ພາກທຸລະກິດ ສະເໜີພິຈາລະນາການຈຳກັດບໍລິເວນນັກທ່ອງທ່ຽວ ບໍ່ໃຫ້ເກີນ 24 ຊົ່ວໂມງ

ພາກທຸລະກິດ ສະເໜີພິຈາລະນາການຈຳກັດບໍລິເວນນັກທ່ອງທ່ຽວ ບໍ່ໃຫ້ເກີນ 24 ຊົ່ວໂມງ - ee319b84 7ede 43c3 8718 7b171c96e981 - ພາກທຸລະກິດ ສະເໜີພິຈາລະນາການຈຳກັດບໍລິເວນນັກທ່ອງທ່ຽວ ບໍ່ໃຫ້ເກີນ 24 ຊົ່ວໂມງ
ພາກທຸລະກິດ ສະເໜີພິຈາລະນາການຈຳກັດບໍລິເວນນັກທ່ອງທ່ຽວ ບໍ່ໃຫ້ເກີນ 24 ຊົ່ວໂມງ - kitchen vibe - ພາກທຸລະກິດ ສະເໜີພິຈາລະນາການຈຳກັດບໍລິເວນນັກທ່ອງທ່ຽວ ບໍ່ໃຫ້ເກີນ 24 ຊົ່ວໂມງ

ວັນທີ 15 ທັນວາ 2021 ນີ້ ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ລາຍງານຄວາມຄືບໜ້າ ຕໍ່ກອງປະຊຸມ ຄະນະຮັບຜິດຊອບການກະກຽມເປີດປະເທດເພື່ອຕ້ອນຮັບນັກທ່ອງທ່ຽວ ໂດຍໄດ້ຈັດກອງປະຊຸມຜ່ານຮ່າງການປະເມີນ ແລະ ການຈັດຕັ້ງປະຕິບັດສໍາລັບເຂດການທ່ອງທ່ຽວລາວ ສີຂຽວ ເພື່ອການທ່ອງທ່ຽວລາວ ທີ່ປອດໄພຈາກໂຄວິດ-19.

ທ່ານນາງ ສວນສະຫວັນ ວິຍະເກດ ກາວຕື່ມວ່າ: ເພື່ອເປັນບ່ອນອີງໃຫ້ແກ່ບັນດາກະຊວງທີ່ກ່ຽວ ຂ້ອງ ແລະ ພາກທຸລະກິດ ກະກຽມແຜນການເປີດປະເທດ ເພື່ອຕ້ອນຮັບນັກທ່ອງທ່ຽວໃຫ້ປອດໄພຈາກໂຄວິດ-19 ຕາມທິດຊີ້ນຳຂອງລັດຖະບານ ໃນວັນທີ 9 ທັນວາ 2021, ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ຈັດກອງປະຊຸມລະຫວ່າງພາກລັດ ແລະ ພາກທຸລະກິດ ຮ່ວມກັບບັນດາແຂວງທີ່ ຢູ່ໃນເປົ້າໝາຍການທ່ອງທ່ຽວສີຂຽວ ເຊັ່ນ ນະຄອນຫລວງວຽງຈັນ, ແຂວງວຽງຈັນ, ຫລວງພະບາງ, ຈໍາປາສັກ, ຄໍາມ່ວນ, ຊຽງຂວາງ, ອຸດົມໄຊ ແລະ ແຂວງໄຊຍະບູລີ ຊຶ່ງແຂວງເຫລົ່ານີ້ໄດ້ຝຶກອົບຮົມການ ບໍ ລິການຈໍານວນໜຶ່ງ ໂດຍສະເພາະໂຄງການ LaoSafe ໄດ້ຝຶກອົບຮົມຄູຝຶກຜ່ານລະບົບທາງໄກກັບບັນດາແຂວງ ເພື່ອສະໜັບສະໜູນວຽກງານດັ່ງກ່າວ. ຂະນະດຽວກັນ, ລັດຖະມົນຕີ ກະຊວງສາທາລະນະສຸກ ກໍໄດ້ອອກແຈ້ງການ ເລກທີ1401/ສທ, ລົງວັນ ທີ 13/12/2021 ເລື່ອງ ການສັກວັກຊິນປ້ອງກັນພະຍາດໂຄວິດ-19 ສໍາລັບການກະຕຸ້ນ (Booster dose) ໃຫ້ກຸ່ມປະຊາກອນທົ່ວໄປ ທີ່ຢູ່ໃນເຂດທ່ອງທ່ຽວສີຂຽວ ແລະ ບັນດາແຂວງຕາມເສັ້ນທາງລົດໄຟລາວ-ຈີນໃຫ້ໄດ້ສັກຢາວັກຊິນຄົບຢ່າງໜ້ອຍ 5 ເດືອນຂຶ້ນໄປ.

