ຫວຽດນາມ ພົບຜູ້ຕິດເຊື້ອໂຄວິດ-19 ສາຍພັນ “ໂອມິຄຣອນ” ຄົນທຳອິດ ເດີນທາງມາຈາກອັງກິດ

ຫວຽດນາມ ພົບຜູ້ຕິດເຊື້ອໂຄວິດ-19 ສາຍພັນ “ໂອມິຄຣອນ” ຄົນທຳອິດ ເດີນທາງມາຈາກອັງກິດ - vietnam suspends entry of all foreigners amid coronavirus - ຫວຽດນາມ ພົບຜູ້ຕິດເຊື້ອໂຄວິດ-19 ສາຍພັນ “ໂອມິຄຣອນ” ຄົນທຳອິດ ເດີນທາງມາຈາກອັງກິດ
ຫວຽດນາມ ພົບຜູ້ຕິດເຊື້ອໂຄວິດ-19 ສາຍພັນ “ໂອມິຄຣອນ” ຄົນທຳອິດ ເດີນທາງມາຈາກອັງກິດ - kitchen vibe - ຫວຽດນາມ ພົບຜູ້ຕິດເຊື້ອໂຄວິດ-19 ສາຍພັນ “ໂອມິຄຣອນ” ຄົນທຳອິດ ເດີນທາງມາຈາກອັງກິດ

ຫວຽດນາມ ພົບຜູ້ຕິດເຊື້ອໂອມິຄຣອນຄົນທຳອິດ ເດີນທາງມາຈາກອັງກິດ, ປັດຈຸບັນຜູ້ຕິດເຊື້ອຖືກກັກຕົວຢູ່ໂຮງໝໍໃນຮ່າໂນ້ຍ.

ວັນທີ 28 ທັນວາ 2021, ກະຊວງສາທາລະນະສຸກຫວຽດນາມເປີດເຜີຍວ່າ: ມີການກວດພົບຜູ້ຕິດເຊື້ອໄວຣັສໂຄວິດ-19 ສາຍພັນໂອມິຄຣອນຄົນທຳອິດໃນປະເທດ ໂດຍຜູ້ຕິດເຊື້ອເດີນທາງມາຈາກອັງກິດ ເຖິງນະຄອນຫລວງຮ່າໂນ້ຍເມື່ອວັນທີ 19 ທັນວາຜ່ານມາ.

ຫວຽດນາມ ພົບຜູ້ຕິດເຊື້ອໂຄວິດ-19 ສາຍພັນ “ໂອມິຄຣອນ” ຄົນທຳອິດ ເດີນທາງມາຈາກອັງກິດ - Visit Laos Visit SALANA BOUTIQUE HOTEL - ຫວຽດນາມ ພົບຜູ້ຕິດເຊື້ອໂຄວິດ-19 ສາຍພັນ “ໂອມິຄຣອນ” ຄົນທຳອິດ ເດີນທາງມາຈາກອັງກິດ

ກະຊວງສາທາລະນະສຸກຖະແຫລງວ່າ: ຜູ້ຕິດເຊື້ອຄົນດັ່ງກ່າວຖືກກວດພົບວ່າຕິດເຊື້ອໂຄວິດ-19 ນັບແຕ່ເດີນທາງມາເຖິງສະໜາມບິນ ຈຶ່ງໄດ້ຮັບການສົ່ງຕົວໄປໂຮງໝໍໃນນະຄອນຫລວງຮ່າໂນ້ຍທັນທີ ກ່ອນຈະມີການເກັບຕົວຢ່າງເຊື້ອຈາກຜູ້ຕິດເຊື້ອໄປກວດສອບລະຫັດພັນທຸກຳໃນວັນທີ 20 ທັນວາ ແລະ ໄດ້ຜົນການກວດອອກມາໃນວັນທີ 21 ທັນວາ ຢືນຢັນວ່າເປັນເຊື້ອໄວຣັສສາຍພັນໂອມິຄຣອນ.

ກະຊວງສາທາລະນະສຸກກ່າວວ່າ: ໄດ້ມີການລາຍງານເລື່ອງດັ່ງກ່າວໃຫ້ລັດຖະບານຮູ້ແລ້ວ ແລະ ທາງກະຊວງຈະຕິດຕາມສະຖານະການການແພ່ລະບາດຂອງໂຄວິດ-19 ໂດຍສະເພາະການລະບາດຂອງໄວຣັສສາຍພັນໂອມິຄຣອນຢ່າງໃກ້ຊິດ. ພ້ອມແນະນຳໃຫ້ປະຊາຊົນປະຕິບັດຕາມມາດຕະການປ້ອງກັນ ແລະ ຄວບຄຸມພະຍາດຢ່າງເຄັ່ງຂັດ ແລະ ເຂົ້າຮັບການສັກວັກຊີນປ້ອງກັນໂຄວິດ-19 ໃຫ້ຄົບໂດສ.

ທັງນີ້, ຂໍ້ມູນຫລ້າສຸດຈາກເວັບໄຊ worldometers ເຊິ່ງເປັນເວັບໄຊຕິດຕາມສະຖານະການໂຄວິດ-19 ຈາກໜ່ວຍງານສາທາລະນະສຸກທົ່ວໂລກ ພົບວ່າ: ຫວຽດນາມມີຜູ້ຕິດເຊື້ອໂຄວິດ-19 ສະສົມໃນປະເທດຈົນຮອດປັດຈຸບັນມີ 1.666.545 ຄົນ ແລະ ຜູ້ເສຍຊີວິດມີທັງໝົດ 31.418 ຄົນ.

ອ້າງອີງ:

https://e.vnexpress.net/…/vietnam-confirms-first…

https://en.vietnamplus.vn/vietnam-detects…/219879.vnp

https://www.worldometers.info/coronavirus/

ຫວຽດນາມ ພົບຜູ້ຕິດເຊື້ອໂຄວິດ-19 ສາຍພັນ “ໂອມິຄຣອນ” ຄົນທຳອິດ ເດີນທາງມາຈາກອັງກິດ - 4 - ຫວຽດນາມ ພົບຜູ້ຕິດເຊື້ອໂຄວິດ-19 ສາຍພັນ “ໂອມິຄຣອນ” ຄົນທຳອິດ ເດີນທາງມາຈາກອັງກິດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!