ຊ່ວງຄຣິສມາສ-ປີໃໝ່ ປະເທດໃນເອີຣົບ ອອກມາດຕະການສະກັດໂຄວິດເຂັ້ມງວດ ຫວັງຢຸດໂອມິຄຣອນລຸກລາມ

ຊ່ວງຄຣິສມາສ-ປີໃໝ່ ປະເທດໃນເອີຣົບ ອອກມາດຕະການສະກັດໂຄວິດເຂັ້ມງວດ ຫວັງຢຸດໂອມິຄຣອນລຸກລາມ - https  cdn - ຊ່ວງຄຣິສມາສ-ປີໃໝ່ ປະເທດໃນເອີຣົບ ອອກມາດຕະການສະກັດໂຄວິດເຂັ້ມງວດ ຫວັງຢຸດໂອມິຄຣອນລຸກລາມ
ຊ່ວງຄຣິສມາສ-ປີໃໝ່ ປະເທດໃນເອີຣົບ ອອກມາດຕະການສະກັດໂຄວິດເຂັ້ມງວດ ຫວັງຢຸດໂອມິຄຣອນລຸກລາມ - kitchen vibe - ຊ່ວງຄຣິສມາສ-ປີໃໝ່ ປະເທດໃນເອີຣົບ ອອກມາດຕະການສະກັດໂຄວິດເຂັ້ມງວດ ຫວັງຢຸດໂອມິຄຣອນລຸກລາມ

ທ່າມກາງການລະບາດຢ່າງວ່ອງໄວຂອງເຊື້ອໂຄວິດສາຍພັນໂອມິຄຣອນ ໂດຍສະເພາະໃນອັງກິດ ແລະ ເດນມາກ ຫລາຍປະເທດໃນເອີຣົບທະຍອຍອອກມາດຕະການເຂັ້ມງວດ ເພື່ອສະກັດກັ້ນການແຜ່ລະບາດໃນຊ່ວງເທດສະການຄຣິສມາສຕໍ່ເນື່ອງໄປຈົນຮອດປີໃໝ່. ໄປເບິ່ງກັນວ່າແຕ່ລະປະເທດມີມາດຕະການຫຍັງອອກມາແດ່:

    ເນເທີແລນ: ເປັນປະເທດທຳອິດໃນສະຫະພາບເອີຣົບ (EU) ທີ່ກັບເຂົ້າສູ່ການລັອກດາວຢ່າງເຂັ້ມງວດອີກ ຫລັງພົບການລະບາດຢ່າງວ່ອງໄວຂອງເຊື້ອໂຄວິດສາຍພັນໂອມິຄຣອນ ໂດຍບາຣ໌, ຮ້ານອາຫານ, ຮ້ານຄ້າບໍ່ຈຳເປັນ, ໂຮງຮູບເງົາ ແລະ ສູນອອກກຳລັງກາຍ ຈະປິດໃຫ້ບໍລິການທັງໝົດ ເລີ່ມມີຜົນແຕ່ວັນທີ 19 ທັນວາ ໄປຈົນເຖິງວັນທີ 14 ມັງກອນ.

ຊ່ວງຄຣິສມາສ-ປີໃໝ່ ປະເທດໃນເອີຣົບ ອອກມາດຕະການສະກັດໂຄວິດເຂັ້ມງວດ ຫວັງຢຸດໂອມິຄຣອນລຸກລາມ - Visit Laos Visit SALANA BOUTIQUE HOTEL - ຊ່ວງຄຣິສມາສ-ປີໃໝ່ ປະເທດໃນເອີຣົບ ອອກມາດຕະການສະກັດໂຄວິດເຂັ້ມງວດ ຫວັງຢຸດໂອມິຄຣອນລຸກລາມ

ສ່ວນການແຂ່ງຂັນກິລາອາຊີບຍັງຈັດຕໍ່ໄປໄດ້, ແຕ່ບໍ່ອະນຸຍາດໃຫ້ປະຊາຊົນເຂົ້າຊົມໃນສະໜາມ. ຂະນະທີ່ເຮືອນອະນຸຍາດໃຫ້ເຊີນແຂກມາເຮືອນໃນຊ່ວງຄຣິສມາສໄດ້ບໍ່ເກີນ 4 ຄົນ ແລະ ຫລຸດເຫລືອບໍ່ເກີນ 2 ຄົນ ຫລັງກາຍມື້ພັກເທດສະການ.

ທ່ານ ມາຣ໌ກ ຣຸດເຕີ ນາຍົກລັດຖະມົນຕີເນເທີແລນ ກ່າວວ່າ: ມາດຕະການເຫລົ່ານີ້ເປັນສິ່ງທີ່ຫລີກລ່ຽງບໍ່ໄດ້ ເມື່ອຜະເຊີນການລະບາດໄວກວ່າຄາດການໄວ້ຂອງເຊື້ອສາຍພັນໂອມິຄຣອນ.

     ເຢຍລະມັນ: ລັດຖະບານປະກາດຫ້າມພົນລະເມືອງທີ່ເດີນທາງຈາກອັງກິດທັງໝົດ ຍົກເວັ້ນພຽງພົນລະເມືອງສັນຊາດເຢຍລະມັນ, ຜູ້ຢູ່ອາໄສ ແລະ ຜູ້ໂດຍສານທີ່ປ່ຽນເຮືອບິນ ໂດຍເລີ່ມມີຜົນບັງຄັບໃຊ້ແຕ່ທ່ຽງຄືນວັນທີ 19 ທັນວາເປັນຕົ້ນໄປ.

