ອາເກວໂຣ ກຽມຖະແຫລງຂ່າວຢຸດອາຊີບນັກເຕະວັນພຸດນີ້

ອາເກວໂຣ ກຽມຖະແຫລງຂ່າວຢຸດອາຊີບນັກເຕະວັນພຸດນີ້ - kun - ອາເກວໂຣ ກຽມຖະແຫລງຂ່າວຢຸດອາຊີບນັກເຕະວັນພຸດນີ້
ອາເກວໂຣ ກຽມຖະແຫລງຂ່າວຢຸດອາຊີບນັກເຕະວັນພຸດນີ້ - kitchen vibe - ອາເກວໂຣ ກຽມຖະແຫລງຂ່າວຢຸດອາຊີບນັກເຕະວັນພຸດນີ້

ອາເກວໂຣ ກຽມຖະແຫລງຂ່າວຢຸດອາຊີບນັກເຕະວັນພຸດນີ້ - kun 300x169 - ອາເກວໂຣ ກຽມຖະແຫລງຂ່າວຢຸດອາຊີບນັກເຕະວັນພຸດນີ້

ບາເຊໂລນາ ທີມໃຫຍ່ແຫ່ງ ລາລີກາ ສະເປນ ຢືນຢັນ ເຊີຄີໂອ ອາເກວໂຣ ດາວຍິງຊາວອາເຈນຕີ ກຽມຈະຖະແຫລງຂ່າວເລື່ອງອະນາຄົດອາຊີບນັກເຕະຂອງຕົນເອງໃນເວລາ 16.00 ນ. ຂອງວັນພຸດທີ 15 ທັນວານີ້ ຕາມເວລາບ້ານເຮົາ.

ອາເກວໂຣ ຕົກເປັນຂ່າວພວມຈະປະກາດແຂວນສະຕັດຢ່າງເປັນທາງການ ຫລັງຖືກກວດພົບວ່າ ປ່ວຍດ້ວຍອາການຫົວໃຈເຕັ້ນຜິດຈັງຫວະ ຈົນຫລ້າສຸດ ບາເຊໂລນາຈຶ່ງອອກມາຢືນຢັນວ່າ : ອາເກວໂຣ ກຽມຈະຖະແຫລງຂ່າວເລື່ອງອະນາຄົດຂອງຕົນເອງໃນວັນພຸດນີ້.

ນອກຈາກນີ້ ຍັງມີລາຍງານຈາກ “ເອລ ເປຣີໂອດີໂກ’’ ສື່ຊື່ດັງຂອງສະເປນ ອີກວ່າ ບາເຊໂລນາ ວາງແຜນຈະຈັດພິທີອຳລາສະຫນາມໃຫ້ ອາເກວໂຣ ອາຍຸ 33 ປີ ໃນມື້ດຽວກັນ ຫລື ຫລັງຈາກລົງຫລິ້ນເກມນັດພິເສດກັບ ໂບຄາ ຈູເນຍ ໃນການແຂ່ງຂັນມາຣາໂດນາ ຄັບ ທີ່ປະເທດຊາອຸດິອາຣະເບຍ ເຊິ່ງຈັດຂຶ້ນເພື່ອເປັນກຽດແກ່ ດີເອໂກ ມາຣາໂດນາ ຕຳນານນັກເຕະຊາວອາຈານຕີນາ ແລະ ພໍ່ເຖົ້າ (ພໍ່ຂອງເມຍ) ຂອງ ອາເກວໂຣ ເປັນເວລາຫນຶ່ງມື້.

ອາເກວໂຣ ກຽມຖະແຫລງຂ່າວຢຸດອາຊີບນັກເຕະວັນພຸດນີ້ - 5 - ອາເກວໂຣ ກຽມຖະແຫລງຂ່າວຢຸດອາຊີບນັກເຕະວັນພຸດນີ້
ອາເກວໂຣ ກຽມຖະແຫລງຂ່າວຢຸດອາຊີບນັກເຕະວັນພຸດນີ້ - 4 - ອາເກວໂຣ ກຽມຖະແຫລງຂ່າວຢຸດອາຊີບນັກເຕະວັນພຸດນີ້
ອາເກວໂຣ ກຽມຖະແຫລງຂ່າວຢຸດອາຊີບນັກເຕະວັນພຸດນີ້ - 3 - ອາເກວໂຣ ກຽມຖະແຫລງຂ່າວຢຸດອາຊີບນັກເຕະວັນພຸດນີ້