ບາງສຳນັກຂ່າວຂອງໄທ ກິນເຂົ້າເຮືອນໂຕ ໂສເລື່ອງເຮືອນອື່ນ ນຳສະເໜີຂ່າວຂາດມູນຄວາມຈິງ

ບາງສຳນັກຂ່າວຂອງໄທ ກິນເຂົ້າເຮືອນໂຕ ໂສເລື່ອງເຮືອນອື່ນ ນຳສະເໜີຂ່າວຂາດມູນຄວາມຈິງ - 268301589 4463882783733578 3018579823891659175 n - ບາງສຳນັກຂ່າວຂອງໄທ ກິນເຂົ້າເຮືອນໂຕ ໂສເລື່ອງເຮືອນອື່ນ ນຳສະເໜີຂ່າວຂາດມູນຄວາມຈິງ
ບາງສຳນັກຂ່າວຂອງໄທ ກິນເຂົ້າເຮືອນໂຕ ໂສເລື່ອງເຮືອນອື່ນ ນຳສະເໜີຂ່າວຂາດມູນຄວາມຈິງ - kitchen vibe - ບາງສຳນັກຂ່າວຂອງໄທ ກິນເຂົ້າເຮືອນໂຕ ໂສເລື່ອງເຮືອນອື່ນ ນຳສະເໜີຂ່າວຂາດມູນຄວາມຈິງ

ບໍ່ມີຄົນຊາດໃດບັງຄັບໃຫ້ຄົນຊາດອື່ນມາເຮັດຕາມແບບຂອງຊາດຕົນໄດ້, ຊີວິດຂອງຄົນຊາດໃດໜຶ່ງກໍເປັນເລື່ອງຂອງຊາດນັ້ນ, ການບໍ່ກ້າວກ່າຍ ບໍ່ລ່ວງລໍ້າ, ບໍ່ເວົ້າຜູ້ນັ້ນຜູ້ນີ້ຄືມາລະຍາດຂອງຄົນດີ ຂອງຄົນມີຕະກຸນ. ຍົກເລື່ອງນີ້ຂຶ້ນມາກໍເພື່ອໃຫ້ຄົນຊາດອື່ນໂດຍສະເພາະບາງສໍານັກຂ່າວຂອງໄທ ໄດ້ກ່າວກາຍເຖິງຈັນຍາບັນ ຄວາມຮັບຜິດຊອບ ຫລື ແຕະຕ້ອງເຖິງການພົວພັນລະ ຫວ່າງປະເທດທີ່ບໍ່ແມ່ນເລື່ອງກ່ຽວພັນກັບຕົນເອງກໍມີ ຫລື ກິນເຂົ້າໂຕໄປໂສຜູ້ອື່ນ,ສ້າງກະແສໂຈມຕີບິດເບືອນຄວາມຈິງຂອງພວກເຂົາກໍເປັນໄດ້ ຊຶ່ງຄົນລາວເຮົາລວມທັງຄົນໄທສ່ວນຫລາຍ ໄດ້ເຫັນການອອກຂ່າວກ່ຽວກັບໂຄງການເສັ້ນ ທາງລົດໄຟລາວ-ຈີນ ທີ່ຂາດຂໍ້ມູນຂອງຄວາມເປັນຈິງ, ຂາດຈັນຍາບັນຂອງສື່ ກ້າວກ່າຍກິດຈະການພາຍໃນລະຫວ່າງປະເທດແບບເຈາະຈົງ.

ຂໍຍົກບັນຫາການກິນເຂົ້າເຮືອນໂຕ ໂສເລື່ອງເຮືອນອື່ນຂອງສື່ສຳນັກນັ້ນ ຄືໜີ້ສິນທີ່ ສປປ ລາວ ກູ້ຈາກ ສປ ຈີນຈະເອົາຄວາມສາມາດ ຫລື ຊອກເງິນມາຈາກໃສເພື່ອມາໄຊ້ໜີ້ ລວມທັງລາຄາປີ້ໂດຍສານລົດໄຟລາວ-ຈີນ ເມື່ອທຽບໃສ່ລາຍຮັບຂອງປະຊາຊົນລາວແລ້ວ ຄົງຈະບໍ່ມີປັນຍາຊື້ປີ້ດ້ວຍລາຄາແພງນີ້ໄດ້.

