4 ກຸ່ມບຸລິມະສິດ ທີ່ຈະໄດ້ສັກວັກຊີນ Pfizer


ອີງຕາມຂ່າວໜັງສືພິມ ວຽງຈັນທາຍລາຍງານໃນວັນທີ 3 ມັງກອນ 2022 ຜ່ານມານີ້ ໃຫ້ຮູ້ວ່າ:
ທາງການໄດ້ແບ່ງກຸ່ມບຸລິມະສິດທີ່ຈະໄດ້ຮັບການສັກວັກຊີນ Pfizer ຄື
– ກຸ່ມຄົນອາຍຸ 12 ຫາ 17 ປີ
– ກຸ່ມຜູ້ສູງອາຍຸ 60 ປີຂຶ້ນໄປ
– ກຸ່ມຄົນທີ່ມີພະຍາດປະຈໍາຕົວ
– ເເມ່ຍິງຖືພາ ໃນໄວໆນີ້
ພາຍຫຼັງທີ່ວັກຊິນຊະນິດດັ່ງກ່າວຈໍານວນ 799.110 ໂດສ ທີ່ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານສະຫະລັດ ອາເມລິກາ ໄດ້ຂົນສົ່ງມາຮອດລາວແລ້ວໃນວັນທີ 2 ມັງກອນ 2022 ທີ່ຜ່ານມາ.
ວັກຊິນຈຳນວນດັ່ງກ່າວເປັນຊຸດທໍາອິດທີ່ໄດ້ຂົນສົ່ງມາຮອດປະເທດລາວ ຂອງຈຳນວນທັງໝົດ 1.698.840 ໂດສ ທີ່ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານສະຫະລັດ ອາເມລິກາ ໂດຍ ຜ່ານໂຄງການ COVAX Facility ແລະ ຄາດວ່າວັກຊິນສ່ວນທີ່ຍັງເຫຼືອຈໍານວນ 899.730 ໂດສ ນັ້ນຈະຖືກຂົນສົ່ງມາຮອດລາວໃນກາງເດືອນມັງກອນ 2022 ນີ້.
ວັກຊິນ Pfizer BioNTech ແມ່ນໄດ້ຮັບຮອງຄວາມປອດໄພ ແລະ ມີປະສິດທິພາບໂດຍອົງການອະນາໄມໂລກເເລ້ວ
ແລະ ວັກຊິນຊະນິດດັ່ງກ່າວນີ້ຍັງເປັນວັກຊິນຊະນິດທໍາອິດທີ່ໄດ້
ອະນຸມັດໂດຍ ອົງການອະນາໄມໂລກ ໃຫ້ນຳໃຊ້ກັບກຸ່ມຄົນອາຍຸ 12 ປີຂຶ້ນໄປ.