5 ເຫດການສາກົນທີ່ພົ້ນເດັ່ນປີ 2021 ໂດຍ VOV ( ep2 )


1.ພັນທະມິດ AUKUS ໄດ້ສ້າງຕັ້ງຂຶ້ນ ເຮັດໃຫ້ສະພາບການຢູ່ພາກພື້ນມະຫາສະໝຸດອິນເດຍ-ປາຊີຟິກ ປ່ຽນແປງຢ່າງເລິກເຊິ່ງ.
ຂໍ້ຕົກລົງວ່າດ້ວຍການປ້ອງກັນຄວາມສະຫງົບ 3 ຝ່າຍລະຫວ່າງອາເມລິກາ, ອັງກິດ ແລະ ອົດສະຕຣາລີ (AUKUS) ທີ່ລົງນາມໃນວັນທີ 15 ກັນຍາ ໄດ້ເປັນຂີດໝາຍແຫ່ງບາດກ້າວໃໝ່ຂອງອາເມລິກາໃນຍຸດທະສາດຫັນທິດໄປສູ່ມະຫາສະໝຸດອິນເດຍ-ປາຊີຟິກ ພ້ອມທັງສ້າງການປ່ຽນແປງຫລວງຫລາຍໃນຍຸດທະສາດຂອງພາກພື້ນ. ກົນໄກ AUKUS ຊ່ວຍຮັດແໜ້ນການພົວພັນສາມຝ່າຍ ອາເມລິກາ, ອັງກິດ ແລະ ອົດສະຕຣາລີ, ແຕ່ພັດເພີ່ມຄວາມເຄັ່ງຕຶງຕໍ່ການພົວພັນລະຫວ່າງອາເມລິກາ-ຈີນ ກໍ່ຄືຄວາມແຕກແຍກໃນການ ພົວພັນລະຫວ່າງອາເມລິກາ ແລະ ພັນທະມິດເອີລົບ.
2.ການກຳອຳນາດຂອງທ່ານນາງ Merkel ສິ້ນສຸດລົງ-ຄວາມຫວັງເຖິງອະນາຄົດຂອງປະເທດເຢຍລະມັນ ກໍ່ຄືເອີລົບ.
ຂະນະທີ່ການສິ້ນສຸດອຳນາດຂອງທ່ານນາງ Merkel, ສະພາຕ່ຳເຢຍລະມັນ ໄດ້ຮັບຮອງທ່ານ Olaf Schozl ເປັນນາຍົກລັດຖະມົນຕີ ໃນວັນທີ 8 ທັນວາ. ຕະຫລອດ 16 ປີທີ່ກຳອຳນາດ, ນາຍົກລັດຖະມົນ ຕີ ທ່ານນາງ Merkel ໄດ້ນຳພາປະເທດ ເຢຍລະມັນ ແລະ ເອີລົບ ຜ່ານຜ່າຫລາຍວິກິດການໃຫຍ່ຄື: ວິກິດການດ້ານການເງິນປີ 2008, ວິກິດການອົບພະຍົບປີ 2015, ວິກິດການໜີ້ສາທາລະນະປີ 2010, ວິ ວັດທະນາການ Brexit… ນຳປະເທດເຢຍລະມັນ ກາຍເປັນ “ປະເທດແຖວໜ້າ” ຂອງເອີລົບ ຢ່າງແທ້ຈິງ ພ້ອມທັງຊຸກຍູ້ວິວັດທະນາການ “ຫັນເອີລົບ ເປັນພາກພື້ນດຽວ” ໂດຍໄວ. ຍ້ອນເຫດນັ້ນ, ການທີ່ທ່ານນາງ Merkel ຖອນອອກຈາກເວທີການເມືອງ ໄດ້ກໍ່ໃຫ້ເກີດຄວາມວິຕົກກັງວົນກ່ຽວກັບຊ່ອງຫວ່າງລະຫວ່າງປະ ເທດເຢຍລະມັນ ແລະ ເອີລົບ, ແຕ່ກໍ່ເກີດຄວາມຫວັງເຖິງການປ່ຽນແປງໃນໄລຍະຈະມາເຖິງ.
