ຈີນພົບຜູ້ຕິດເຊື້ອໂອມິຄຣອນຄົນທຳອິດ ເປັນຜູ້ທີ່ເດີນທາງມາຈາກຕ່າງປະເທດ

ຈີນພົບຜູ້ຕິດເຊື້ອໂອມິຄຣອນຄົນທຳອິດ ເປັນຜູ້ທີ່ເດີນທາງມາຈາກຕ່າງປະເທດ - jpg - ຈີນພົບຜູ້ຕິດເຊື້ອໂອມິຄຣອນຄົນທຳອິດ ເປັນຜູ້ທີ່ເດີນທາງມາຈາກຕ່າງປະເທດ
ຈີນພົບຜູ້ຕິດເຊື້ອໂອມິຄຣອນຄົນທຳອິດ ເປັນຜູ້ທີ່ເດີນທາງມາຈາກຕ່າງປະເທດ - kitchen vibe - ຈີນພົບຜູ້ຕິດເຊື້ອໂອມິຄຣອນຄົນທຳອິດ ເປັນຜູ້ທີ່ເດີນທາງມາຈາກຕ່າງປະເທດ

ຈີນກວດພົບຜູ້ຕິດເຊື້ອສາຍພັນໂອມິຄຣອນຄົນທຳອິດຂອງປະເທດ ແຕ່ບໍ່ເປີດເຜີຍລາຍລະອຽດວ່າເດີນທາງມາຈາກບ່ອນໃດ ແລະ ປະເທດໃດ.

ວັນທີ 13 ທັນວາ 2021,​ ສະຖານີຂ່າວ CGTN ຂອງຈີນລາຍງານວ່າ: ໜ່ວຍງານສາທາລະນະສຸກເມືອງທຽນຈິນ ທາງຕອນເໜືອຂອງຈີນ ກວດພົບຜູ້ຕິດເຊື້ອໂຄວິດ-19 ສາຍພັນໂອມິຄຣອນ ຖືເປັນຄົນທຳອິດທີ່ພົບໃນຈີນ.

ຈີນພົບຜູ້ຕິດເຊື້ອໂອມິຄຣອນຄົນທຳອິດ ເປັນຜູ້ທີ່ເດີນທາງມາຈາກຕ່າງປະເທດ - Visit Laos Visit SALANA BOUTIQUE HOTEL - ຈີນພົບຜູ້ຕິດເຊື້ອໂອມິຄຣອນຄົນທຳອິດ ເປັນຜູ້ທີ່ເດີນທາງມາຈາກຕ່າງປະເທດ

ຕອນນີ້ຍັງບໍ່ມີການເປີດເຜີຍລາຍລະອຽດຂອງຜູ້ຕິດເຊື້ອວ່າເປັນຄົນປະເທດໃດ ຫລື ເດີນທາງມາຈາກປະເທດໃດ ໂດຍຮູ້ພຽງວ່າເປັນຜູ້ທີ່ເດີນທາງມາຈາກຕ່າງປະເທດເທົ່ານັ້ນ.

ໂດຍທາງເຈົ້າໜ້າທີ່ລະບຸວ່າ: ຜູ້ຕິດເຊື້ອຄົນນີ້ບໍ່ສະແດງອາການຂອງພະຍາດໂຄວິດ-19 ແລະ ເປັນການກວດພົບຈາກຕົວຢ່າງເຊື້ອທີ່ເກັບມາເມື່ອວັນທີ 9 ທັນວາ. ປັດຈຸບັນໄດ້ມີການແຍກຕົວຜູ້ຕິດເຊື້ອອອກມາປິ່ນປົວຢູ່ໂຮງໝໍແລ້ວ.

ອ້າງອີງ:

https://news.cgtn.com/…/China-s-Tianjin…/index.html

ຈີນພົບຜູ້ຕິດເຊື້ອໂອມິຄຣອນຄົນທຳອິດ ເປັນຜູ້ທີ່ເດີນທາງມາຈາກຕ່າງປະເທດ - 4 - ຈີນພົບຜູ້ຕິດເຊື້ອໂອມິຄຣອນຄົນທຳອິດ ເປັນຜູ້ທີ່ເດີນທາງມາຈາກຕ່າງປະເທດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!