ຍີ່ປຸ່ນມອບອຸປະກອນລະບົບຄວາມເຢັນ ແກ່ ສປປ ລາວ

ຍີ່ປຸ່ນມອບອຸປະກອນລະບົບຄວາມເຢັນ ແກ່ ສປປ ລາວ - 78834 - ຍີ່ປຸ່ນມອບອຸປະກອນລະບົບຄວາມເຢັນ ແກ່ ສປປ ລາວ
ຍີ່ປຸ່ນມອບອຸປະກອນລະບົບຄວາມເຢັນ ແກ່ ສປປ ລາວ - kitchen vibe - ຍີ່ປຸ່ນມອບອຸປະກອນລະບົບຄວາມເຢັນ ແກ່ ສປປ ລາວ

ວັນທີ 28 ທັນວາ 2021 ທີ່ກະຊວງສາທາລະນະສຸກ, ລັດຖະບານຍີ່ປຸ່ນໄດ້ມອບອຸປະກອນລະບົບຄວາມເຢັນເປັນຕົ້ນຕູ້ແຊ່ແຂງເພື່ອເກັບຮັກສາວັກຊີນ ແລະ ແທ່ງນໍ້າແຂງທຽມ 208 ໜ່ວຍ, ຕູ້ເຢັນ 480 ໜ່ວຍ, ພ້ອມອາໄຫຼ່, ກ່ອງຂົນສົ່ງວັກຊີນ 500 ກ່ອງ, ກ່ອງເຢັນ 100 ກ່ອງ ແລະ ແທ່ງນໍ້າແຂງທຽມ 10.000 ແທ່ງ ຄິດເປັນມູນຄ່າ 913.141ໂດລາໂດຍຜ່ານອົງການອຸຍນິເຊັບ ເພື່ອເກັບຮັກສາ ແລະ ຂົນສົ່ງວັກຊີນໃຫ້ແກ່ ກະຊວງສາທາລະນະສຸກ. ນີ້ແມ່ນສ່ວນໜຶ່ງຂອງໂຄງການທີ່ລັດຖະບານຍີ່ປຸ່ນພວມຈັດຕັ້ງປະຕິບັດເພື່ອສະໜັບສະໜູນສປປ ລາວໃນ ການເສີມສ້າງຄວາມເຂັ້ມແຂງໃຫ້ເເກ່ລະບົບຄວາມເຢັນສຳລັບການເກັບຮັກສາ ແລະຂົນສົ່ງວັກຊີນເພື່ອປະກອບສ່ວນຮັບມືກັບພະຍາດໂຄວິດ-19 ແລະ ນອນໃນໂຄງການຊ່ວຍ ເຫລືອທັງໝົດ 1.100.000 ໂດລາສະຫະລັດ. ນອກຈາກຈັດຊື້ອຸປະກອນລະບົບຄວາມເຢັນເເລ້ວ, ທຶນທີ່ເຫລືອ ຈະນໍາໃຊ້ເຂົ້າການສົ່ງເສີມລະບົບຄວາມເຢັນຢູ່ ລາວໃນອະນາຄົດ.

อาจเป็นรูปภาพของ 9 คน, ผู้คนกำลังยืน และ สถานที่ในร่ม ຍີ່ປຸ່ນມອບອຸປະກອນລະບົບຄວາມເຢັນ ແກ່ ສປປ ລາວ - 269975387 1795582717312167 7050798261801234812 n - ຍີ່ປຸ່ນມອບອຸປະກອນລະບົບຄວາມເຢັນ ແກ່ ສປປ ລາວ

ຍີ່ປຸ່ນມອບອຸປະກອນລະບົບຄວາມເຢັນ ແກ່ ສປປ ລາວ - Visit Laos Visit SALANA BOUTIQUE HOTEL - ຍີ່ປຸ່ນມອບອຸປະກອນລະບົບຄວາມເຢັນ ແກ່ ສປປ ລາວ

