ຈີນ ເປີດເສັ້ນທາງດ່ວນຂ້າມ ທະເລຊາຍ ເປັນຄັ້ງທຳອິດ
December 31, 2021 - 3:30 PM


ອີງຕາມ ແຫລ່ງຂ່າວ ຊິນຮວາຂອງຈີນ, ລາຍງານເມື່ອບໍ່ດົນມານີ້ວ່າ: ເສັ້ນທາງດ່ວນຂ້າມທະເລຊາຍສາຍທຳອິດໃນເຂດປົກຄອງຕົນເອງຊິນຈຽງອຸຍກູຣທາງພາກຕາເວັນຕົກ ສ່ຽງເໜືອຂອງ ຈີນ ໄດ້ເປີດໃຫ້ສັນຈອນຢ່າງເປັນທາງການ ເພື່ອຊ່ວຍຫລຸດຜ່ອນໄລຍະເວລາໃນການເດີນທາງ ລະຫວ່າງເມືອງຕ່າງໆ ທາງພາກເໜືອ ຂອງ ຊິນຈຽງ.
ເສັ້ນທາງດ່ວນສາຍນີ້ເຊື່ອມຕໍ່ ລະຫວ່າງພາກພື້ນ ອາເລີໄທ່ ກັບ ນະຄອນ ອຸຣຸມຊີ ເມືອງເອກຂອງ ຊິນຈຽງ ມີຄວາມຍາວ ປະມານ 343 ກິໂລແມັດ ມີໄລຍະ ຕັດຜ່ານທະເລຊາຍ ກູ໋ເອີປານທັງກູດ ເດເຊີດ (Gurbantunggut Desert) ຊຶ່ງເປັນ ທະເລຊາຍ ຂະຫນາດໃຫຍ່ອັນດັບ 2 ຂອງປະເທດ ຊື່ງຫລາຍກວ່າ 150 ກິໂລແມັດ, ດ້ວຍຄວາມໄວ ອອກແບບສູງສຸດທີ່ 120 ກິໂລແມັດ ຕໍ່ຊົ່ວໂມງ.