ຫວຽດນາມຜະລິດລົດແລ່ນດ້ວຍພະລັງງານໄຟຟ້າໄດ້ແລ້ວ


ລົດເກງໄຟຟ້າທີ່ຜະລິດຢູ່ຫວຽດນາມ ໄດ້ອອກຂາຍຢູ່ໃນທ້ອງຕະຫຼາດຢ່າງເປັນທາງການແລ້ວ. ນີ້ນັບວ່າເປັນບາດລ້ຽວປະຫວັດສາດທີ່ສຳຄັນ ແລະ ຄວາມພາກພູມໃຈຂອງຂະແໜງການອຸດສາຫະກຳຂອງຊາດ ຫວຽດນາມ
ວັນທີ 25 ທັນວາ 2021 ເປັນຂີດໝາຍເຫດການທາງປະຫວັດສາດຂອງຂະແໜງການອຸດສາຫະກຳລົດຍົນຂອງຫວຽດນາມ ໃນຂະນະທີ່ບໍລິສັດ ວິນຟາດ(VinFast) ໄດ້ຜະລິດລົດເກງໄຟຟ້າລຸ່ນ VF e34 ອອກຂາຍຢູ່ໃນທ້ອງຕະຫຼາດຕະຫຼາດແລ້ວຢ່າງເປັນທາງການຄັ້ງທຳອິດໃນປະຫວັດສາດຂອງຕົນ. ເຫດການດັ່ງກ່າວໄດ້ສົ່ງຜົນເຮັດໃຫ້ຫວຽດນາມກາຍເປັນໜຶ່ງໃນບັນດາປະເທດໃນໂລກທີ່ສາມາດຜະລິດລົດຍົນພະລັງງານສະອາດ.
ລົດເກງໄຟຟ້າລຸ່ນ VF e34 ຂອງບໍລິສັດ ວິນຟາດ ເປັນລົດທີ່ມີຄວາມທັນສະໄໝທາງດ້ານອຸປະກອນເທັກໂນໂລຊີລໍ້າຍຸກ ສ້າງຄວາມສະດວກສະຍາຍ ແລະ ຄວາມເພິ່ງພໍໃຈໃຫ້ກັບຜູ້ຊົມໃຊ້. ສາມາດຂັບເຄື່ອນດ້ວຍສຽງເວົ້າ ຊຶ່ງໄດ້ຮັບການພັດທະນາຈາກບໍລິສັດ ວິນບິກດາຕາ(VinBigdata). ລູກຄ້າອາດຈະໄດ້ຮັບການບໍລິການດ້ານສຸຂະພາບ, ການບັນເທິງ ແລະ ຈັບຈອງປີ້ຍົນຈາກແອັບວິນແພ(Vinpearl), ເບິ່ງຮູບເງົາໂດຍຜ່ານ FPT Play ຫຼື ອາດຈະຊື້ໂດຍຜ່ານແອັບ ສະເພາະຂອງ ຂອງຊອບປີ(Shopee)…ທີ່ມີຢູ່ໃນຕົວລົດເອງ. ຄຸນນະສົມບັດ ແລະ ການບໍລິການໃໝ່ໆ ທີ່ເປັນຜົນປະໂຫຍດໃຫ້ກັບລູກຄ້ານັ້ນຈະໄດ້ຮັບການປັບປຸງໃຫ້ທັນການຢູ່ສະເໝີ ໂດຍຜ່ານການຕິດຕັ້ງຊອບແວທາງໄກ(FOTA).
ເພື່ອປະຕິບັດຄວາມຝັນໃຫ້ເປັນຈິງກ່ຽວກັບຄວາມເປັນເຈົ້າການດ້ານເທັກໂນໂລຊີພະລັງງານສະອາດຂອງຫວຽດນາມນັ້ນ, ທາງບໍລິສັດ ວິນຟາດ ໄດ້ວາງນະໂຍບາຍຫຼາຍປະການເພື່ອກະຕຸ້ນລູກຄ້າ, ເຊັ່ນ: ຮ່ວມມືກັບສະຫະບໍລິສັດ ໂທລະຄົມມະນາຄົມ ໂມບາຍໂຟນ(MobiPhone) ສະໜອງຂໍ້ມູນຂ່າວສານ ອີຊີມ(eSim),. ຍົກເວັ້ນຄ່າສາກໄຟໃຫ້ລູກຄ້າ 25.000 ຄົນ ເປັນເວລາ 12 ເດືອນ, ໃຫ້ການບໍລິການຈັບຈອງແບບມອບເໝົາ(pagket) 657.500 ດົງ/ເດືອນ ໃນໄລຍະທາງ 500km/ເດືອນ ພ້ອມທັງໃຫ້ຊຸດສາກໄຟແບບພົກພາ 2,2kw ເພື່ອເປັນການກະຕຸ້ນໃຫ້ລູກຄ້າຊື້ລົດ VF e34 ຂອງຕົນ ແລະ ອະນຸຍາດໃຫ້ສາກໄຟລົດຢູ່ກັບເຮືອນໄດ້.