ປະທານປະເທດ ອ່ານສານອວຍພອນປີໃໝ່ສາກົນ ຄ.ສ 2022

ປະທານປະເທດ ອ່ານສານອວຍພອນປີໃໝ່ສາກົນ ຄ.ສ 2022 - 43443 - ປະທານປະເທດ ອ່ານສານອວຍພອນປີໃໝ່ສາກົນ ຄ.ສ 2022
ປະທານປະເທດ ອ່ານສານອວຍພອນປີໃໝ່ສາກົນ ຄ.ສ 2022 - kitchen vibe - ປະທານປະເທດ ອ່ານສານອວຍພອນປີໃໝ່ສາກົນ ຄ.ສ 2022

ໃນວັນທີ 27 ທັນວາ 2021 ທີ່ນະຄອນຫຼວງວຽງຈັນ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ອ່ານສານອວຍພອນປີໃໝ່ສາກົນ, ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ຄສ 2021 ຕ້ອນຮັບປີໃໝ່ ຄສ 2022 ທີ່ຈະມາເຖິງນີ້. ເນື້ອໃນສານລະບຸວ່າ: ພໍ່ແມ່ ພີ່ນ້ອງປວງຊົນລາວທັງຊາດ ທີ່ເຄົາລົບຮັກ! ເພື່ອມິດສະຫາຍ ທີ່ນັບຖື ແລະ ຮັກແພງທັງຫລາຍ! ປີເກົ່າ ຄສ 2021 ໃກ້ຈະຈາກພວກເຮົາໄປແລ້ວ, ປີໃໝ່ ຄສ 2022 ກໍ່ຈະໄດ້ມາແທນທີ່.

ປີ ຄສ 2021 ຜ່ານມານັ້ນ, ມີຫຼາຍເຫດການສໍາຄັນໄດ້ເກີດຂຶ້ນ ໃນປະເທດຂອງພວກເຮົາ ທັງທາງດ້ານການເມືອງ, ເສດຖະກິດ ແລະ ສັງຄົມ… ຢ່າງທີ່ເຫັນປະຈັກຕາ ເຖິງວ່າປີຜ່ານມາ ພວກເຮົາໄດ້ປະເຊີນກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍປະການກໍ່ຕາມ, ແຕ່ປະເທດເຮົາກໍ່ຍັງສາມາດປົກປັກຮັກສາສະຖຽນລະພາບ ທາງການເມືອງ ໄວ້ໄດ້ຢ່າງໜັກແໜ້ນ, ມີຄວາມສະຫງົບຮຽບຮ້ອຍທາງສັງຄົມໃນລະດັບອັນແນ່ນອນ, ເສດຖະກິດ ກໍ່ມີບາດກ້າວຂະຫຍາຍຕົວຕາມທີ່ວາງແຜນເອົາໄວ້, ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ສືບຕໍ່ໄດ້ຮັບການປັບປຸງດີຂຶ້ນ, ປະຊາຊົນລາວ ໃນທົ່ວປະເທດ ໄດ້ຮ່ວມແຮງຮ່ວມໃຈກັນຜ່ານຜ່າ ບັນດາອຸປະສັກ ແລະ ຄວາມຫຍຸ້ງຍາກນາໆປະການດ້ວຍຄວາມເປັນເຈົ້າ, ປະຊາຊົນລາວໃນທົ່ວປະເທດ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາມະຕິຂອງພັກ, ນະໂຍບາຍຂອງລັດ, ຂໍ້ຕົກລົງຂອງສະພາແຫ່ງຊາດ ແລະ ແຜນປະຕິບັດງານຂອງລັດຖະບານ ໄດ້ເປັນຢ່າງດີ.
ປີໃໝ່ ຄສ 2022 ນີ້ ຈະເປັນປີໜຶ່ງທີ່ປະເທດຊາດເຮົາ ຈະມີທັງຄວາມສະດວກ, ມີເງື່ອນໄຂຫຼາຍຂຶ້ນໃນການພັດທະນາປະເທດອັນແສນຮັກຂອງພວກເຮົາ ໃຫ້ມີບາດກ້າວໃໝ່ທີ່ດີຂຶ້ນຕື່ມອີກ, ແຕ່ເວລາດຽວກັນ ພວກເຮົາກໍ່ຍັງຈະປະເຊີນກັບອຸປະສັກ ແລະ ຄວາມທ້າທາຍຕ່າງໆ ທີ່ບໍ່ອາດຈະຫລີກລ່ຽງໄດ້.

ປະທານປະເທດ ອ່ານສານອວຍພອນປີໃໝ່ສາກົນ ຄ.ສ 2022 - Visit Laos Visit SALANA BOUTIQUE HOTEL - ປະທານປະເທດ ອ່ານສານອວຍພອນປີໃໝ່ສາກົນ ຄ.ສ 2022

ດັ່ງນັ້ນ, ປີໃໝ່ 2022 ນີ້ ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງປວງຊົນລາວທຸກຖ້ວນໜ້າ ຈົ່ງສຸມທຸກກຳລັງແຮງ, ກຳລັງໃຈ ແລະ ສະຕິປັນຍາ ເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດເຮົາ ໃຫ້ບັນລຸຈຸດໝາຍທີ່ວາງໄວ້, ນໍາເອົາປະເທດຊາດ ຂອງພວກເຮົາໄປສູ່ບາດກ້າວໃໝ່ຂອງການພັດທະນາ ເຮັດໃຫ້ປະຊາຊົນ ມີຄວາມຮົ່ມເຢັນເປັນສຸກ, ສັງຄົມມີຄວາມສະຫງົບ, ສັນຕິຕໍ່ໄປ.

ຂໍອວຍພອນອັນປະເສີດ ໃຫ້ທຸກໆທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມສຸກ ສົມບູນທັງກາຍ ແລະ ໃຈ, ມີຜົນສຳເລັດໃນໜ້າທີ່ການງານ, ປາຖະໜາສິ່ງໃດກໍ່ໃຫ້ໄດ້ດັ່ງຄວາມມຸ້ງຫວັງທຸກປະການ.

ຂໍໃຫ້ການຕ້ອນຮັບປີໃໝ່ ປີ ຄສ 2022 ນີ້ ຈົ່ງເບີກບານມ່ວນຊື່ນ ແລະ ມີສະຕິຕໍ່ການປ້ອງກັນໄພອັນຕະລາຍຈາກ Covid-19 ດ້ວຍເທີ້ນ.

ປະທານປະເທດ ອ່ານສານອວຍພອນປີໃໝ່ສາກົນ ຄ.ສ 2022 - 5 - ປະທານປະເທດ ອ່ານສານອວຍພອນປີໃໝ່ສາກົນ ຄ.ສ 2022
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!