ອາເມລິກາຕິດໂຄວິດວັນດຽວເຖິງ 1 ລ້ານຄົນ ສ້າງສະຖິຕິສູງສຸດນັບແຕ່ເກີດລະບາດທົ່ວໂລກ ຜູ້ຕິດເຊື້ອໃນໂຮງໝໍເຖິງ 1 ແສນ ໃນຮອບ 4 ເດືອນ


ອາເມລິກາ ພົບຜູ້ຕິດເຊື້ອໂຄວິດ-19 ສູງເຖິງ 1 ລ້ານຄົນໃນວັນດຽວ ທຳລາຍສະຖິຕິທົ່ວໂລກນັບແຕ່ໂຄວິດ-19 ລະບາດເມື່ອ 2 ປີກ່ອນ. ຂະນະທີ່ຈຳນວນຜູ້ຕິດເຊື້ອທີ່ຢູ່ໃນໂຮງໝໍເຖິງຫລັກແສນຄົນຄັ້ງທຳອິດໃນຮອບ 4 ເດືອນ.
ວັນທີ 4 ມັງກອນ 2022, ອາເມລິກາ ພົບຜູ້ຕິດເຊື້ອໂຄວິດ-19 ຫລາຍກວ່າ 1 ລ້ານຄົນໃນວັນທີ 3 ມັງກອນ. ຖືເປັນປະເທດທຳອິດໃນໂລກທີ່ມີຈຳນວນຜູ້ຕິດເຊື້ອທີ່ໄດ້ຮັບການຢືນຢັນສູງເຖິງ 1 ລ້ານຄົນໃນວັນດຽວ ແລະ ເປັນຈຳນວນຜູ້ຕິດເຊື້ອໃໝ່ຕໍ່ວັນສູງທີ່ສຸດ ນັບແຕ່ໂຄວິດ-19 ເກີດການແພ່ລະບາດທົ່ວໂລກໃນໄລຍະ 2 ປີຜ່ານມາ.
ເວັບໄຊໜັງສືພິມເດລີເມລລາຍງານສະຖານະການການແພ່ລະບາດຂອງໂຄວິດ-19 ໃນອາເມລິກາ ລະບຸວ່າ: ຂໍ້ມູນຈາກມະຫາວິທະຍາໄລຈອນ ຮອບກິນ ເຜີຍຈຳນວນຜູ້ຕິດເຊື້ອໂຄວິດ-19 ສະສົມໃນອາເມລິກາ ໃນເຊົ້າວັນທີ 3 ມັງກອນ ມີ 55.114.057 ຄົນ ຕໍ່ມາໄດ້ມີການອັບເດດຂໍ້ມູນອີກໃນຕອນທ່ຽງຄືນຂອງວັນດຽວກັນ ພົບຕົວເລກຜູ້ຕິດເຊື້ອສະສົມເພີ່ມຂຶ້ນເປັນ 56.190.946 ຄົນ ຈາກຕົວເລກດັ່ງກ່າວນີ້ພົບວ່າ: ມີຈຳນວນຜູ້ຕິດເຊື້ອໃໝ່ໃນໄລຍະເວລາບໍ່ເຖິງ 24 ຊົ່ວໂມງເພີ່ມຂຶ້ນເຖິງ 1.076.889 ຄົນ.
ເດລີເມລລະບຸອີກວ່າ: ຈາກການຕິດຕາມຂໍ້ມູນຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດໃນໄລຍະເວລາດັ່ງກ່າວ ພົບວ່າ: ໃນຂະນະທີ່ອາເມລິກາພົບຜູ້ຕິດເຊື້ອໃໝ່ເພີ່ມຂຶ້ນຫລາຍກວ່າ 1 ລ້ານຄົນ ກໍມີລາຍງານຈຳນວນຜູ້ເສຍຊີວິດເພີ່ມຂຶ້ນ 1.688 ຄົນໃນເວລາດຽວກັນ ໂດຍຍອດລວມຜູ້ເສຍຊີວິດສະສົມໃນເວລານັ້ນມີ 826.065 ຄົນ.
ອ້າງອີງ:
https://www.dailymail.co.uk/…/US-records-ONE-MILLION…