ເຫດຜົນ ແລະ ຄວາມຈຳເປັນພາວະວິໄສໃນການສ້າງເສັ້ນທາງລົດໄຟລາວ-ຈີນ
ໂດຍ: ລູກເມືອງພວນ
ການສ້າງທາງລົດໄຟຢູ່ໃນລາວນັ້ນ ມັນບໍ່ແມ່ນເລື່ອງບັງເອີນ ຫຼື ບໍແມ່ນເລື່ອງຢາກມີໄວ້ເພື່ອອວດອ້າງຊາວໂລກ ຫຼື ເພື່ອຢາກໄດ້ໜ້າໄດ້ຕາຂອງລັດຖະບານລາວແຕ່ຢ່າງໃດ. ແຕ່ມັນຫາກແມ່ນເຈດຕະນາລົມຂອງລັດຖະບານ ເພື່ອຢາກສ້າງພື້ນຖານໂຄງລ່າງທາງດ້ານເສດຖະກິດ-ສັງຄົມໃຫ້ແກ່ການພັດທະນາປະເທດຊາດ ກ້າວຂຶ້ນສູ່ຄວາມຈະເລີນກ້າວໜ້າ, ປົດປ່ອຍປະເທດລາວໃຫ້ພົ້ນອອກຈາກສະພາວະຄວາມດ້ອຍພັດທະນາ ຫຼ້າຫຼັງນັ້ນເອງ.
ພວກເຮົາມາເບິ່ງຄວາມຈຳເປັນພາວະວິໄສທາງດ້ານພູມີສາດຂອງປະເທດ. ປະເທດລາວ ເປັນປະເທດດຽວ ໃນແຫຼມອີນດູຈີນທີ່ບໍ່ມີຊາຍແດນຕິດກັບທະເລ. ພູມີປະເທດ ສ່ວນໃຫຍ່ ຫລື ຫລາຍກວ່າ 2/3 ແມ່ນພູຜາປ່າດົງ ແລະ ພູດອຍສູງຊັນ ອັນເປັນ ອຸບປະສັກໃຫ້ແກ່ ການ ຄົມມະນາຄົມ ການສັນຈອນ ໄປມາຫາສູ່ກັນ. ການເປັນປະເທດ ບໍ່ມີຊາຍແດນຕິດກັບ ທະເລ ເຮັດໃຫ້ປະເທດເຮົາດ້ອຍ ແລະ ເສັຍປຽບໃຫ້ນາໆປະເທດ, ໂດຍສະເພາະແມ່ນຕໍ່ກັບບັນດາປະເທດເພື່ອນບ້ານໃກ້ຄຽງ ຂອງເຮົາ. ການຊ່ວງຊີງແຂງຂັນ ທາງດ້ານການຄ້າ ການສົ່ງອອກ ແມ່ນດ້ອຍກວ່າເຂົາ ຢ່າງຂາດຂັ້ນ ເຮັດໃຫ້ ປະເທດ ຂອງພວກເຮົາ ຍີ່ງມີຄວາມ ບອບບາງສູງ ເພາະ ສີນຄ້າທຸກຢ່າງ ບໍ່ວ່າທາງດ້ານ ກະສິກຳ, ອຸດສະຫະກຳ ແລະ ການທ່ອງທ່ຽວລ້ວນແຕ່ ເສັຍປຽບ ອັນເນື່ອງຈາກ ຄ່າຂົນສົ່ງ ໄປສູ່ຕະຫລາດຕ່າງປະເທດ ໂດຍຜ່ານທາງບົກ ຈື່ງໄປຮອດ ທ່າກຳປັ່ນ ແມ່ນແພງເຫລືອເຫດ ເມື່ອເປັນເຊັ່ນນັ້ນ ຈຶ່ງເຮັດໃຫ້ສີນຄ້າ ອຸປະໂພກບໍລິໂພກ ມີລາຄາສູງຂຶ້ນ, ຄ່າຄອງຊີບ ພາຍໃນປະເທດເຮົາສູງຫລາຍ ຖ້າທຽບກັບ ປະເທດໃກ້ຄຽງ. “ໂດຍທົ່ວໄປແລ້ວ ສີນຄ້າລາວ ໃນທ້ອງຕະຫລາດຕ່າງປະເທດ ຈະແພງກວ່າຂອງເຂົາ ປະມານ 30 ຫາ 40% ຍ້ອນການຂົນສົ່ງ”.
