫ້ຈຳນວນຜູ້ຕິດເພີ່ມຂຶ້ນ
ຜູ້ຊ່ຽວຊານສາທາລະນະສຸກເຕືອນອິນເດຍ ກຽມຮັບມືຄື້ນໂຄວິດຮອບໃໝ່ ຫ່ວງໂອມິຄຣອນເຮັດໃຫ້ຈຳນວນຜູ້ຕິດເພີ່ມຂຶ້ນ - kitchen vibe - ຜູ້ຊ່ຽວຊານສາທາລະນະສຸກເຕືອນອິນເດຍ ກຽມຮັບມືຄື້ນໂຄວິດຮອບໃໝ່ ຫ່ວງໂອມິຄຣອນເຮັດໃຫ້ຈຳນວນຜູ້ຕິດເພີ່ມຂຶ້ນ

ອິນເດຍພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມສອງເທົ່າໃນເວລາພຽງ 4 ວັນ. ຂະນະທີ່ໂອມິຄຣອນເລີ່ມລະບາດໃນເມືອງໃຫຍ່, ຜູ້ຊ່ຽວຊານເຕືອນກຽມຮັບມືຄື້ນໂຄວິດຮອບໃໝ່.

ວັນທີ 5 ມັງກອນ 2022, ສຳນັກຂ່າວຣອຍເຕີລາຍງານວ່າ: ກະຊວງສາທາລະນະສຸກອິນເດຍເປີດເຜີຍໃນວັນທີ 4 ມັງກອນວ່າ: ພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ຈຳນວນ 58.097 ຄົນ ເພີ່ມຂຶ້ນເປັນສອງເທົ່າຈາກໄລຍະ 4 ວັນຜ່ານມາ ສົ່ງຜົນໃຫ້ຈຳນວນຜູ້ຕິດເຊື້ອສະສົມມີ 35.018.258 ຄົນ, ສ່ວນຈຳນວນຜູ້ເສຍຊີວິດໃນວັນທີ 5 ມັງກອນ ເພີ່ມຂຶ້ນ 534 ຄົນ ດັນຍອດລວມຜູ້ເສຍຊີວິດສະສົມເປັນ 48.551 ຄົນ.

ຜູ້ຊ່ຽວຊານສາທາລະນະສຸກເຕືອນອິນເດຍ ກຽມຮັບມືຄື້ນໂຄວິດຮອບໃໝ່ ຫ່ວງໂອມິຄຣອນເຮັດໃຫ້ຈຳນວນຜູ້ຕິດເພີ່ມຂຶ້ນ - Visit Laos Visit SALANA BOUTIQUE HOTEL - ຜູ້ຊ່ຽວຊານສາທາລະນະສຸກເຕືອນອິນເດຍ ກຽມຮັບມືຄື້ນໂຄວິດຮອບໃໝ່ ຫ່ວງໂອມິຄຣອນເຮັດໃຫ້ຈຳນວນຜູ້ຕິດເພີ່ມຂຶ້ນ

ຍອດຜູ້ຕິດເຊື້ອໂຄວິດ-19 ທີ່ເພີ່ມຂຶ້ນຢ່າງວ່ອງໄວໃນອິນເດຍ ໄດ້ສ້າງຄວາມກັງວົນໃຫ້ຜູ້ຊ່ຽວຊານ ແລະ ບຸກຄະລາກອນການແພດ ໂດຍສະເພາະໃນຂະນະທີ່ໄວຣັສສາຍພັນໂອມິຄຣອນ ເຊິ່ງມີຄວາມສາມາດໃນການແພ່ກະຈາຍເຊື້ອຢ່າງວ່ອງໄວ ໄດ້ກາຍມາເປັນໄວຣັສສາຍພັນຫລັກທີ່ລະບາດໃນເມືອງໃຫຍ່ໆ ລວມທັງນະຄອນຫລວງນິວເດລີ ເມືອງຫລວງຂອງປະເທດ.

ຂໍ້ມູນຈາກກະຊວງສາທາລະນະສຸກລະບຸວ່າ: ປັດຈຸບັນອິນເດຍມີຜູ້ຕິດເຊື້ອສາຍພັນໂອມິຄຣອນສະສົມໃນປະເທດເກືອບ 2.000 ຄົນ, ແຕ່ຄາດວ່າຕົວເລກແທ້ອາດຈະສູງກວ່ານັ້ນຫລາຍ ແລະ ອາດສົ່ງຜົນໃຫ້ຈຳນວນຜູ້ຕິດເຊື້ອກ້າວກະໂດດຂຶ້ນຢ່າງວ່ອງໄວ ຈົນຫລາຍຝ່າຍຕ້ອງອອກມາເຕືອນ ແລະ ຮຽກຮ້ອງໃຫ້ໂຮງໝໍກຽມຮັບມືການລະບາດຮອບໃໝ່ທີ່ອາດຈະເກີດຂຶ້ນໃນມໍ່ໆນີ້.

ອ້າງອີງ:

https://www.reuters.com/…/indias-new-covid-19-cases…/

ຜູ້ຊ່ຽວຊານສາທາລະນະສຸກເຕືອນອິນເດຍ ກຽມຮັບມືຄື້ນໂຄວິດຮອບໃໝ່ ຫ່ວງໂອມິຄຣອນເຮັດໃຫ້ຈຳນວນຜູ້ຕິດເພີ່ມຂຶ້ນ - 5 - ຜູ້ຊ່ຽວຊານສາທາລະນະສຸກເຕືອນອິນເດຍ ກຽມຮັບມືຄື້ນໂຄວິດຮອບໃໝ່ ຫ່ວງໂອມິຄຣອນເຮັດໃຫ້ຈຳນວນຜູ້ຕິດເພີ່ມຂຶ້ນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!