ກ່ອນຈະໄດ້ໄຊຊະນະ 2 ທັນວາ ຕ້ອງແລກດ້ວຍເລືອດເນື້ອ ແລະ ຊີວິດຂອງບັນພະບຸລຸດ

ກ່ອນຈະໄດ້ໄຊຊະນະ 2 ທັນວາ ຕ້ອງແລກດ້ວຍເລືອດເນື້ອ ແລະ ຊີວິດຂອງບັນພະບຸລຸດ - image 260 - ກ່ອນຈະໄດ້ໄຊຊະນະ 2 ທັນວາ ຕ້ອງແລກດ້ວຍເລືອດເນື້ອ ແລະ ຊີວິດຂອງບັນພະບຸລຸດ
ກ່ອນຈະໄດ້ໄຊຊະນະ 2 ທັນວາ ຕ້ອງແລກດ້ວຍເລືອດເນື້ອ ແລະ ຊີວິດຂອງບັນພະບຸລຸດ - kitchen vibe - ກ່ອນຈະໄດ້ໄຊຊະນະ 2 ທັນວາ ຕ້ອງແລກດ້ວຍເລືອດເນື້ອ ແລະ ຊີວິດຂອງບັນພະບຸລຸດ

ໂດຍ: ທິດກໍ່າ

ເນື່ອງໃນໂອກາດສະເຫລີມສະຫລອງວັນຊາດທີ 2 ທັນວາປີນີ້ສຸດທີ່ມີຄວາມໝາຍຄວາມສຳຄັນອັນຍິ່ງໃຫຍ່ ອັນສາເຫດກໍຍ້ອນວ່າມາຮອດປີນີ້ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂອງພວກເຮົາມີອາຍຸໄດ້ 46 ປີແລ້ວ. ຖ້າຈະປຽບທຽບໃສ່ອາຍຸຂອງຄົນເຮົາກໍພໍດີຢູ່ໃນໄວກາງຄົນ ເຊິ່ງໄລຍະນີ້ແມ່ນໄລຍະທີ່ເຕັມປ່ຽມໄປດ້ວຍຄວາມສຸກໃນສິ່ງທີ່ຕົນໄດ້ກະທຳ ແລະ ສ້າງມັນຂຶ້ນມາ ທັງມີປະສົບປະການແຫ່ງການດຳລົງຊີວິດທີ່ຜ່ານຮ້ອນຜ່ານໜາວໃນຂະບວນການຕໍ່ສູ້ໃນຍຸກໃໝ່ໄຟແຮງ.

ກ່ອນຈະໄດ້ໄຊຊະນະ 2 ທັນວາ ຕ້ອງແລກດ້ວຍເລືອດເນື້ອ ແລະ ຊີວິດຂອງບັນພະບຸລຸດ - Visit Laos Visit SALANA BOUTIQUE HOTEL - ກ່ອນຈະໄດ້ໄຊຊະນະ 2 ທັນວາ ຕ້ອງແລກດ້ວຍເລືອດເນື້ອ ແລະ ຊີວິດຂອງບັນພະບຸລຸດ

ການທີ່ໄດ້ຜ່ານພົ້ນຈາກລະບອບສັກດີນາລ່າຫົວເມືອງຂຶ້ນມາເປັນລະບອບປະຊາທິປະໄຕປະຊາຊົນນັ້ນ ມັນກໍບໍ່ໄດ້ມາແບບງ່າຍດາຍ ມັນຕ້ອງຜ່ານຂະບວນການຕໍ່ສູ້ທີ່ລະອິດລະອ້ຽວຂອງວິລະກະສັດ, ບັນດາຜູ້ນຳທີ່ຮັກຊາດ ແລະ ນັກປະຕິວັດໃນຫລາຍຍຸກຫລາຍສະໄໝ ເຊັ່ນນັບແຕ່ຂະບວນການຕໍ່ສູ້ຂອງເຈົ້າອານຸວົງ, ມາຕໍ່ໃສ່ພໍ່ກະດວດ, ອົງແກ້ວ, ອົງກົມມະດຳ ແລະ ເຈົ້າຟ້າປັດໄຈ. ເຖິງວ່າຂະບວນການເຫລົ່ານັ້ນຈະບໍ່ໄດ້ຮັບໄຊຊະນະ ແຕ່ກໍເປັນສັນຍາລັກ ແລະ ຂີດໝາຍຂອງການຕໍ່ສູ້ທີ່ບໍ່ຍອມຈຳນົນຕໍ່ພວກສັກດີນາລ່າເມືອງຂຶ້ນທີ່ກົດຂີ່ຂູດຮີດຈາກລັດທິສັກດີນາ ແລະ ອານານິຄົມໃນຍຸກນັ້ນ.

