ສອງກອງທັບ ລາວ-ຫວຽດນາມ ສືບຕໍ່ເພີ່ມທະວີການ ພົວພັນຮ່ວມມືປ້ອງກັນຊາດເຂດຊາຍແດນ

ສອງກອງທັບ ລາວ-ຫວຽດນາມ ສືບຕໍ່ເພີ່ມທະວີການ ພົວພັນຮ່ວມມືປ້ອງກັນຊາດເຂດຊາຍແດນ - 81252256055 e1639364190647 - ສອງກອງທັບ ລາວ-ຫວຽດນາມ ສືບຕໍ່ເພີ່ມທະວີການ ພົວພັນຮ່ວມມືປ້ອງກັນຊາດເຂດຊາຍແດນ
ສອງກອງທັບ ລາວ-ຫວຽດນາມ ສືບຕໍ່ເພີ່ມທະວີການ ພົວພັນຮ່ວມມືປ້ອງກັນຊາດເຂດຊາຍແດນ - kitchen vibe - ສອງກອງທັບ ລາວ-ຫວຽດນາມ ສືບຕໍ່ເພີ່ມທະວີການ ພົວພັນຮ່ວມມືປ້ອງກັນຊາດເຂດຊາຍແດນ

ວັນທີ 12 ທັນວາ 2021 ນີ້ທີ່ດ່ານສາກົນແດນສະຫວັນ-ລາວບາວ ແຂວງສະຫວັນນະເຂດ ສປປ ລາວ ແລະ ແຂວງກວາງຈິ ສສ ຫວຽດນາມ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການ ເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ແລະ ສະຫາຍ ພົນເອກ ຟານ ວັນ ຢາງ ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນ ປະເທດແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນທາງການທັງສອງຝ່າຍ ໄດ້ເຂົ້າຮ່ວມກອງປະຊຸມພົບປະມິດຕະພາບວຽກງານປ້ອງກັນຊາດເຂດຊາຍແດນຄັ້ງທີ I.

ພາຍຫລັງສຳເລັດພິທີຕ້ອນຮັບຢ່າງເປັນທາງການ, ຄະນະຜູ້ແທນທັງສອງຝ່າຍກໍໄດ້ເຂົ້າຮ່ວມກິດຈະກຳຂໍ່ານັບຫລັກໝາຍຊາຍແດນ, ແຕ້ມສີຫລັກໝາຍຊາຍແດນ 605/2 ແລະ ວາງສີລາລືກໂຄງການກໍ່ສ້າງຄ້າຍກອງຮ້ອຍທະຫານຊາຍແດນ 320 ກອງທັບປະຊາຊົນລາວ ຊຶ່ງກອງທັບປະຊາຊົນຫວຽດນາມ ຊ່ວຍ ມູນຄ່າ 20 ຕື້ດົງ, ຢ້ຽມຢາມໂຮງຮຽນມັດທະຍົມສົມບູນຫ້ວຍສານເມືອງເຊໂປນ ແຂວງສະຫວັນນະເຂດ ແລະ ມອບອຸປະກອນການສຶກສາໃຫ້ແກ່ຄູ-ອາຈານ ແລະ ນັກຮຽນ, ວາງກະຕ່າດອກໄມ້ຢູ່ຫໍໄຫວ້ບ້ານສະກີພິນ ເພື່ອອາໄລເຖິງດວງວິນຍານຂອງພະນັກງານ-ນັກຮົບປະຕິວັດລາວ ແລະ ຫວຽດນາມ ທີ່ເສຍສະລະ ຊີວິດໃນສະໄໝຕໍ່ສູ້ກູ້ຊາດຮ່ວມກັນ, ຢ້ຽມຊົມຫໍພິພິທະພັນມູນເຊື້ອໄຊຊະນະຮ່ວມສຳພັນສູ້ ຮົບລາວ-ຫວຽດ ນາມບໍລິເວນເສັ້ນທາງເລກ 9 ບ້ານດົງສະຫວັນເມືອງເຊໂປນ. ຂະນະດຽວກັນ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ ແລະ ຫວຽດນາມ ພ້ອມຄະນະທັງສອງຝ່າຍ ໄດ້ສືບຕໍ່ໄປຂໍ່ານັບຫລັກໝາຍຊາຍແດນ, ແຕ້ມສີຫລັກໝາຍຊາຍແດນ 605/1 ຢູ່ເບື້ອງຫວຽດນາມ ແລະ ຢ້ຽມຢາມໂຮງຮຽນປະຖົມສົມບູນເລກ 2 ເທສະບານ ລາວບາວ ເມືອງເຮືອງຮົວ ແຂວງກວາງຈິ ສສ ຫວຽດນາມ ແລະ ມອບອຸປະກອນການສຶກສາ ໃຫ້ຄູ-ອາຈານ ແລະ ນັກຮຽນຈໍານວນໜຶ່ງທັງໄດ້ເຂົ້າຮ່ວມເຄື່ອນໄຫວກິດຈະກຳຕ່າງໆຢູ່ຊາຍແດນລາວບາວ ເມືອງເຮືອງຮົວ ແຂວງກວາງຈິ ເປັນຕົ້ນເບິ່ງການເຝິກແອບກວດກາການລາດຕະເວນຊາຍແດນຂອງກຳລັງທະຫານຊາຍແດນ.

