ຄົບ 1 ເດືອນ ລົດໄຟຈີນ-ລາວ ມີຜູ້ໂດຍສານສູງເຖິງ 6,7 ແສນຄົນ ຂົນສິນຄ້າຫລາຍກວ່າ 1,7 ແສນໂຕນແລ້ວ


ວັນທີ 4 ມັງກອນ 2022 ການລົດໄຟແຫ່ງປະເທດຈີນເປີດເຜີຍວ່າ: ຫລັງເປີດໃຫ້ບໍລິການເສັ້ນທາງລົດໄຟຄວາມໄວສູງ ຈີນ-ລາວ ມາຄົບ 1 ເດືອນ ຜົນປາກົດວ່າມີຜູ້ໂດຍສານເດີນທາງດ້ວຍລົດໄຟເສັ້ນທາງນີ້ແລ້ວເຖິງ 670.000 ຄົນ, ຂົນສິນຄ້າໄປແລ້ວ 170.000 ໂຕນ.
ທັງນີ້, ສຳລັບເສັ້ນທາງລົດໄຟສ່ວນທີ່ຢູ່ໃນຈີນ ຈຳນວນຜູ້ໂດຍສານຕໍ່ວັນເພີ່ມຂຶ້ນຈາກປະມານ 19.000 ຄົນ ເປັນ 33.000 ຄົນ ແລະ ລວມແລ້ວໃນ 1 ເດືອນ ມີຜູ້ໂດຍສານທີ່ເດີນທາງໃນສ່ວນຂອງປະເທດຈີນທັງໝົດປະມານ 620.000 ຄົນ.
ໂດຍເນື່ອງຈາກສະຖານະການການແຜ່ລະບາດຂອງໂຄວິດ ເຮັດໃຫ້ຍັງບໍ່ມີການເປີດໃຫ້ບໍລິການຂ້າມແດນລະຫວ່າງສອງປະເທດ ມີພຽງໃຫ້ຂົນສົ່ງສິນຄ້າຂ້າມແດນໄດ້ເທົ່ານັ້ນ.
ນອກຈາກນີ້, ຫລັງໃຫ້ບໍລິການຄົບ 1 ເດືອນ ເສັ້ນທາງລົດໄຟສາຍນີ້ໃຫ້ບໍລິການຂົນສົ່ງສິນຄ້າໄປແລ້ວ 380 ຂະບວນ ໂດຍເປັນການຂົນສົ່ງສິນຄ້າໃນປະເທດ 70 ຂະບວນ ທີ່ຂົນສົ່ງສິນຄ້າໄປ 50.000 ໂຕນ.
ໂດຍສິນຄ້າທີ່ມີການຂົນສົ່ງຜ່ານລົດໄຟເສັ້ນທາງນີ້ ໄດ້ແກ່ ຢາງ, ປຸ໋ຍ, ເຄື່ອງໃຊ້ໃນຊີວິດປະຈຳວັນ, ອຸປະກອນເອເລັກໂຕຣນິກ, ຜະລິດຕະພັນພະລັງງານແສງຕາເວັນ, ຜະລິດຕະພັນດ້ານການສື່ສານ, ລົດຍົນ, ສິ່ງທໍ່, ຜັກ ແລະ ດອກໄມ້.
ສຳລັບລົດໄຟຈີນ-ລາວນັ້ນເຊື່ອມຕໍ່ລະຫວ່າງຄຸນໝິງໃນມົນທົນຢຸນໜານຂອງຈີນ ກັບນະຄອນຫລວງວຽງຈັນ ຂອງ ສປປ ລາວ ຄວາມຍາວ 1.035 ກິໂລແມັດ.
ໂດຍເປັນລົດໄຟລະຫວ່າງປະເທດແຫ່ງທຳອິດທີ່ທັງສອງຮ່ວມກັນສ້າງ ແລະ ດຳເນີນການພາຍໃຕ້ການຮ່ວມມືໃນໂຄງການສຳຄັນຄື ແຜນລິເລີ່ມໜຶ່ງແຖບໜຶ່ງເສັ້ນທາງ (BRI) ໂດຍເລີ່ມເປີດໃຫ້ບໍລິການໃນວັນທີ 3 ທັນວາ 2021 ຜ່ານມາ.
ອ້າງອີງ: