ແຂວງສະຫວັນນະເຂດ ອະໄພຍະໂທດໃຫ້ນັກໂທດ 400 ກວ່າຄົນ ທີ່ປະພຶດຕົນດີ


ເມື່ອບໍ່ດົນຜ່ານມານີ້, ອົງການໄອຍະການປະຊາຊົນແຂວງ ສະຫວັນນະເຂດ ສົມທົບກັບຄ້າຍຄຸມຂັງ-ດັດສ້າງແກ້ງຄັນ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປະກາດ ອະໄພຍະໂທດແກ່ນັກໂທດທີ່ມີຄວາມກ້າວໜ້າ. ໃນຈຳນວນນັກໂທດທີ່ສະເໜີອະໄພຍະໂທດຜ່ອນໂທດ ແລະ ປ່ອຍຕົວໃນປີ 2021 ຢູ່ແຂວງສະຫວັນນະເຂດມີທັງໝົດ 404 ຄົນ, ໃນນີ້ ນັກໂທດໄດ້ຮັບການອະໄພຍະໂທດປ່ອຍຕົວ 78 ຄົນ, ໄດ້ຮັບການອະໄພຍະໂທດຫລຸດຜ່ອນໂທດ 336 ຄົນ, ຍິງ 38 ຄົນ, ຄົນຕ່າງປະເທດ 3 ຄົນ, ນັກໂທດຕະ ຫລອດຊີວິດ 16 ຄົນ, ຍິງ 4 ຄົນ ເຊິ່ງນັກໂທດເຫລົ່ານີ້ມີຂໍ້ຫາຢາເສບຕິດ 329 ຄົນ, ຍິງ 38 ຄົນ ແລະ ຂໍ້ຫາທົ່ວໄປ 7 ຄົນ, ຄົນຕ່າງປະເທດ 2 ຄົນ.
ທ່ານ ວຽງທະວີສອນ ເທບພະຈັນ ຮອງເຈົ້າແຂວງສະຫວັນນະເຂດ ມີຄຳເຫັນວ່າ: ການລົງໂທດຕໍ່ນັກໂທດ ບໍ່ແມ່ນການທໍລະມານຄົນ ຫລື ກັກຂັງແບບໄຮ້ມະນຸດສະທຳ ແຕ່ເປັນການປາບພະຍາດແນວຄິດທີ່ບໍ່ດີ ເພື່ອກອບກູ້ເອົາຊີວິດຂອງຜູ້ຫລົງຜິດໃຫ້ກາຍມາເປັນພົນລະເມືອງດີ, ກັບຄືນເມືອຢູ່ກັບຄອບຄົວຢ່າງອົບອຸ່ນ ແລະ ສ້າງສາພັດທະນາຄອບຄົວ, ດຳລົງຊີວິດຢູ່ໃນສັງຄົມຢ່າງປອດໃສ.
ພ້ອມນີ້ຂໍຮຽກຮ້ອງໃຫ້ຜູ້ທີ່ໄດ້ຮັບການປ່ອຍຕົວໄດ້ຫັນປ່ຽນແນວຄິດຈິດໃຈປະຖິ້ມການກະທຳທີ່ບໍ່ດີ, ຕ້ອງທຳມາຫາກິນດ້ວຍຄວາມບໍລິສຸດສັດຊື່, ສິ່ງໃດທີ່ບໍ່ດີ ການກະທຳທີ່ເປັນການລະເມີດກົດໝາຍ, ຮີດຄອງປະເພນີອັນດີງາມຂອງຊາດແມ່ນຫ້າມເດັດຂາດ, ສ່ວນຜູ້ທີ່ໄດ້ຮັບການຜ່ອນໂທດກໍ່ໃຫ້ເອົາໃຈໃສ່ສ້າງຜົນງານ, ປະຕິບັດລະບຽບກົດ ໝາຍ, ເປັນແບບຢ່າງໃນການອອກແຮງງານ, ເຄົາລົບເຈົ້າໜ້າທີ່ບໍ່ໃຫ້ມີແນວຄິດເຕັ້ນໂຕນໂຍນໜີ ເພື່ອໃຫ້ມີໂອກາດໄດ້ຮັບການຜ່ອນໂທດໃນປີຕໍ່ໄປ.