ພາກທຸລະກິດ ສະເໜີພິຈາລະນາການຈຳກັດບໍລິເວນນັກທ່ອງທ່ຽວ ບໍ່ໃຫ້ເກີນ 24 ຊົ່ວໂມງ - Visit Laos Visit SALANA BOUTIQUE HOTEL - ພາກທຸລະກິດ ສະເໜີພິຈາລະນາການຈຳກັດບໍລິເວນນັກທ່ອງທ່ຽວ ບໍ່ໃຫ້ເກີນ 24 ຊົ່ວໂມງ

ຂະນະທີ່ພາກທຸລະກິດສະເໜີໃຫ້ລັດຖະບານພິຈາລະນາຈໍານວນມື້ຈຳກັດບໍລິເວນຂອງນັກທ່ອງທ່ຽວ ຖ້າເປັນໄປໄດ້ບໍ່ເກີນ 24 ຊົ່ວໂມງ ເພື່ອລໍຖ້າຜົນກວດ, ຖ້າຜົນກວດອອກມາບໍ່ເປັນບວກ ສາມາດເດີນທາງໄປທ່ອງທ່ຽວຕາມລາຍການໄດ້. ໃນກໍ ລະນີຈຳກັດບໍລິເວນລໍຖ້າຜົນກວດຫລາຍກວ່າ 1 ມື້ອາດຈະເປັນປັດໄຈເຮັດໃຫ້ນັກທ່ອງທ່ຽວບໍ່ຢາກເຂົ້າມາ.

ນອກນີ້ຍັງໄດ້ເອົາໃຈໃສ່ປັບປຸງບັນດານິຕິກໍາລຸ່ມກົດໝາຍ ເປັນຕົ້ນບັນດາເອກະສານການກໍານົດມາດຕະ ຖານການບໍລິການການທ່ອງທ່ຽວ, ຄົ້ນຄວ້າງົບປະມານເພື່ອສະໜັບສະໜູນບັນດາແຂວງເປົ້າໝາຍ ໃຫ້ປັບ ປຸງບັນດາສະຖານທີ່ທ່ອງທ່ຽວ ເພື່ອຕ້ອນຮັບນັກທ່ອງທ່ຽວ, ຈັດກອງປະຊຸມກັບບັນດາແຂວງທີ່ທາງລົດໄຟຜ່ານ ໃຫ້ຄົ້ນຄວ້າບັນດາກິດຈະກໍາ ແລະ ສ້າງຜະລິດຕະພັນຂອງຕົນເພື່ອໂຄສະນາ ແລະ ບໍລິການຕາມສະຖານີລົດໄຟ ແລະ ກຽມຕ້ອນຮັບນັກທ່ອງທ່ຽວທີ່ຈະເດີນທາງມາທາງລົດໄຟໃນອະນາຄົດ, ຕັ້ງໜ້າສົ່ງ ເສີມການທ່ອງທ່ຽວພາຍໃນ “ລາວທ່ຽວລາວ” ໃຫ້ຕິດພັນກັບການມີສ່ວນຮ່ວມຂອງປະຊາຊົນ ແລະ ສົ່ງ ເສີມການທ່ອງທ່ຽວກະສິກໍາ ຊຸກຍູ້ການນໍາໃຊ້ຜະລິດຕະພັນພາຍໃນຕື່ມອີກ.

ພາກທຸລະກິດ ສະເໜີພິຈາລະນາການຈຳກັດບໍລິເວນນັກທ່ອງທ່ຽວ ບໍ່ໃຫ້ເກີນ 24 ຊົ່ວໂມງ - 5 - ພາກທຸລະກິດ ສະເໜີພິຈາລະນາການຈຳກັດບໍລິເວນນັກທ່ອງທ່ຽວ ບໍ່ໃຫ້ເກີນ 24 ຊົ່ວໂມງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!