ຈາກນັ້ນ, ທັງສອງລັດຖະມົນຕີກະຊວງປ້ອງກັນປະເທດລາວ ແລະ ຫວຽດນາມ ກໍໄດ້ເຂົ້າຮ່ວມກອງປະຊຸມພົບປະມິດຕະພາບວຽກງານປ້ອງກັນຊາດຄັ້ງທີ I ຢູ່ດ່ານຊາຍແດນລາວ-ຫວຽດ ນາມ ຊຶ່ງສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບທີ່ດີລະຫວ່າງສອງພັກ, ສອງລັດ, ສອງກອງ ທັບ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ນັບມື້ຍິ່ງເຕີບໃຫຍ່ຂະຫຍາຍຕົວ ແລະ ກ້າວເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ ໂດຍເຫັນໄດ້ໃນຊຸມປີຜ່ານມາ, ການຮ່ວມມືດ້ານປ້ອງກັນຊາດເຂດຊາຍແດນລະຫວ່າງ 2 ກອງທັບ ໄດ້ຮັບການເພີ່ມທະວີ, ພັດທະນາ ແລະ ສື່ບຕໍ່ເປັນເສົາຄໍ້າໃນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຕະຫລອດມາ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ເປັນການປະກອບສ່ວນສໍາຄັນຮັກສາສັນຕິພາບ, ຄວາມໝັ້ນຄົງທາງການເມືອງ-ສັງຄົມ ເພື່ອພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງສອງປະເທດ.

ການເຄື່ອນໄຫວພົບປະມິດຕະພາບວຽກງານປ້ອງກັນຊາດເຂດຊາຍແດນລາວ-ຫວຽດນາມ ເປັນສິ່ງຢັ້ງ ຢືນ ແລະ ສະແດງໃຫ້ເຫັນເຖິງການເອົາໃຈໃສ່, ຄວາມເປັນຫ່ວງເປັນໃຍຂອງສອງການນໍາກະຊວງປ້ອງກັນປະເທດລາວ-ຫວຽດນາມ ທີ່ຍາມໃດກໍ່ຍຶດໝັ້ນ, ເຄົາລົບນັບຖື ແລະ ສ້າງທຸກເງື່ອນໄຂເພື່ອເຮັດໃຫ້ຄະ ນະຜູ້ແທນທັງສອງຝ່າຍໄດ້ພົບປະແລກປ່ຽນບົດຮຽນ, ຢ້ຽມຢາມໄປມາຫາສູ່ກັນເປັນປົກກະຕິນັບແຕ່ຂັ້ນສູນກາງລົງຮອດອົງການປົກຄອງທ້ອງຖິ່ນ ເພື່ອເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ, ຄວາມສາມັກຄີແບບ ພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໃຫ້ໄດ້ຮັບການຖະນຸຖະໝອມ ແລະ ງົດງາມຕະຫລອດໄປ.

ສອງກອງທັບ ລາວ-ຫວຽດນາມ ສືບຕໍ່ເພີ່ມທະວີການ ພົວພັນຮ່ວມມືປ້ອງກັນຊາດເຂດຊາຍແດນ - 3 - ສອງກອງທັບ ລາວ-ຫວຽດນາມ ສືບຕໍ່ເພີ່ມທະວີການ ພົວພັນຮ່ວມມືປ້ອງກັນຊາດເຂດຊາຍແດນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!