ບາງສຳນັກຂ່າວຂອງໄທ ກິນເຂົ້າເຮືອນໂຕ ໂສເລື່ອງເຮືອນອື່ນ ນຳສະເໜີຂ່າວຂາດມູນຄວາມຈິງ - Visit Laos Visit SALANA BOUTIQUE HOTEL - ບາງສຳນັກຂ່າວຂອງໄທ ກິນເຂົ້າເຮືອນໂຕ ໂສເລື່ອງເຮືອນອື່ນ ນຳສະເໜີຂ່າວຂາດມູນຄວາມຈິງ

ໃນນາມຄົນລາວຜູ້ໜຶ່ງເມື່ອເຫັນຂ່າວແບບນີ້ແລ້ວ ກໍອົດຫົວຂວັນບໍ່ໄດ້ຕໍ່ຄັງປັນຍາຂອງຜູ້ນຳສະເໜີຂ່າວ ແລະ ບັນນາທິການຂອງບາງສຳນັກຂ່າວຄືມີໜ້ອຍແທ້! ການໄດ້ຮັບຂໍ້ມູນຈາກການເຈາະຮູເປົ່າເຂົ້າມາໃສ່ຫູ ຫລື ວ່າແບບເຈຕະນາໃສ່ຮ້າຍປ້າຍສີຜູ້ອື່ນແມ່ນບໍ່ດີດາຍ, ການສ້າງປະເດັນບິດເບືອນ ແລະ ຍົກໂຕເອງວ່າເປັນຫ່ວງ ແລະ ເດືອດຮ້ອນແທນຄົນລາວ ເຊິ່ງການປັ່ນປ່ວນໂດຍຫວັງໃຫ້ຄົນລາວເກີດຄວາມບໍ່ພໍ ໃຈຕໍ່ໂຄງການທາງລົດໄຟນີ້ຄືການອິດສາບັງບຽດບໍ່ຍອມຮັບຄວາມຈິງທີ່ເຫັນວ່າປະເທດລາວມີການພັດທະນາຈະເລີນສີວິໄລດີຂຶ້ນ.

ຄວາມຈິງແລ້ວການພັດທະນາໂຄງການທາງລົດໄຟລາວ-ຈີນ ແຕ່ນະຄອນຫລວງວຽງຈັນ-ຫລວງພະບາງ-ບໍ່ເຕັນ (ສປປ ລາວ)-ຄຸນໝິງ (ສປ ຈີນ) ຕອນທຳອິດ ໃຊ້ທຶນກໍ່ສ້າງເຖິງ 5,9 ຕື້ໂດລາສະຫະລັດ ເປັນການລົງທຶນຕາມກົນໄກການຮ່ວມມື ລັດຕໍ່ລັດ (G-to-G) ”.

ຂະນະທີ່ຈີນໄດ້ເຊັນສັນຍາຮ່ວມຊະຕາກໍາກັບລາວແລ້ວຈະບໍ່ປ່ອຍໃຫ້ຄູ່ຮ່ວມອັບຜົນປະໂຫຍດດອກ”. ພາຍຫລັງເປີດບໍລິການແຕ່ວັນທີ 4 ທັນວາເຖິງປັດຈຸບັນ, ບໍ່ວ່າຈະເປັນຄົນລາວ ກໍຄືຄົນຕ່າງປະເທດທີ່ອາໄສຢູ່ ສປປ ລາວ ຕ່າງກໍຕໍ່ແຖວຊື້ປີ້ຂຶ້ນລົດໄຟໄປປະຕິບັດພາລະ ກິດ, ໄປທ່ອງທ່ຽວ, ບາງມື້ຕ້ອງໄດ້ປິດການຂາຍປີ້ໄວ ເນື່ອງຈາກຜູ້ໂດຍສານມີຫລາຍເກີນໄປ ແລະ ເປັນການປະຕິບັດຕາມມາດຕະການປ້ອງກັນພະຍາດໂຄວິດ-19 ອີກດ້ວຍ.

