ຄັ້ງທຳອິດ ! TikTok ໂຄ່ນ Google ຂຶ້ນເປັນເວັບໄຊ ທີ່ມີຄົນໃຊ້ຫລາຍທີ່ສຸດໃນປີ 2021

ຄັ້ງທຳອິດ ! tiktok ໂຄ່ນ google ຂຶ້ນເປັນເວັບໄຊ ທີ່ມີຄົນໃຊ້ຫລາຍທີ່ສຸດໃນປີ 2021 -              1 - ຄັ້ງທຳອິດ ! TikTok ໂຄ່ນ Google ຂຶ້ນເປັນເວັບໄຊ ທີ່ມີຄົນໃຊ້ຫລາຍທີ່ສຸດໃນປີ 2021
ຄັ້ງທຳອິດ ! tiktok ໂຄ່ນ google ຂຶ້ນເປັນເວັບໄຊ ທີ່ມີຄົນໃຊ້ຫລາຍທີ່ສຸດໃນປີ 2021 - kitchen vibe - ຄັ້ງທຳອິດ ! TikTok ໂຄ່ນ Google ຂຶ້ນເປັນເວັບໄຊ ທີ່ມີຄົນໃຊ້ຫລາຍທີ່ສຸດໃນປີ 2021

Tiktok ແຊງ Google ເປັນເວັບໄຊທີ່ມີຄົນໃຊ້ຫລາຍທີ່ສຸດໃນປີນີ້ ຫລັງໄດ້ຮັບຄວາມນິຍົມຊ່ວງໂຄວິດລະບາດ.

Cloudflare ບໍລິສັດດ້ານການຮັກສາຄວາມປອດໄພໄອທີຂອງອາເມລິກາ ພົບວ່າ: ແອບພລິເຄຊັນ TikTok ສັນຊາດຈີນ ໂຄ້ນແຊ້ມເກົ່າຄື Google ຂຶ້ນເປັນເວັບໄຊທີ່ມີຜູ້ໃຊ້ຫລາຍທີ່ສຸດໃນໂລກປະຈຳປີນີ້ໄດ້ເປັນຄັ້ງທຳອິດ ຫລັງຈາກໄດ້ຮັບຄວາມນິຍົມຢ່າງຫລວງຫລາຍໃນຊ່ວງການແພ່ລະບາດຂອງໂຄວິດ-19.

ຄັ້ງທຳອິດ ! tiktok ໂຄ່ນ google ຂຶ້ນເປັນເວັບໄຊ ທີ່ມີຄົນໃຊ້ຫລາຍທີ່ສຸດໃນປີ 2021 - Visit Laos Visit SALANA BOUTIQUE HOTEL - ຄັ້ງທຳອິດ ! TikTok ໂຄ່ນ Google ຂຶ້ນເປັນເວັບໄຊ ທີ່ມີຄົນໃຊ້ຫລາຍທີ່ສຸດໃນປີ 2021

TikTok ເລື່ອນຂຶ້ນເປັນທີ 1 ໃນເດືອນກຸມພາ, ມີນາ ແລະ ພຶດສະພາ ແລະ ແຊງຂຶ້ນເປັນຜູ້ນຳເໜືອແອບພລິເຄຊັນຈາກອາເມລິກາຫລັງວັນທີ 10 ສິງຫາ ເຊິ່ງຖືເປັນການກ້າວກະໂດດຄັ້ງໃຫຍ່ ເພາະໃນປີຜ່ານມາ TikTok ຢູ່ອັນດັບ 7 ຕາມຫລັງ Facebook, Microsoft, Apple, Netflix, Amazon ແລະ Google ເຊິ່ງຢູ່ອັນດັບ 1.

ຂໍ້ມູນລະບຸວ່າ: TikTok ມີຜູ້ໃຊ້ຫລາຍກວ່າ 1.000 ລ້ານຄົນທົ່ວໂລກໃນແຕ່ລະເດືອນ ໂດຍກ່ອນໜ້ານີ້ TikTok ນິຍົມໃນກຸ່ມໄວລຸ້ນ, ແຕ່ຊ່ວງໂຄວິດ-19 ລະບາດ TikTok ກາຍເປັນເວັບທີ່ນິຍົມໃນກຸ່ມຄົນທີ່ອາຍຸຫລາຍກວ່ານັ້ນນຳອີກ.

ເວັບໄຊ Statista ລະບຸວ່າ: ປີຜ່ານມາ ຜູ້ໃຊ້ອາຍຸລະຫວ່າງ 15-25 ປີໃນອາເມລິກາເພີ່ມຂຶ້ນເຖິງ 180%.

ອ້າງອີງ:

https://blog.cloudflare.com/popular-domains-year-in-review-2021/

https://gizmodo.com/tiktok-got-more-traffic-than-freakin-google-in-2021-1848252058

ຄັ້ງທຳອິດ ! tiktok ໂຄ່ນ google ຂຶ້ນເປັນເວັບໄຊ ທີ່ມີຄົນໃຊ້ຫລາຍທີ່ສຸດໃນປີ 2021 - 3 - ຄັ້ງທຳອິດ ! TikTok ໂຄ່ນ Google ຂຶ້ນເປັນເວັບໄຊ ທີ່ມີຄົນໃຊ້ຫລາຍທີ່ສຸດໃນປີ 2021
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!