“ຈີງຢູ່ວ່າ ຢູ່ໃນໂລກ ມີ ສົນທິສັນຍາ ແລະ ສັນຍາ ສາກົນ ຫລາຍສະບັບ ຂອງ ສະຫະປະຊາຊາດ (ສປຊ) ປົກປ້ອງສິດ ຂອງບັນດາປະເທດ ບໍ່ມີຊາຍແດນຕິດກັບທະເລ ແຕ່ໂດຍທົ່ວໄປ ປະເທດເຮົາຍັງຖືກເອົາລັດເອົາປຽບ ຈາກຫລາຍປະເທດ ແຕ່ມັກ ຫຼື ບໍ່ມັກ ພວກເຮົາກໍ່ດ້ອຍກວ່າເຂົາ ຢູ່ແລ້ວເພາະຕ້ອງ ບວກຄ່າຂົນສົ່ງ ເຮັດໃຫ້ ຕົ້ນທືນສີນຄ້າ ຂອງເຮົາແພງກວ່າ ເຂົາຕໍ່າສຸດກໍ່ຕ້ອງ 30%”.
ດ້ວຍເຫດນີ້ ປະເທດຂອງພວກເຮົາຈຳຕ້ອງ ດີ້ນຮົນຕໍ່ສູ້ ເຮັດແນວໃດເພື່ອໃຫ້ປະເທດຊາດລຸດພົ້ນອອກຈາກປະເທດ ປິດໃຫ້ໄດ້. ມະຕິກອງປະຊຸມໃຫ່ຍຄັ້ງທີ IV ຂອງພັກປະຊາຊົນປະຕິວັດລາວ 1986 ໄດ້ຮັບຮອງເອົາ ຈີນຕະນາການໃໝ່ ແລະ ໄດ້ວາງແນວທາງການປ່ຽນແປງກົນໄກ ເສດຖະກິດຄືນໃໝ່ ບົນພື້ນຖານ ກົນໄກຕະຫລາດ. ພ້ອມດຽວກັນນັ້ນ ລັດຖະບານກໍ່ໄດ້ ດຳເນີນການປະຕິຮູບ ຫລາຍຢ່າງເພື່ອຮອງຮັບ ແລະ ຮັບມືກັບ ກົນໄກເສດຖະກິດຕະຫຼາດຢ່າງມີຫຼັກການຂອງພັກ. ລັດຖະບານໄດ້ມີແນວທາງນະໂຍບາຍ ຫັນຄວາມດ້ອຍ (ຈຸດອ່ອນ) ມາເປັນກາລະໂອກາດເຊັ່ນຫັນຈາກສະພາບ ເປັນປະເທດປິດມາເປັນປະເທດເຊື່ອມຈອດ ຫລື ເວົ້າຢ່າງໜຶ່ງກໍແມ່ນຫັນຈາກປະເທດບໍ່ມີຊາຍແດນຕິດກັບທະເລກາຍມາເປັນ ປະເທດມີທາງອອກສູ່ທະເລ ແລະ ເປັນຈຸດຜ່ານ ໂດຍໄດ້ເປີດ ທຸກແລວທາງ: ເໜືອ-ໄຕ້, ຕາເວັນຕົກ-ຕາເວັນອອກ ຈາກທິດເໜືອ ລົງຮອດທິດໃຕ້ ຂອງປະເທດ.
ໂຄງການ ກໍ່ສ້າງທາງເຫລັກ ຫລື ທາງລົດໄຟ ແຕ່ເໜືອຮອດໃຕ້ (ໂຄງການກັບຈີນ), ແຕ່ຕາເວັນຕົກຫາຕາເວັນອອກ (ໂຄງການ ກັບຫວຽດນາມ ໄປຫາ ທ່າເຮືອ ວູ້ງອ້າງ) ແລະ ໂຄງການສ້າງທາງດວ່ນສາຍ ຕ່າງໆ ລ້ວນແຕ່ນອນຢູ່ໃນ ວິໄສທັດ ຂອງພັກພວກເຮົາ ທັງນັ້ນ.