ລາຄາປີ້ໂດຍສານ ມີຫລາຍລາຄາ ຂຶ້ນກັບແຕ່ລະຊັ້ນຂອງລົດໄຟ ຊຶ່ງສູງສຸດແມ່ນປີ້ໂດຍສານຈາກໂພນໂຮງແຂວງວຽງຈັນ-ບໍ່ເຕັນ ແຂວງຫລວງນ້ຳທາຊັ້ນ 1 ລາຄາ 529.000 ກີບ ຫລື 294 ຢວນ, ນະຄອນຫລວງວຽງຈັນ-ເມືອງໄຊ ແຂວງອຸດົມໄຊ ຊັ້ນ 1 ລາຄາ 443.000 ກີບ ຫລື 246 ຢວນ ແລະ ລາຄາຕ່ຳສຸດຈາກສະຖານີເມືອງໂພນໂຮງ-ເມືອງວັງວຽງ ແຂວງວຽງຈັນ 38.000 ກີບ ຫລື 21 ຢວນ.

ການຈອບຊອກຫາຈຸດອ່ອນຂອງປະເທດອືື່ນມາວິພາກວິຈານ ກ່າວໂຈມຕີ ເປັນການກະທົບຕໍ່ສາຍພົວພັນລະຫວ່າງປະເທດໂດຍສະເພາະ ລາວ-ໄທ ຊຶ່ງເປັນປະເທດບ້ານໃກ້ເຮືອນຄຽງທີ່ດີຕໍ່ກັນແຕ່ໃດໆມາ ຊຶ່ງສື່ມວນຊົນໄທຕ້ອງເຂົ້າໃຈໃຫ້ເລິກ ແລະ ຫລາຍຂຶ້ນລວມທັງການພັດທະນາເສັ້ນທາງລົດໄຟລາວ-ຈີນ ເປັນໜຶ່ງໃນໂຄງການ ໜຶ່ງແລວທາງ-ໜຶ່ງເສັ້ນທາງ ທັງເປັນເສັ້ນ ທາງລົດໄຟສິງກະໂປ-ຄຸນໝິງ ຂອງອາຊຽນ ແລະ ເປັນສ່ວນໜຶ່ງທີ່ເຊື່ອມຕໍ່ເຖິງ ຣັດເຊຍ ແລະ ເອີຣົບ ເປັນໂຄງການບູລິມະສິດເຊື່ອມໂຍງອາຊຽນ-ຄຸນໝິງ ຕາມການຕົກລົງຂອງລັດຖະມົນຕີຂົນສົ່ງອາຊຽນຄັ້ງທີ VII ທີ່ຮັບປະກັນຄວາມປອດໄພ, ປະຢັດເວລາ, ປະຢັດຄ່າໃຊ້ຈ່າຍ ເພື່ອຮັບໃຊ້ໃຫ້ແກ່ການຄ້າ, ການທ່ອງທ່ຽວ ແລະ ມີຄວາມປອດໄພສູງ ແລະ ເປັນໂຄງການທີ່ປະຊາຊົນລາວ ເອກອ້າງທະນົງໃຈທີ່ສຸດ, ລະບົບການເມືອງຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເນື້ອແທ້ແມ່ນເພື່ອປະຊາທິປະໄຕ ແລະ ປະຊາຊົນ ໂດຍບໍ່ແຊກແຊງເຂົ້າກິດຈະການພາຍໃນຂອງປະເທດອື່ນ, ບໍ່ສ້າງຄວາມປັ່ນປ່ວນ ຫລື ຢູ່ເບື້ອງຫລັງຂອງຄວາມບໍ່ສະຫງົບຢູ່ຕ່າງປະເທດ.

ບາງສຳນັກຂ່າວຂອງໄທ ກິນເຂົ້າເຮືອນໂຕ ໂສເລື່ອງເຮືອນອື່ນ ນຳສະເໜີຂ່າວຂາດມູນຄວາມຈິງ - 4 - ບາງສຳນັກຂ່າວຂອງໄທ ກິນເຂົ້າເຮືອນໂຕ ໂສເລື່ອງເຮືອນອື່ນ ນຳສະເໜີຂ່າວຂາດມູນຄວາມຈິງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!