ພາຍຫລັງພັກກອມມູນິດອິນດູຈີນໄດ້ຮັບການສ້າງຕັ້ງຂຶ້ນ ພາຍໃຕ້ການນຳພາຂອງປະທານ ໂຮ່ຈີມິນ ໃນປີ 1930 ຂະບວນການຕໍ່ສູ້ໃນສາມປະເທດອິນດູຈີນກໍມີກະແສຟອງຟົດເດືອດກວ້າງຂວາງ ຈົນກໍ່ໃຫ້ເກີດມີພັກປະຊາຊົນປະຕິວັດລາວທີ່ນຳພາຕໍ່ສູ້ຈົນສາມາດປົດປ່ອຍໄດ້ໃນທົ່ວປະເທດໃນປີ 1975. ຈາກນັ້ນກໍປະກາດລຶບລ້າງລະບອບສັກດີນາທີ່ປົກຄອງບ້ານເມືອງມາຫລາຍຮ້ອຍປີ ແລ້ວສ້າງຕັ້ງຊື່ປະເທດໃໝ່ຄື ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ເດີນຕາມເສັ້ນທາງສັງຄົມນິຍົມ ຕາມຄວາມມຸ້ງຫວັງຂອງປວງຊົນລາວທັງຊາດ.

ມາຮອດປັດຈຸບັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຈະເລີນພັດທະນາໃນທຸກດ້ານ ເຊິ່ງເມື່ອວັນທີ 24 ພະຈິກ 2021 ຜ່ານມານີ້, ອົງການສະຫະປະຊາຊາດກໍໄດ້ປະກາດລຶບຊື່ປະເທດລາວອອກຈາກບັນຊີລາຍຊື່ເປັນປະເທດດ້ອຍພັດທະນາແລ້ວ. ວັນທີ 3 ທັນວາ 2021 ເສັ້ນທາງລົດໄຟຄວາມໄວສູງ ລາວ-ຈີນ ກໍເລີ່ມເປີດບໍລິການຮັບໃຊ້ມວນຊົນ ແລະ ຂົນສົ່ງສິນຄ້າ. ໂຄງການກໍ່ສ້າງເຂື່ອນໄຟຟ້າ ແລະ ໂຄງການພັດທະນາອື່ນໆກໍສຳເລັດໄປຫລາຍໂຄງການ ແລະ ຕໍ່ໄປນີ້ເມືອງລາວຈະຮຸ່ງເຮືອງພັດທະນາກ້າວໄປຢ່າງບໍ່ຢຸດຢັ້ງ. ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໝັ້ນຍືນຕະຫລອດໄປ, ວັນທີ 2 ທັນວາ ອັນເປັນສັນຍາລັກ ສປປ ລາວ ຈົ່ງໝັ້ນຄົງຂະນົງແກ່ນຕະຫລອດໄປ !

ກ່ອນຈະໄດ້ໄຊຊະນະ 2 ທັນວາ ຕ້ອງແລກດ້ວຍເລືອດເນື້ອ ແລະ ຊີວິດຂອງບັນພະບຸລຸດ - 4 - ກ່ອນຈະໄດ້ໄຊຊະນະ 2 ທັນວາ ຕ້ອງແລກດ້ວຍເລືອດເນື້ອ ແລະ ຊີວິດຂອງບັນພະບຸລຸດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!