ດັ່ງນັ້ນ, ການສ້າງທາງລົດໄຟ ຈຶ່ງບໍ່ໄດ້ເສຍປະໂຫຍດດັ່ງທີ່ບາງບຸກຄົນ, ກຸ່ມຄົນ ແລະ ບາງປະເທດໃສ່ຮ້າຍປ້າຍສີພວກເຮົາ. ແຕ່ກົງກັນຂ້າມພວກເຮົາຈະໄດ້ກຫຼາຍກວ່າເສຍຊໍ້າໄປ. ກ່ອນອື່ນໝົດ ປະເທດເຮົາຈະຄ່ອຍໆລຸດພົ້ນ ອອກຈາກປະເທດບໍ່ມີຊາຍແດນຕິດກັບທະເລ ມາເປັນປະເທດເຊື່ອມຈອດ ຫລາຍຂື້ນ; ການເດີນທາງໄປມາກາສູ່ກັນຈະວ່ອງໄວ ແລະ ສະດວກກວ່າເກົ່າ ແລະ ຄ່າໂດຍສານກໍຈະຖືກ; ນັກທ່ອງທ່ຽວ ຈາກຈີນ, ຈາກ ປະເທດໄທ ແລະ ນາໆປະເທດ ຈະເພິ້ມຂື້ນ ອັນຈະນຳເອົາລາຍໄດ້ມາໃຫ້ ປະເທດພວກເຮົາຫລາຍຂື້ນ; ຄ່າຂົນສົງສີນຄ້າ ທາງ ລົດໄຟ ຈະຖືກກວ່າ ທາງລົດ ຫລາຍເທົ່າ ເພາະຢ່າລືມວ່າ ໃນອານາຄົດ ສປ ຈີນ ຈະເປັນຕະຫລາດໃຫຍ່ ທີ່ສຸດ ສຳລັບສີນຄ້າ ທາງດ້ານ ກະສິກຳ ແລະ ອຸດສາຫະກຳ ຂອງພວກເຮົາ; ພວກເຮົາມີຄູ່ການຄ້າເພິ້ມຂື້ນ ແທນທີ່ຍາມໃດ ກໍ່ອາໃສແຕ່ຕະຫລາດໄທ ສະແດງວ່າ ປະເທດເຮົາຈະສາມາດ ລຸດຜ່ອນການຂື້ນກັບ ທາງດ້ານການຕະຫລາດ ແລະ ທາງເສດຖະກິດກັບບາງປະເທດ ອັນຈະພາໃຫ້ມີການແຂ່ງຂັນ ລະຫວ່າງພວກເຂົາຫລາຍຂື້ນ ອັນຈະພາໃຫ້ລາຄາສີນຄ້າ ແລະ ຄ່າບໍລິການ ຂອງພວກເຂົາລຸດລົງ; ໂຄງລ່າງພື້ນຖານ ເປັນຕົ້ນແມ່ນ ການ ຄົມມະນາຄົມ ການຂົນສົ່ງສີນຄ້າຂອງປະເທດເຮົາຈະດີຂື້ນ ອັນເຮັດໃຫ້ປະເທດ ຂອງພວກເຮົາເປັນທີ່ຈັບໃຈ ຂອງນັກລົງທືນຕ່າງປະເທດ ຫລາຍຂື້ນ; ພາຍຫລັງມີທາງລົດໄຟ ແລະ ມີທາງດ່ວນ ຫລາຍເສັ້ນ ປະຊາຊົນລາວ ຂອງພວກເຮົາກໍ່ຈະທັນສະໃໝຂື້ນ ເພາະໄດ້ຮຽນຮູ້ ແລະຮັບເອົາສີ່ງໃໝໆ ຫລາຍຢ່າງ ທີ່ທັນສະໃໝກວ່າເກົ່າ; ແລະ ທີ່ສຳຄັນກວ່າໝູ່ແມ່ນປະເທດລາວ ຈະລົບລ້າງມົນທີນຕິດຕົວວ່າ ເປັນ ໜື່ງໃນ ປະເທດໃນໂລກທີ່ບໍ່ມີລົດໄຟ.