ທ່ານດຣ.ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ກ່າວສະແດງຄວາມຂອບ ໃຈລັດຖະບານຍີ່ປຸ່ນສຳລັບການສະໜັບສະໜູນອຸປະກອນລະບົບຄວາມເຢັນໃນຄັ້ງນີ້ ໂດຍການເສີນສ້າງຄວາມເຂັ້ມແຂງໃຫ້ກັບລະບົບຄວາມເຢັນເພື່ອເກັບຮັກສາ ແລະ ຂົນສົ່ງວັກຊີນປ້ອງກັນພະຍາດໂຄວິດ-19, ພວກເຮົາຈະສາມາດຜັນຂະຫຍາຍການສັກວັກຊີນໃຫ້ສາມາດເຂົ້າເຖິງຈຳນວນປະຊາກອນໄດ້ຫຼາຍຂື້ນໃນໄລຍະການແພ່ລະບາດຂອງພະຍາດດັ່ງກ່າວ. ນອກຈາກອຸປະກອນລະບົບຄວາມເຢັນເເລ້ວ, ລັດຖະບານຍີ່ປຸນຍັງໄດ້ມອບວັກຊີນປ້ອງກັນພະຍາດໂຄວິດ-19 AstraZeneca 320.200 ໂດສ໌ໃຫ້ແກ່ກະຊວງສາທາ ລະນະສຸກ ເຊີ່ງວັກຊີນເຫລົ່ານີ້ໄດ້ມາຮອດ ສປປ ລາວ ໃນວັນທີ 23 ທັນວາ 2021.

ທ່ານ ໂຄບາຢາຊິເຄນອິຈິ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາສປປ ລາວ ກ່າວວ່າ: “ການຊ່ວຍເຫລືອຈາກລັດຖະບານຍີ່ປຸ່ນຄັ້ງນີ້ ສະແດງເຖິງມິດຕະພາບ ແລະ ຄວາມສາມັກຄີ ລະຫວ່າງປະເທດຍີ່ປຸ່ນແລະ ສປປ ລາວ ເຊິ່ງໃນເວລາອັນທ້າທາຍນີ້ ອຸປະກອນລະບົບຄວາມເຢັນມີຄວາມສຳຄັນຫລາຍຕໍ່ຂະບວນການສັກວັກຊີນ, ດັ່ງນັ້ນພວກເຮົາຮູ້ສຶກເປັນກຽດທີ່ໄດ້ສະໜອງອຸປະກອນຕ່າງໆເຊັ່ນ: ຕູ້ແຊ່ແຂງເພື່ອເກັບຮັກສາວັກຊີນໃຫ້ເເກ່ ສປປ ລາວ ເພື່ອຊ່ວຍເສີມສ້າງຄວາມເຂັ້ມແຂງໃຫ້ແກ່ການສັກວັກຊີນໃນປະເທດ. ນອກນີ້, ພວກເຮົາຍັງພູມໃຈທີ່ໄດ້ສະໜັບສະໜູນວັກຊີນປ້ອງກັນພະຍາດໂຄວິດ-19 ຈຳນວນ 320.200ໂດສ໌ ໃຫ້ແກ່ ສປປ ລາວ ແລະ ຫວັງຢ່າງຍິ່ງວ່າວັກຊີນ ແລະອຸປະກອນເຫລົ່ານີ້ຈະເປັນການປະກອບສ່ວນສຳຄັນໃນຂະບວນການສັກວັກຊີນຢູ່ ສປປ ລາວ.”

ທ່ານນາງ Leotes Helin ວ່າການແທນຜູ້ຕາງໜ້າອົງການອຸຍນີເຊບປະຈຳ ສປປ ລາວ ກ່າວວ່າ:ອົງ ການອຸຍນີເຊບ ນອກຈາກຈະສະໜັບສະໜູນວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວເເລ້ວ, ຍັງພາກພູມໃຈເປັນຢ່າງຍິ່ງທີ່ໄດ້ສະໜັສະໜູນກະຊວງສາທາລະນະສຸກໃນການຍົກຂີດຄວາມສາມາດຂອງລະບົບຄວາມເຢັນເພື່ອເກັບຮັກສາ ແລະຂົນສົ່ງວັກຊີນໃນ ສປປ ລາວ ພ້ອມທັງໃຫ້ ການແນະນຳທາງດ້ານວິຊາການອີກດ້ວຍ. ອົງການອຸຍນີເຊບຈະສືບຕໍ່ເຮັດວຽກຢ່າງໃກ້ຊິດກັບກະຊວງສາ ທາລະນະສຸກ ແລະ ຄູ່ຮ່ວມພັດທະນາຂອງພວກເຮົາເພື່ອຮັບປະກັນການເຂົ້າເຖິງວັກຊີນປ້ອງກັນພະຍາດ ໂຄວິດ-19 ຢ່າງເທົ່າທຽມ ໃນ ສປປ ລາວ.

ຍີ່ປຸ່ນມອບອຸປະກອນລະບົບຄວາມເຢັນ ແກ່ ສປປ ລາວ - 4 - ຍີ່ປຸ່ນມອບອຸປະກອນລະບົບຄວາມເຢັນ ແກ່ ສປປ ລາວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!