ເຟີດີນານ ຊີ້ ເດເຄອາ ຄູ່ຄວນຫົວຫນ້າທີມແມນຢູ ຄົນໃຫມ່ ແທນ ແມັກໄກວ




ກອງກາງທີມຊາດອັງກິດອາຍຸ 28 ປີ ຖືກແມນເຊສເຕີ ຢູໄນເຕັດ ດຶງເຂົ້າມາຮ່ວມທີມດ້ວຍຄ່າຕົວເປັນສະຖິຕີ ພ້ອມກັບໄດ້ຮັບຄວາມໄວ້ວາງໃຈຈາກ ໂອເລ ກຸນນາ ໂຊລຊາ ໃຫ້ເຮັດຫນ້າທີ່ຜູ້ນຳທີມໃນສະຫນາມ ແຕ່ຜົນງານໂດຍລວມ ພັດບໍ່ດີຢ່າງທີ່ຄິດ ຈົນມີສຽງວິຈານຢ່າງຫລວງຫລາຍຈາກແຟນບານ ແລະ ນັກວິເຄາະບານເຕະ.
ຫລ້າສຸດ ຣີໂອ ເຟີດີນານ ອະດີດຫົວຫນ້າທີມ ແລະ ກອງຫລັງຊື່ດັງຂອງແມນຢູ ໄດ້ຊື້ວ່າ ເດວິດ ເດ ເຄອາ ຄືຕົວເລືອກທີ່ເຫມາະຫລາຍກວ່າ ແມັກໄກວ ໃນການເຮັດຫນ້າທີ່ຜູ້ນຳໃນສະຫນາມ.
‘‘ ສຳລັບຂ້ອຍແລ້ວ ແມັກໄກວ ໄດ້ຮັບຫນ້າທີ່ນີ້ໄວເກີນໄປ ເພາະຕຳແຫນ່ງຫົວຫນ້າທີມເປັນວຽກທີ່ຍາກຫລາຍ ມັນເປັນພາລະທີ່ຫນັກ ແລະ ມີຄວາມກົດດັນເພີ່ມຫລາຍຂຶ້ນກວ່າເກົ່າໃນສະຫນາມ ’’.
‘‘ ການເປັນຫົວຫນ້າທີມ ຄືຄວາມຮັບຜິດຊອບທີ່ຍິ່ງໃຫຍ່ ແລະ ມີພາລະຢູ່ເທິງບ່າ ດັ່ງນັ້ນເຈົ້າຈຳເປັນຕ້ອງມີປະສົບການກັບທີມມາກ່ອນພໍສົມຄວນ ເພື່ອເພີ່ມແຮງຕ້ານທານໃນການແບກຮັບຕຳແຫນ່ງນັ້ນ ’’.
‘‘ ສິ່ງທີ່ສາມາດໂຕ້ຕອບຄຳວິຈານກ່ຽວກັບເລື່ອງນີ້ໄດ້ ກໍເພາະໃນທີມມີຄົນທີ່ເຫມາະສົມກັບຕຳແຫນ່ງຫົວຫນ້າທີມບໍ່ຫລາຍ ແລ້ວພວກເຂົາຄວນຈະເລືອກໃຜດີ ສຳລັບຂ້ອຍແລ້ວ ດາບິດ ເດ ເຄອາ ຫນ້າຈະເປັນຕົວເລືອກທີ່ເຫມາະສົມ ເພາະຢູ່ກັບທີມມາດົນ ແລະ ຮູ້ດີວ່າຄວນເຮັດແນວໃດທີມຈຶ່ງຈະຊະນະ ’’.