ແອັບເປິ້ນແດງ ກັບ ແອັບເປິ້ນຂຽວ ແບບໃດມີປະໂຫຍດຫລາຍກ່ວາ ?


ໝາກແອັບເປິ້ນແດງ ແລະ ໝາກແອັບເປິ້ນຂຽວ ເຖິງວ່າຈະເປັນໝາກແອັບເປິ້ນຄືກັນ, ແຕ່ລົດຊາດ ແລະ ຄຸນຄ່າທາງສານອາຫານແຕກຕ່າງກັນເລັກໜ້ອຍຕາມສີຂອງເປືອກ. ສິ່ງທີ່ເຮັດໃຫ້ສານອາຫານໃນແອັບເປິ້ນແຕກຕ່າງກັນເປັນໄລຍະເວລາຂອງແສງແດດທີ່ແອັບເປິ້ນໄດ້ສຳຜັດກ່ອນການເກັບກ່ຽວ ມີວຽກງານວິໄຈພົບວ່າ ແອັບເປິ້ນທີ່ໄດ້ຮັບແສງແດດຢ່າງເຕັມທີ່ກ່ອນການເກັບກ່ຽວຈະມີຄຸນຄ່າທາງໂພຊະນາການຫລາຍກ່ວາແອັບເປິ້ນທີ່ຢູ່ໃນຮົ່ມ. ດັ່ງນັ້ນ, ການເລືອກຊື້ແອັບເປິ້ນໃຫ້ໄດ້ປະໂຫຍດສູງສຸດ ຈະແນະນຳໃຫ້ເລືອກແອັບເປິ້ນທີ່ມີສີແດງເຂັ້ມແທ້ໆ ແລະ ໝາກແອັບເປິ້ນຂຽວທີ່ອົມສີແດງເລັກໜ້ອຍ.
- ສານອາຫານໂດຍປະມານຂອງແອັບເປິ້ນແດງ ແລະ ແອັບເປິ້ນຂຽວ :
ແອັບເປິ້ນຂຽວ (1 ໜ່ວຍ ໜັກ 150 ກຣາມ ໃຫ້ພະລັງງານ 82,5 ກາລໍຣີ, ນຳ້ຕານ 15 ກຣາ, ໄຍອາຫານ 6,15 ກຣາມ, ວິຕາມິນ C 1,7 ມິນລີກຣາມ, ເບຕ້າແຄໂຣທີນ 96 ໄມໂຄຣກຣາມ ເນື່ອງຈາກແອັບເປິ້ນແດງມີຂະໜາດໃຫຍ່ກ່ວາແອັບເປິ້ນຂຽວເຄິ່ງໜຶ່ງ ຫາກລອງຫາເຄິ່ງຕາມນຳ້ໜັກຂອງແອັບເປິ້ນທີ່ຕ່າງກັນເຄິ່ງໜຶ່ງ ຈະໄດ້ຄຸນຄ່າທາງສານອາຫານຈາກແອັບເປິ້ນແດງໃນປະລິມານທີ່ເທົ່າກັບແອັບເປິ້ນຂຽວ ດັ່ງນີ້ : ພະລັງງານ 89,1 ກາລໍຣີ, ນຳ້ຕານ 9,3 ກຣາມ, ໄຍອາຫານ 5,1 ກຣາມ, ວິຕາມິນ C 6 ມິນລີກຣາມ, ເບຕ້າແຄໂຣທີນ 48 ໄມໂຄຣກຣາມ.
ຫາກປຽບທຽບສານອາຫານຂອງແອັບເປິ້ນແດງກັບແອັບເປິ້ນຂຽວໃນປະລິມານທີ່ເທົ່າກັນແລ້ວ ຈະເຫັນໄດ້ວ່າໃຫ້ສານອາຫານທີ່ໃກ້ຄຽງກັນ.
ກິນແອັບເປິ້ນໝົດເປືອກ ໄດ້ປະໂຫຍດກ່ວາ : ແນວໃດກໍຕາມ, ການຈະກິນແອັບເປິ້ນໃຫ້ໄດ້ສານອາຫານຫລາຍໆຄວນກິນໝົດເປືອກ ເພາະສານອາຫານສ່ວນຫລາຍຂອງໝາກແອັບເປິ້ນຢູ່ນຳເປືອກ ເຊິ່ງສ່ວນຫລາຍມັກຈະປອກເປືອກຖິ້ມໝົດ.