5 ເຫດການສາກົນທີ່ພົ້ນເດັ່ນປີ 2021 ໂດຍ VOV

5 ເຫດການສາກົນທີ່ພົ້ນເດັ່ນປີ 2021 ໂດຍ VOV - coronaviruseclipse getty - 5 ເຫດການສາກົນທີ່ພົ້ນເດັ່ນປີ 2021 ໂດຍ VOV
5 ເຫດການສາກົນທີ່ພົ້ນເດັ່ນປີ 2021 ໂດຍ VOV - kitchen vibe - 5 ເຫດການສາກົນທີ່ພົ້ນເດັ່ນປີ 2021 ໂດຍ VOV

VOV ໄດ້ສະຫລຸບເຫດການຕ່າງໆທີ່ເກີດຂຶ້ນໃນໂລກ 1 ປີຜ່ານມາ ໂດຍຈ້ອນເອົາ 5 ເຫດການພົ້ນເດັ່ນດັ່ງນີ້
1. ໂຄວິດ-19 ສືບຕໍ່ການຄຸກຄາມ
ປີ 2021 ແມ່ນປີທີ 2 ທີ່ພະຍາດໂຄວິດ-19 ລະບາດ ແລະ ຄຸກຄາມຈາກການຕິດແປດທີ່ຮ້າຍແຮງກວ່າ ສ້າງຄວາມເສຍຫາຍຫລາຍກວ່າເນື່ອງຈາກການເກີດສາຍພັນໄວລັດ SARS-CoV-2 ໃໝ່ຄື Delta, Omicron…ໂດຍຫລ້າສຸດຮອດທ້າຍເດືອນທັນວາທົ່ວໂລກມີກວ່າ 280 ລ້ານຄົນຕິດໂຄວິດ-19 ແລະ ເກືອບ 5,5 ລ້ານຄົນເສຍຊີວິດ. ເຖິງວ່າຫລາຍປະເທດຜະລິດວັກຊິນໃໝ່ໄດ້ຫລາຍຊະນິດ ແລະ ສາມາດຮັບມືສ້າງຄວາມປອດໄພເທື່ອລະກ້າວ ທັງຄວບຄຸມການລະບາດ ທັງເປີດປະເທດ, ເສດຖະກິດໄດ້ຟື້ນຟູຄືນໃໝ່, ແຕ່ການເກີດສາຍພັນໃໝ່ຢ່າງລຽນຕິດໄດ້ສ້າງສິ່ງທ້າທາຍຫລາຍຢ່າງໃຫ້ແກ່ວິວັດທະນາການປ້ອງກັນ, ຕ້ານການລະບາດ ໂຄວິດ-19.
2. ສັນຍານການຟື້ນຟູຂອງເສດຖະກິດໂລກ
ເສດຖະກິດໂລກຄາດບັນລຸການເຕີບໂຕໃນລະດັບ 5-6% ເຊິ່ງເປັນການຫັນປຽນທີ່ຕັ້ງໜ້າເມື່ອທຽບໃສ່ລະດັບການເຕີບໂຕ ລົບ 4,4% ຂອງປີ 2020. ການສັກວັກຊິນຢ່າງທົ່ວເຖິງ ວ່ອງໄວ ແລະ ການສະໜອງບ້ວງເງິນສົ່ງເສີມເສດຖະກິດກ້ອນໃຫຍ່ ໂດຍສະເພາະ “ພື້ນຖານເສດຖະກິດແຖວໜ້າ” ຄື ອາເມລິກາ, ເອີຣົບ ແລະ ຈີນ ຍັງເປັນກຳລັງໜູນຫລັກຂອງວິວັດທະນາການຟື້ນຟູເສດຖະກິດທົ່ວໂລກ. ເຖິງຢ່າງໃດກໍ່ຕາມ, ຈາກລະດັບຜົນເສຍຫາຍປະມານ 3,3 ພັນຕື້ໂດລາສະຫະລັດກັບຫລາຍລ້ານຄົນທີ່ບໍ່ມີວຽກເຮັດງານທຳ ແລະ ລະບົບການສະໜອງທົ່ວໂລກຖືກຂາດສະບັ້ນ, ຄວາມສາມາດເຄື່ອນໄຫວຂອງພື້ນຖານເສດຖະ ກິດໂລກໃນປີ 2022 ຍັງຂຶ້ນກັບສະພາບການການລະບາດໂຄວິດ-19 ຫລາຍທີ່ສຸດ.
3. ຄວາມຫວັງໃໝ່ກ່ຽວກັບການຕ້ານການປ່ຽນແປງຂອງດິນຟ້າອາກາດໃນໂລກຈາກກອງປະຊຸມ COP26
ວັນທີ 13 ພະຈິກ ປີ 2021 ທີ່ກອງປະຊຸມຂອງສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, 197 ປະເທດໄດ້ຮັບຮອງເອົາ “ສົນທິສັນຍາວ່າດ້ວຍດິນຟ້າອາກາດ Glassgow”ໂດຍມີ 100 ປະເທດໄດ້ສັນ
