ປະໂຫຍດຂອງໝາກພິລາ ທີ່ຄົນຍີ່ປຸ່ນເຊື່ອວ່າຊ່ວຍໃຫ້ຄວາມຈື່ຈຳດີ
December 13, 2021 - 10:00 AM
ຮູ້ຫລືບໍ່ວ່າການກິນໝາກພິລາທຸກເຊົ້າຈະຊ່ວຍໃຫ້ຄວາມຈື່ຈຳຂອງຜູ້ເຖົ້າດີຂຶ້ນ ?
ໃນອະດີດຄົນຍີ່ປຸ່ນຮູ້ຈັກໝາກພິລາວ່າເປັນໝາກໄມ້ທີ່ກິນກັນທົ່ວໄປໃນຕ່າງປະເທດ ແລະ ຖືກໃຊ້ເປັນຢາສະໝຸນໄພຈີນ ເພາະວ່າຮາກ ແລະ ເປືອກຂອງມັນມີຄຸນສົມບັດໃນການຄວບຄຸມການເຮັດວຽກຂອງລຳໄສ້ ແລະ ຂ້າພະຍາດ. ໃນຍີ່ປຸ່ນເອງກໍມີການປູກຕົ້ນໝາກພິລາໄວ້ເປັນໄມ້ປະດັບ, ແຕ່ປັດຈຸບັນນີ້ ພວກເຂົານິຍົມເອົາໝາກພິລາມາກິນ ທັງໃນຮູບແບບນ້ຳໝາກພິລາ ແລະ ນ້ຳປັ່ນໝາກພິລາ (ກິນໝົດກາກ) ແລະ ເອົາມາປຸງແຕ່ງເປັນອາຫານນຳ. ຕໍ່ໄປນີ້ແມ່ນປະໂຫຍດຂອງໝາກພິລາໃນດ້ານຕ່າງໆ ລວມເຖິງປະໂຫຍດໃນດ້ານທີ່ຊ່ວຍໃຫ້ຄວາມຈື່ຈຳຂອງຜູ້ເຖົ້າດີຂຶ້ນ :
- ປະໂຫຍດຂອງໝາກພິລາ : ເປັນໝາກໄມ້ທີ່ມີສານອາຫານອັນເປັນປະໂຫຍດຕໍ່ຮ່າງກາຍຫລວງຫລາຍ ໄດ້ແກ່ : ແອນໂທໄຊຍານິນ, ກົດເອລລາຈິກ Ellagic Acid ແລະ ແທນນິນ ເຊິ່ງສານເຫລົ່ານີ້ມີຄຸນສົມບັດເປັນສານຕ້ານອະນຸມູນອິດສະລະທີ່ຊ່ວຍປ້ອງກັນພະຍາດມະເຮັງ ແລະ ພະຍາດທີ່ເກີດຈາກການດຳລົງຊີວິດປະຈຳວັນ ເຊັ່ນ : ຄວາມດັນເລືອດສູງ ແລະ ຫລອດເລືອດຫົວໃຈ ເປັນຕົ້ນ ໂດຍມີລາຍລະອຽດຂອງສານອາຫານທີ່ມີປະໂຫຍດຕໍ່ສຸຂະພາບຂອງໝາກພິລາ ດັ່ງນີ້ :
- ແອນໂທໄຊຍານິນ ເຊິ່ງເປັນສານສີແດງທີ່ຊ່ວຍບຳລຸງສາຍຕາ ແລະ ຕ້ານຄວາມເຖົ້າ.
- ກົດເອລລາຈິກ ເຊິ່ງເຮັດໜ້າທີ່ຊ່ວຍກົດການສ້າງສານສີເມລານິນ ຊ່ວຍປ້ອງກັນການເກີດຝ້າ ທັງຍັງຊ່ວຍກົດການຫລັ່ງຂອງຮໍໂມນທີ່ມີຊື່ວ່າ ຣີຊີສຕິນ Resistin ເຊິ່ງເປັນຮໍໂມນທີ່ສົ່ງເສີມໃຫ້ຕຸ້ຍ ແລະ ເກີດພະຍາດເບົາຫວານໄດ້ງ່າຍ.
- ແທນນິນ ເຊິ່ງເປັນສານປະກອບໂພລີຟີນອລ ທີ່ມີລິດໃນການຕ້ານການຈະເລີນເຕີບໃຫຍ່ຂອງແບັກທີເຣຍ, ຄວບຄຸມການເຮັດວຽກຂອງລຳໄສ້ ແລະ ຂ້າພະຍາດ ຫລື ຂ້າແມ່ທ້ອງ.
- ໄຟໂຕເອສໂຕໜເຈັນ ຊື່ Coumestrol ເຊິ່ງມີຢູ່ທັງໃນຊີ້ນ ແລະ ແກ່ນໝາກພິລາ ສານຊະນິດນີ້ມີຄຸນສົມບັດຄ້າຍຄືຮໍໂມນເພດຍິງ ຄື ເອສໂຕຣເຈັນ ເຊິ່ງເໝາະສົມກັບແມ່ຍິງ.
- ໂປຕັສຊຽມ ເຊິ່ງຊ່ວຍໄລ່ເກືອສ່ວນເກີນອອກຈາກຮ່າງກາຍ ແລະ ປ້ອງກັນການເກີດອາການບວມນ້ຳຂອງຮ່າງກາຍ.
- ກົດຊິຕຣິກ ເຊິ່ງຊ່ວຍຫລຸດຜ່ອນອາການອິດເມື່ອຍອ່ອນເພຍຈາກການເຮັດວຽກໄດ້ດີ.
- ການກິນໝາກພິລາເປັນປະຈຳຈະຊ່ວຍປ້ອງກັນສະໝອງເສື່ອມ ແລະ ເຮັດໃຫ້ຄວາມຈື່ຈຳໃນຜູ້ເຖົ້າດີຂຶ້ນ. ມີລາຍງານການວິໄຈຈຳນວນຫລາຍຢັ້ງຢືນວ່າ ສານປະກອບໂພລີຟີນອລ ເຊິ່ງມີຫລາຍໃນໝາກພິລາຈະມີປະສິດທິພາບໃນການຕ້ານການອັກເສບ ແລະ ເປັນສານອະນຸມູນອິດສະລະທີ່ມີປະສິດທິພາບສູງ ໂດຍມີລາຍງານວ່າຜູ້ເຖົ້າທີ່ດື່ມນ້ຳໝາກພິລາທຸກມື້ໃນຕອນເຊົ້າ ມີຜົນການທົດສອບດ້ານຄວາມຈື່ຈຳທີ່ດີຂຶ້ນ ໂດຍມີເຫດຜົນທີ່ອະທິບາຍຜົນການສຶກສານີ້ຄື : ສານຕ້ານອະນຸມູນອິດສະລະທີ່ມີຫລາຍໃນນ້ຳໝາກພິລາ ຈະຊ່ວຍປ້ອງກັນການອັກເສບຂອງຫລອດເລືອດ ເຮັດໃຫ້ການໄຫລວຽນເລືອດໄປລ້ຽງສະໝອງດີ ສົ່ງຜົນໃຫ້ແຊນສະໝອງໄດ້ຮັບສານອາຫານ ແລະ ເຮັດວຽກໄດ້ດີຂຶ້ນ.