3.ການລັດຖະປະຫານຢູ່ມຽນມາ, ຊູດັງ, ກີເນ
ວັນທີ 1 ກຸມພາປີ 2021, ສະຫະພັນແຫ່ງຊາດເພື່ອປະຊາທິປະໄຕ ຂຶ້ນກັບລັດຖະບານພົນລະເຮືອນມຽນ ມາ ຖືກທະຫານຢຶດອຳນາດ. ຢູ່ອາຟຣິກກາ, ຊູດັງ ໄດ້ຕົກສູ່ສະພາບວິກິດການດ້ານການເມືອງ ພາຍຫລັງກອງທັບຍຸບລັດຖະບານ ແບ່ງປັນອຳນາດຊູດັງ ແລະ ປະກາດພາວະສຸກເສີນໃນວັນທີ 25 ຕຸລາປີ 2021ເຊິ່ງ ປີ 2021 ອາຟຣິກກາ ໄດ້ເຫັນປະຈັກຕາການລັດຖະປະຫານຢູ່ ມາລີ, ກີເນ…
4.ການພົວພັນລະຫວ່າງລັດເຊຍ-ຝ່າຍຕາເວັນຕົກ ອາດຈະເກີດຄວາມແຕກແຫງ
ການພົວພັນລະຫວ່າງ ລັດເຊຍ-ອູແກຣນ ເກີດຄວາມເຄັ່ງຕຶງກະທັນຫັນ ເຊິ່ງເປັນບັນຫາຂອງສອງຝ່າຍ ຂະນະທີ່ອາເມລິກາ ໄດ້ເພີ່ມການຂະຫຍາຍກຳລັງທະຫານໄປເຂດຊາຍແດນສອງປະເທດ. ເລີ່ມຈາກບັນ ດາບັນຫາຢູ່ທະເລບານຕິກ ເຖິງທະເລດຳ ຕະຫລອດຮອດວິກິດການອົບພະຍົບຢູ່ເຂດຊາຍແດນ ໂປໂລຍ-ເບລາຣຸດ, ໄພອັນຕະລາຍເກີດການປະທະກັນລະຫວ່າງຝ່າຍຕາເວັນຕົກ ແລະ ລັດເຊຍ ພວມຢູ່ໃນລະດັບສູງສຸດນັບແຕ່ສະໄໝສົງຄາມເຢັນ. ວັນທີ 17 ທັນວາ, ລັດເຊຍ ໄດ້ປະກາດຮ່າງສົນທິສັນຍາລວມ 8 ຂໍ້ກັບຝ່າຍຕາເວັນຕົກ ແນໃສ່ຫລຸດຜ່ອນຄວາມເຄັ່ງຕຶງຢູ່ ເອີລົບ ແລະ ວິກິດການອູແກຣນ. ຖ້າບໍ່ບັນລຸໄດ້ບັນດາຂໍ້ຕົກລົງໃໝ່, ການພົວພັນລະຫວ່າງລັດເຊຍ-ຝ່າຍຕາເວັນຕົກ ອາດຈະເກີດຄວາມເຄັ່ງຕຶງ.
5.ຖ້ຽວບິນການຄ້າທຳອິດເຂົ້າວົງໂຄຈອນຂອງໜ່ວຍໂລກເປີດສັກກະລາດໃໝ່ໃຫ້ແກ່ການເດີນອະວະກາດ
ຕອນຄ່ຳວັນທີ 15 ກັນຍາປີ 2021 ຕາມເວລາອາເມລິກາ, ກຸ່ມບໍລິສັດເຕັກໂນໂລຊີ SpaceX ໄດ້ສຳ ເລັດການຍິງຍານອະວະກາດ, ນຳນັກທ່ອງທ່ຽວຂະບວນທຳອິດໃນໂລກໄປທ່ອງທ່ຽວຢູ່ວົງໂຄຈອນຂອງໜ່ວຍໂລກ. ນີ້ແມ່ນເຫດການທີ່ສ້າງຂີດໝາຍຢ່າງກະໂດດຂັ້ນທັງເປັນຄວາມຄາດຫວັງທີ່ສຸດຂອງຂະແໜງ ທ່ອງທ່ຽວຈັກກະວານໂລກ. ນອກຈາກກຸ່ມບໍລິສັດເຕັກໂນໂລຊີ SpaceX ແລ້ວ, ບັນດາບໍລິສັດຈັກກະວານແຖວໜ້າໂລກ ຄື Virgin Galactic, Blue Origin ກໍ່ໄດ້ທົດລອງບັນດາຖ້ຽວບິນເອກະຊົນ ນຳນັກທ່ອງທ່ຽວຂຶ້ນສູ່ວົງໂຄຈອນ ເຊິ່ງໄດ້ເປີດທາງການພັດທະນາຂະແໜງທ່ອງທ່ຽວຈັກກະວານໂລກ.