ຍາຢຸດການທຳລາຍປ່າໄມ້, ຫລຸດການປ່ອຍອາຍພິດເມຕານລົງ 30% ໃນປີ 2030. ພິເສດ, 2 ປະເທດທີ່ປ່ອຍອາຍພິດຫລາຍທີ່ສຸດໃນໂລກຄື ອາເມລິກາ ແລະ ຈີນ ໄດ້ອອກຖະແຫລງການຮ່ວມໂດຍສັນຍາຈະຮ່ວມມືກັນ ສ້າງຍຸດທະສາດຕ້ານການປ່ຽນແປງຂອງດິນຟ້າອາກາດຢ່າງຍາວນານ. ຜົນຂອງກອງປະຊຸມນຳເອົາຄວາມຫວັງໃໝ່ມາໃຫ້ທົ່ວໂລກເພື່ອສະກັດກັ້ນຜົນກະທົບຢ່າງຮ້າຍແຮງຈາກການປ່ຽນແປງຂອງດິນຟ້າອາກາດ.
4. ອາເມລິກາ ຖອນທະຫານອອກຈາກ Afghanistan ພາຍຫລັງສົງຄາມເປັນເວລາ 20 ປີ, Taliban ກັບຄືນກຳອຳນາດ
ວັນທີ 30 ສິງຫາປີ 2021, ທະຫານອາເມລິກາຄົນສຸດທ້າຍ ໄດ້ອອກຈາກ Afghanistan ເລີ່ມການສິ້ນສຸດສົງຄາມທີ່ແກ່ຍາວທີ່ສຸດໃນປະຫວັດສາດຂອງປະເທດອາເມລິກາ. ພາຍຫລັງເວລາ 20 ປີ, ທະຫານອາເມລິກາ ແລະ ພັນທະມິດ 3.500 ຄົນ ພ້ອມດ້ວຍທະຫານ ແລະ ປຊຊ Afghanistan ນັບໝື່ນຄົນ ໄດ້ເສຍຊີວິດຢູ່ Afghanistan ກາຍເປັນຄວາມຫລອກຫລອນສຳລັບປະເທດອາເມລິກາ. ບໍ່ພຽງແຕ່ເທົ່ານັ້ນ, ວັນທີ 15 ເດືອນດຽວກັນ, ກຳລັງ Taliban ໄດ້ຄວບຄຸມນະຄອນຫລວງ Kabul ພາຍຫລັງຄວບຄຸມເຂດດິນແດນອື່ນໆເກືອບທັງໝົດຂອງ Afghanistan ເຮັດໃຫ້ອະນາຄົດຂອງປະເທດອາຊີໃຕ້ນີ້ຕົກເຂົ້າສູ່ສະພາບຄອນແຄນ ແລະ ໜ້າວິຕົກກັງວົນ.
5. ອາເມລິກາ-ຈີນ ສືບຕໍ່ແກ້ງແຍ້ງຍຸດທະສາດທີ່ເຄັ່ງຕຶງ ແຕ່ບໍ່ເໜືອການຄວບຄຸມ
ນັບແຕ່ກາຍເປັນປະທານາທິບໍດີຄົນທີ 46 ຂອງອາເມລິກາເມື່ອວັນທີ 20 ມັງກອນປີ 2021, ທ່ານ Joe Biden ໄດ້ສຸມໃສ່ສ້າງແນວຮ່ວມພັນທະມິດໃໝ່ ຮັບມືກັບຈີນ. ການແກ້ງແຍ້ງຍຸດທະສາດອາເມລິກາ-ຈີນ ກາຍເປັນການສູ້ຢັນກັນຢ່າງຮອບດ້ານ, ຂ້ຽວຂາດກວ່າ ໂດຍອາເມລິກາ ຮຽກຮ້ອງໃຫ້ຈີນ ຕ້ອງປະນີປະ ນອມບັນຫາໄຕ້ຫວັນ-ຈີນ, ທະເລຕາເວັນອອກ, ທະເລຮວາຕຸງ, ປະຊາທິປະໄຕ, ສິດທິທະນຸດ…ສ່ວນຈີນ ນອກຈາກບໍ່ປະນີປະນອມ ຍັງໄດ້ເພີ່ມທະວີກຳລັງແຮງພາຍໃນແນໃສ່ແກ້ງແຍ້ງທີ່ຕັ້ງເປັນພື້ນຖານເສດຖະ ກິດໃຫຍ່ກວ່າໝູ່ໃນໂລກຂອງອາເມລິກາ. ເຖິງວ່າບໍ່ໄດ້ປະນີປະນອມ ແລະ ຕົກລົງກັນກໍ່ຕາມ, ແຕ່ທັງອາ ເມລິກາ ແລະ ຈີນ ຍັງໄດ້ສົ່ງສັນຍານວ່າພ້ອມແລ້ວທີ່ຈະເຈລະຈາ, ບໍ່ປະໃຫ້ຄວາມເຄັ່ງຕຶງ ແລະ ການສູ້ຢັນກັນຢູ່ເໜືອການຄວບຄຸມ.

5 ເຫດການສາກົນທີ່ພົ້ນເດັ່ນປີ 2021 ໂດຍ VOV - 5 - 5 ເຫດການສາກົນທີ່ພົ້ນເດັ່ນປີ 2021 ໂດຍ VOV
5 ເຫດການສາກົນທີ່ພົ້ນເດັ່ນປີ 2021 ໂດຍ VOV - Visit Laos Visit SALANA BOUTIQUE HOTEL - 5 ເຫດການສາກົນທີ່ພົ້ນເດັ່ນປີ 2021 ໂດຍ VOV
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!