ສ່ວນພົນລະເມືອງຈາກອັງກິດທີ່ສາມາດເດີນທາງເຂົ້າເຢຍລະມັນໄດ້ ບໍ່ວ່າຈະສັກວັກຊີນແລ້ວ ຫລື ບໍ່ນັ້ນ ຈະຕ້ອງມີຜົນກວດ PCR ເປັນລົບ ແລະ ຈະຕ້ອງກັກຕົວເປັນເວລາ 14 ວັນ.

    ຝຣັ່ງ: ນັບແຕ່ວັນທີ 18 ທັນວາ ຝຣັ່ງຫ້າມພົນລະເມືອງຈາກອັງກິດເດີນທາງເຂົ້າປະເທດ ລວມທັງຫ້າມພົນລະເມືອງເດີນທາງໄປອັງກິດ ຖ້າບໍ່ມີເຫດຈຳເປັນ.

ສ່ວນຜູ້ທີ່ເດີນທາງຈາກອັງກິດເຂົ້າປະເທດດ້ວຍເຫດຜົນອັນຄວນ ຈະຕ້ອງຂຽນຂໍ້ມູນທີ່ຢູ່ອາໄສໃນຝຣັ່ງ.

ນອກຈາກນີ້, ຝຣັ່ງຍັງກຳນົດໃຫ້ຜູ້ທີ່ເດີນທາງຈາກອັງກິດສະແດງຜົນກວດ PCR ທີ່ກວດກ່ອນອອກເດີນທາງເປັນເວລາ 24 ຊົ່ວໂມງ ຈາກທີ່ເຄີຍກຳນົດໄວ້ 48 ຊົ່ວໂມງ ແລະ ເມື່ອເຂົ້າມາແລ້ວຈະຕ້ອງກວດອີກໃນຝຣັ່ງ ພ້ອມກັກຕົວໃນສະຖານທີ່ທີ່ເລືອກເອງເປັນເວລາ 48 ຊົ່ວໂມງໃນລະຫວ່າງລໍຖ້າຜົນ.

ເຖິງຢ່າງໃດກໍຕາມ, ພົນລະເມືອງສັນຊາດຝຣັ່ງ, ຄູ່ສົມຣົດ ແລະ ລູກ ຈະໄດ້ຮັບການຍົກເວັ້ນຈາກກົດເກນໃໝ່ນີ້. ນອກຈາກນີ້ ນະຄອນຫລວງປາຣີສໄດ້ປະກາດຍົກເລີກການຈັດງານສະຫລອງປີໃໝ່ຢູ່ໝອງເຊລິເຊໃນວັນທີ 31 ທັນວານຳອີກ.

ສະວິດເຊີແລນ: ທາງການຈະອະນຸຍາດສະເພາະຜູ້ທີ່ຮັບວັກຊີນແລ້ວ ຫລື ຜູ້ທີ່ຫາຍຈາກໂຄວິດເດີນທາງເຂົ້າສະຖານທີ່ສາທາລະນະໃນຮົ່ມໄດ້ເຊັ່ນ: ຮ້ານອາຫານ, ບາຣ໌, ສະໜາມກິລາ ແລະ ສະຖານທີ່ທາງວັດທະນະທຳ ໂດຍເລີ່ມມີຜົນແຕ່ວັນທີ 20 ທັນວາ.

ນອກຈາກນີ້, ຍັງກຳນົດໃຫ້ປະຊາຊົນທຸກຄົນສະແດງຜົນກວດເຊື້ອເປັນລົບກ່ອນເຂົ້າສະຖານທີ່ທີ່ບໍ່ສາມາດໃສ່ຜ້າປິດປາກ-ດັງໄດ້ ແລະ ບໍ່ສາມາດຈັດບ່ອນນັ່ງໄດ້ ໂດຍຂໍ້ກຳນົດນີ້ຍົກເວັ້ນໃຫ້ສະເພາະຜູ້ທີ່ຮັບວັກຊີນແລ້ວ ຫລື ສັກເຂັມກະຕຸ້ນພາຍໃນ 4 ເດືອນຜ່ານມາ ຫລື ຜູ້ທີ່ມີອາຍຸຕໍ່າກວ່າ 16 ປີ.

    ເດນມາກ: ເຊິ່ງມີອັດຕາການລະບາດຂອງໂຄວິດຕໍ່ຈຳນວນປະຊາກອນສູງທີ່ສຸດໃນເອີຣົບ ປະກາດວ່າຈະປິດໂຮງຮູບເງົາ, ໂຮງລະຄອນ ແລະ ຄອນເສີດຮໍ ລວມທັງຈຳກັດເວລາເປີດໃຫ້ບໍລິການຂອງຮ້ານອາຫານນຳອີກ.

ອ້າງອີງ:

ຊ່ວງຄຣິສມາສ-ປີໃໝ່ ປະເທດໃນເອີຣົບ ອອກມາດຕະການສະກັດໂຄວິດເຂັ້ມງວດ ຫວັງຢຸດໂອມິຄຣອນລຸກລາມ - 4 - ຊ່ວງຄຣິສມາສ-ປີໃໝ່ ປະເທດໃນເອີຣົບ ອອກມາດຕະການສະກັດໂຄວິດເຂັ້ມງວດ ຫວັງຢຸດໂອມິຄຣອນລຸກລາມ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!