ເຖິງຢ່າງໃດກໍຕາມ, ພວກເຮົາບໍ່ປາສະຈາກໄດ້ຄວາມທ້າທາຍທົດສອບຫຼາຍຢ່າງ ເຊັ່ນ: ລາຄາການລົງທືນສູງ, ດັ່ງນັ້ນຈຶ່ງຕ້ອງຍາດແຍ່ງສູ້ຊົນ ເຮັດໃຫ້ທາງລົດໄຟ ເສັ້ນນີ້ ດາຍເປັນເສດຖະກິດ ແລະ ມີ ປະສິດຕິຜົນສູງ ຈື່ງຈະສາມາດ ມີກຳໄລ ເພື່ອຜ່ອນໜີການລົງທືນ; ໃນເມື່ອປະເທດເຮົາກາຍເປັນ ປະເທດເຊື່ອມຈອດແລ້ວ ຕ້ອງເຮັດແນວໃດເພື່ຶບໍ່ໃຫ້ ຄົນລາວເຮົາ ຢືນກັ້ງໂກບເບື່ງ ລົດ ໄທ, ລົດຈີນ, ລົດຫວຽດນາມ ແລ່ນຜ່າບ້ານເຮົາ ໂດຍເຮົາບໍ່ໄດ້ປະໂຫຍດຫຍັງ. ຢາກເຮັດແນວນັ້ນໄດ້ ພວກເຮົາຕ້ອງ ສ້າງໃຫ້ປະເທດເຮົາກາຍເປັນສູນກາງການຂໄນສົ່ງ ໂດຍຈັດໃຫ້ມີ ສະໜາມຈອດລົດ ແລະ ສາງພັກເຄື່ອງແລະ ສະໜອງສີນຄ້າ ທັນສະໃໝ ໃຫ້ຫລາຍຂື້ນ ໃນທຸກໆພາກ ຂອງ ປະເທດເຮົາ. ຕອນນີ້ ເຂດ ນະຄອນຫລວງ ວຽງຈັນ, ສະຫວັນເຊໂນ ຫລວງພະບາງ ແລະ ທ່າແຂກ ແຂວງຄຳມ່ວນ ໄດ້ກາຍມາເປັນສູນກາງ ໂລຈິສຕິກ ໄດ້ລະດັບໜຶ່ງແລ້ວ ແຕ່ກໍຍັງບໍ່ພໍ ຕ້ອງອອກແຮງຕື່ມອີກ; ການເປີດປະເທດ ຈະບໍ່ມີພຽງແຕ່ ສີນຄ້າລຸຫຼັ່ງເຂົ້າມາ ແຕ່ຄົນຕ່າງປະເທດກໍ່ຈະລຸຫຼັ່ງ້ຂົ້າມາ ປະເທດເຮົານັບມື້ນັບຫລາຍຂື້ນ.
ໂດຍລວມແລ້ວ ຈະບວກລົບຄູນຫານ ແນວໃດກໍ່ຕາມ ພວກເຮົາເຫັນໄດ້ວ່າ ມີທາງລົດໄຟ ແມ່ນດີກວ່າບໍ່ມີ ຢ່າງຂາດຂັ້ນ ມີແຕ່ວ່າ ພວກເຮົາ ປວງຊົນລາວທັງຊາດ ຕ້ອງຕັ້ງໜ້າຕັ້ງຕາ ກຳເອົາກາລະໂອກາດນິ້ ທຳກຳໄລ ເພື່ອສ້າງສາພັດທະນາປະເທດຊາດໃຫ້ຕະເລີນຮຸ່ງເຮືອງຢ່າງບໍ່ຢຸດຢັ້ງ.